Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:15 - ພຣະຄຳພີສັກສິ

15 ໂຢຊວຍ​ແລະ​ທະຫານ​ໄດ້​ທຳທ່າ​ຖອຍຄືນ ໂດຍ​ປົບໜີໄປ​ທາງຖິ່ນ​ແຫ້ງແລ້ງ​ກັນດານ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:15
6 Jak'a apnaqawi uñst'ayäwi  

ຢູ່​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ ມີ​ດັ່ງນີ້: ເບັດ​ອາຣາບາ, ມິດດິນ, ເສກາກາ,


ຊາຍແດນ​ພາກໃຕ້​ຂອງ​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເຊື້ອສາຍ​ຂອງ​ໂຢເຊັບ ເລີ່ມ​ແຕ່​ເຂດ​ແມ່ນໍ້າ​ຈໍແດນ​ໃກ້​ກັບ​ເມືອງ​ເຢຣິໂກ ທາງທິດ​ຕາເວັນອອກ​ຂອງ​ບໍ່ນໍ້າ​ເຢຣິໂກ ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ. ຊາຍແດນ​ນີ້​ເລີ່ມ​ແຕ່​ເມືອງ​ເຢຣິໂກ ຂຶ້ນ​ໄປ​ຈົນເຖິງ​ເຂດ​ເນີນພູ​ແລະ​ເມືອງ​ເບັດເອນ.


ທາງ​ພາກເໜືອ ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ ຈົນ​ຂຶ້ນ​ໄປ​ເຖິງ​ເນີນພູ​ທາງທິດເໜືອ​ຂອງ​ເມືອງ​ເຢຣິໂກ​ອອກ​ໄປ​ທາງທິດ​ຕາເວັນຕົກ ໂດຍ​ຜ່ານ​ເຂດ​ເນີນພູ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບັດອາເວນ.


ເມື່ອ​ກະສັດ​ເມືອງ​ອາອີ​ໄດ້​ເຫັນ​ທະຫານ​ຂອງ​ໂຢຊວຍ ເພິ່ນ​ກໍ​ລະດົມພົນ​ທັນທີ ເພິ່ນ​ພ້ອມ​ທະຫານ​ທັງໝົດ​ຟ້າວ​ອອກ​ໄປ​ສູ່​ຮ່ອມພູ​ຈໍແດນ ເພື່ອ​ຕໍ່ສູ້​ພວກ​ອິດສະຣາເອນ​ໃນ​ບ່ອນ​ເກົ່າ ທີ່​ເຄີຍ​ໄດ້​ສູ້ຮົບ​ມາ​ແລ້ວ ໂດຍ​ບໍ່​ຮູ້​ວ່າ​ຕົນ​ຈະ​ຖືກ​ຫລອນ​ໂຈມຕີ​ທາງ​ດ້ານຫລັງ.


ແລະ​ພວກ​ເບັນຢາມິນ​ຈຶ່ງ​ຮູ້ຕົວ​ວ່າ​ພວກຕົນ​ພ່າຍແພ້​ເສຍ​ແລ້ວ. ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ໄດ້​ຖອຍຫລັງ​ໄປ​ຈາກ​ພວກ​ເບັນຢາມິນ ຍ້ອນວ່າ​ພວກເຂົາ​ອາໄສ​ຕໍ່​ພວກ​ທະຫານ​ທີ່​ໄດ້​ວາງ​ລີ້​ໄວ້​ອ້ອມ​ເມືອງ​ກີເບອາ​ນັ້ນ.


ພວກເຂົາ​ຖອຍຫລັງ​ໜີ​ຈາກ​ພວກ​ອິດສະຣາເອນ ແລະ​ແລ່ນ​ໄປ​ທາງ​ນອກເມືອງ, ແຕ່​ພວກເຂົາ​ປົບໜີໄປ​ບໍ່ໄດ້ ເພາະ​ຖືກ​ທະຫານ​ທີ່​ອອກ​ມາ​ຈາກ​ເມືອງ​ນັ້ນ ໄລ່ຕາມ​ທັນ​ແລະ​ທຸກຄົນ​ຈຶ່ງ​ຖືກ​ຂ້າ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka