Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:18 - ພຣະຄຳພີສັກສິ

18 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ວ່າ, “ຈົ່ງ​ເອົາ​ຫອກ​ຂອງ​ເຈົ້າ​ຊີ້​ໄປ​ທາງ​ເມືອງ​ອາອີ ເຮົາ​ກຳລັງ​ມອບ​ເມືອງ​ອາອີ​ໃຫ້​ເຈົ້າ.” ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ

Uka jalj uñjjattʼäta Copia luraña




ໂຢຊວຍ 8:18
14 Jak'a apnaqawi uñst'ayäwi  

ຜູ້​ທີ່​ຍົກ​ກຳປັ້ນ​ໃສ່​ພຣະ​ຜູ້ສູງສຸດ​ກໍ​ເປັນ​ດັ່ງນີ້ແຫລະ ຄື​ຜູ້​ທີ່​ດູໝິ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພວກ​ຄົນ​ຂີ່​ມ້າ​ຜູ້​ທີ່​ຖື​ອາວຸດ​ຢູ່​ໃນ​ມື ດາດ​ກັນ​ດັງ​ຕອບ​ແສງ​ຕາເວັນ​ມາບໆ.


ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ແລະ​ໜອງ​ບຶງ​ທັງຫລາຍ ເພື່ອ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເຕັມ​ທົ່ວ​ໄປ​ໃນ​ດິນແດນ​ເອຢິບ.”


ເຮົາ​ຈະ​ເຮັດ​ໃຫ້​ລາວ​ອ່ອນແຮງ ແລະ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ເຂັ້ມແຂງ. ເມື່ອ​ເຮົາ​ມອບ​ດາບ​ຂອງເຮົາ​ໃຫ້​ລາວ​ແລະ​ລາວ​ຊີ້​ດາບ​ນັ້ນ​ໄປ​ສູ່​ປະເທດ​ເອຢິບ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ຜູ້ຊາຍ​ທຸກຄົນ​ໃນ​ເມືອງ​ອາອີ ໄດ້​ອອກ​ໄລ່ຕາມ​ພວກ​ອິດສະຣາເອນ​ໄປ ແລະ​ປ່ອຍ​ໃຫ້​ຕົວເມືອງ​ເປີດ​ປະໄວ້​ຢ່າງ​ບໍ່ມີ​ໃຜ​ປ້ອງກັນ.


ແລະ​ພໍ​ໂຢຊວຍ​ຍົກ​ມື​ຂຶ້ນ ພວກ​ທີ່​ໄດ້​ລີ້​ຢູ່​ນັ້ນ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຢ່າງ​ວ່ອງໄວ ແລະ​ເຂົ້າ​ຢຶດຄອງ​ເມືອງ​ທັນທີ. ພວກເຂົາ​ຈູດ​ເມືອງ​ຖິ້ມ​ທັນໃດໂລດ.


ແລ້ວ​ໃຫ້​ພວກເຈົ້າ​ອອກ​ມາ​ຈາກ​ບ່ອນ​ລີ້ ແລະ​ເຂົ້າ​ຢຶດຄອງ​ຕົວເມືອງ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ຍົກ​ເມືອງ​ນີ້​ໃຫ້​ພວກເຈົ້າ.


ຊາຍ​ຟີລິດສະຕິນ​ຍ່າງ​ມຸ່ງໜ້າ​ມາ​ຫາ​ດາວິດ ໂດຍ​ມີ​ຄົນ​ຖື​ໂລ້​ຕ້ານທານ​ຍ່າງ​ອອກ​ໜ້າ​ກ່ອນ​ລາວ. ລາວ​ຍ່າງ​ເຂົ້າ​ມາ​ໃກ້​ດາວິດ​ທຸກຂະນະ


ດາວິດ​ຕອບ​ວ່າ, “ເຈົ້າ​ມາ​ຕໍ່ສູ້​ຂ້ອຍ​ດ້ວຍ​ດາບ, ດ້ວຍ​ຫອກ ແລະ​ຫລາວ, ແຕ່​ຂ້ອຍ​ມາ​ຕໍ່ສູ້​ເຈົ້າ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ກອງທັບ​ອິດສະຣາເອນ​ທີ່​ເຈົ້າ​ໄດ້​ເວົ້າ​ທ້າທາຍ​ນັ້ນ.


ສ່ວນ​ຂາ​ຂອງ​ລາວ​ນັ້ນ​ກໍ​ສວມ​ເຄື່ອງ​ປ້ອງກັນ​ທີ່​ເຮັດ​ດ້ວຍ​ທອງສຳຣິດ​ເຊັ່ນກັນ. ນອກ​ນີ້​ລາວ​ຍັງ​ພາຍ​ຫອກ​ທີ່​ເຮັດ​ດ້ວຍ​ທອງສຳຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka