11 ພວກທະຫານທີ່ໄປກັບເພິ່ນນັ້ນ ໄດ້ມຸ້ງໜ້າໄປສູ່ປະຕູເມືອງແລະຕັ້ງຄ້າຍພັກຢູ່ທາງດ້ານເໜືອ ບ່ອນທີ່ມີຮ່ອມພູຂັ້ນລະຫວ່າງພວກເຂົາແລະເມືອງອາອີ.
ຕອນເຊົ້າແຕ່ເດິກໆ ໂຢຊວຍໄດ້ລຸກຂຶ້ນແລະເອີ້ນບັນດາທະຫານມາປະຊຸມ. ແລ້ວເພິ່ນເອງແລະພວກຜູ້ນຳຊາດອິດສະຣາເອນ ກໍໄດ້ຍົກທັບໄປສູ່ເມືອງອາອີ.
ເພິ່ນໄດ້ນຳເອົາທະຫານປະມານຫ້າພັນຄົນ ໄປລີ້ຢູ່ທາງທິດຕາເວັນຕົກຂອງເມືອງ ລະຫວ່າງເມືອງອາອີແລະເມືອງເບັດເອນ.