Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:12 - ພຣະຄຳພີສັກສິ

12 ເພິ່ນ​ໄດ້​ນຳ​ເອົາ​ທະຫານ​ປະມານ​ຫ້າພັນ​ຄົນ ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ ລະຫວ່າງ​ເມືອງ​ອາອີ​ແລະ​ເມືອງ​ເບັດເອນ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:12
7 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.


ລາວ​ເອີ້ນ​ບ່ອນ​ນີ້​ວ່າ ເບັດເອນ. (ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ ລູເຊ)


ພວກ​ທະຫານ​ທີ່​ໄປ​ກັບ​ເພິ່ນ​ນັ້ນ ໄດ້​ມຸ້ງໜ້າ​ໄປ​ສູ່​ປະຕູ​ເມືອງ​ແລະ​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ ບ່ອນ​ທີ່​ມີ​ຮ່ອມ​ພູ​ຂັ້ນ​ລະຫວ່າງ​ພວກເຂົາ​ແລະ​ເມືອງ​ອາອີ.


ພວກ​ທະຫານ​ໄດ້​ຈັດຕຽມ​ການ​ສູ້ຮົບ​ດັ່ງນີ້: ຄ້າຍ​ໃຫຍ່​ໃຫ້​ຕັ້ງ​ຢູ່​ທາງ​ດ້ານເໜືອ​ຂອງ​ເມືອງ ແລະ​ນອກນັ້ນ​ໃຫ້​ຢູ່​ທາງດ້ານ​ຕາເວັນອອກ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຮ່ອມ​ພູ.


ສ່ວນ​ເຜົ່າ​ເອຟຣາອິມ​ແລະ​ເຜົ່າ​ມານາເຊ​ນັ້ນ ກໍໄດ້​ອອກ​ໄປ​ໂຈມຕີ​ເມືອງ​ເບັດເອນ​ຊຶ່ງ​ໃນ​ເວລາ​ນັ້ນ​ມີ​ຊື່​ວ່າ ລູເຊ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ສົ່ງ​ນັກສືບ​ໄປ​ສອດແນມ​ເບິ່ງ​ເມືອງ​ນັ້ນ.


ເພິ່ນ​ເອງ​ພ້ອມ​ທັງ​ກອງທັບ​ໄດ້​ໄປ​ທີ່​ເມືອງ​ອາມາເຫຼັກ ແລະ​ດັກສະກັດ​ເພື່ອ​ຫລອນ​ໂຈມຕີ​ຢູ່​ຕາມ​ຮ່ອມ​ຫ້ວຍ​ທີ່​ແຫ້ງແລ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka