16 ຝ່າຍຜູ້ຊາຍຢູ່ໃນເມືອງທຸກຄົນກໍໄລ່ຕາມໄປ ແລະໃນຂະນະທີ່ພວກເຂົາໄລ່ຕາມໂຢຊວຍໄປນັ້ນ ພວກເຂົາກໍຫ່າງຈາກຕົວເມືອງອອກໄປເລື້ອຍໆ.
ພຣະເຈົ້າຢາເວເປີດເຜີຍພຣະອົງເອງດ້ວຍການຕັດສິນອັນຍຸດຕິທຳ ຄົນຊົ່ວຮ້າຍກໍຖືກຈັບໂດຍສິ່ງທີ່ຕົນເອງໄດ້ກະທຳໄວ້.
ຜູ້ຊາຍທຸກຄົນໃນເມືອງອາອີ ໄດ້ອອກໄລ່ຕາມພວກອິດສະຣາເອນໄປ ແລະປ່ອຍໃຫ້ຕົວເມືອງເປີດປະໄວ້ຢ່າງບໍ່ມີໃຜປ້ອງກັນ.
ດ້ວຍວ່າ, ວິນຍານເຫຼົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫຼົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ. (
ຝ່າຍພວກເບັນຢາມິນກໍອອກມາຕໍ່ສູ້ຕາມເຄີຍ ແລະຖືກລໍ້ໃຫ້ອອກໄປໄກຈາກຕົວເມືອງ. ດັ່ງຄັ້ງກ່ອນ ພວກເຂົາເລີ່ມຂ້າພວກອິດສະຣາເອນແດ່ແລ້ວຕາມນອກເມືອງ ແລະຕາມເສັ້ນທາງໄປສູ່ເບັດເອນແລະກີເບອາ. ພວກເຂົາໄດ້ຂ້າຊາວອິດສະຣາເອນປະມານສາມສິບຄົນ.