Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:19 - ພຣະຄຳພີສັກສິ

19 ແລະ​ພໍ​ໂຢຊວຍ​ຍົກ​ມື​ຂຶ້ນ ພວກ​ທີ່​ໄດ້​ລີ້​ຢູ່​ນັ້ນ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຢ່າງ​ວ່ອງໄວ ແລະ​ເຂົ້າ​ຢຶດຄອງ​ເມືອງ​ທັນທີ. ພວກເຂົາ​ຈູດ​ເມືອງ​ຖິ້ມ​ທັນໃດໂລດ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:19
5 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ເອົາ​ຫອກ​ຂອງ​ເຈົ້າ​ຊີ້​ໄປ​ທາງ​ເມືອງ​ອາອີ ເຮົາ​ກຳລັງ​ມອບ​ເມືອງ​ອາອີ​ໃຫ້​ເຈົ້າ.” ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ


ເຈົ້າ​ຈົ່ງ​ເຮັດ​ຕໍ່​ເມືອງ​ອາອີ​ແລະ​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ເຈົ້າ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ກະສັດ​ຂອງ​ເມືອງ​ນັ້ນ. ແຕ່​ໃນຄັ້ງນີ້ ໃຫ້​ພວກເຈົ້າ​ເອົາ​ສິ່ງຂອງ ແລະ​ຝູງສັດ​ມາ​ເປັນ​ຂອງ​ພວກເຈົ້າ​ໄດ້. ຈົ່ງ​ຕຽມ​ໂຈມຕີ​ເມືອງ​ທາງ​ດ້ານຫລັງ ໂດຍ​ບໍ່​ໃຫ້​ພວກເຂົາ​ຮູ້ຕົວ.”


ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.


ເມື່ອ​ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ຖອຍຫລັງ​ຄືນມາ​ທ້ອນໂຮມກັນ​ທີ່​ບາອານຕາມາ​ແລ້ວ; ໃນທັນໃດ ພວກ​ທະຫານ​ທີ່​ລີ້​ຢູ່​ຕາມ​ຖໍ້າ​ຫີນ​ອ້ອມ​ເມືອງ ກໍ​ຟ້າວ​ອອກ​ມາ.


ພວກ​ທະຫານ​ເຫຼົ່ານີ້​ແລ່ນ​ເຂົ້າ​ໄປ​ສູ່​ເມືອງ​ກີເບອາ​ຢ່າງ​ວ່ອງໄວ. ພວກເຂົາ​ຢາຍກັນ​ອອກ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ປະຊາຊົນ​ທຸກຄົນ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka