13 ພວກທະຫານໄດ້ຈັດຕຽມການສູ້ຮົບດັ່ງນີ້: ຄ້າຍໃຫຍ່ໃຫ້ຕັ້ງຢູ່ທາງດ້ານເໜືອຂອງເມືອງ ແລະນອກນັ້ນໃຫ້ຢູ່ທາງດ້ານຕາເວັນອອກ. ສ່ວນໂຢຊວຍນັ້ນໄດ້ຄ້າງຄືນຢູ່ໃນຮ່ອມພູ.
ເພິ່ນໄດ້ນຳເອົາທະຫານປະມານຫ້າພັນຄົນ ໄປລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເມືອງອາອີແລະເມືອງເບັດເອນ.
ເມື່ອກະສັດເມືອງອາອີໄດ້ເຫັນທະຫານຂອງໂຢຊວຍ ເພິ່ນກໍລະດົມພົນທັນທີ ເພິ່ນພ້ອມທະຫານທັງໝົດຟ້າວອອກໄປສູ່ຮ່ອມພູຈໍແດນ ເພື່ອຕໍ່ສູ້ພວກອິດສະຣາເອນໃນບ່ອນເກົ່າ ທີ່ເຄີຍໄດ້ສູ້ຮົບມາແລ້ວ ໂດຍບໍ່ຮູ້ວ່າຕົນຈະຖືກຫລອນໂຈມຕີທາງດ້ານຫລັງ.
ຫລັງຈາກຢຶດຄອງເມືອງແລ້ວ ໃຫ້ຈູດເມືອງຖິ້ມໂລດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້.”