Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:10 - ພຣະຄຳພີສັກສິ

10 ຕອນ​ເຊົ້າ​ແຕ່​ເດິກໆ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແລະ​ເອີ້ນ​ບັນດາ​ທະຫານ​ມາ​ປະຊຸມ. ແລ້ວ​ເພິ່ນ​ເອງ​ແລະ​ພວກຜູ້ນຳ​ຊາດ​ອິດສະຣາເອນ ກໍໄດ້​ຍົກທັບ​ໄປ​ສູ່​ເມືອງ​ອາອີ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:10
7 Jak'a apnaqawi uñst'ayäwi  

ອັບຣາຮາມ​ຈຶ່ງ​ລຸກ​ຂຶ້ນ​ແຕ່​ເຊົ້າ​ມືດ ຈັດຕຽມ​ເອົາ​ຟືນ​ເພື່ອ​ເຜົາ​ເຄື່ອງ​ບູຊາ, ເອົາ​ເຄື່ອງ​ຂອງ​ບັນທຸກ​ໃສ່​ເທິງ​ຫລັງ​ລໍ ແລະ​ເອົາ​ອີຊາກ​ກັບ​ຄົນ​ຮັບໃຊ້​ສອງ​ຄົນ​ໄປ​ນຳ​ຕົນ. ພວກເຂົາ​ອອກ​ເດີນທາງ​ມຸ່ງໜ້າ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ບອກ.


ດັ່ງນັ້ນ ໂດຍ​ບໍ່​ຊັກຊ້າ​ຂ້ານ້ອຍ​ຈຶ່ງ​ຟ້າວ​ລົງມື ຄື​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ມື້ໃໝ່​ມາ ໂຢຊວຍ​ແລະ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ລຸກ​ແຕ່​ເຊົ້າໆ, ອອກ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ແລະ​ມຸ້ງໜ້າ​ໄປ​ສູ່​ແມ່ນໍ້າ​ຈໍແດນ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ບ່ອນ​ນີ້ ໃນ​ຂະນະທີ່​ລໍຖ້າ​ຈະ​ຂ້າມ​ແມ່ນໍ້າ.


ເຊົ້າ​ວັນ​ໃໝ່​ມາ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ພ້ອມ​ທັງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ.


ວັນ​ໃໝ່​ມາ​ແຕ່​ເດິກໆ ໂຢຊວຍ​ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າຢູດາ​ເປັນ​ເຜົ່າ​ທີ່​ຖືກ​ເລືອກ.


ພວກ​ທະຫານ​ທີ່​ໄປ​ກັບ​ເພິ່ນ​ນັ້ນ ໄດ້​ມຸ້ງໜ້າ​ໄປ​ສູ່​ປະຕູ​ເມືອງ​ແລະ​ຕັ້ງ​ຄ້າຍພັກ​ຢູ່​ທາງ​ດ້ານ​ເໜືອ ບ່ອນ​ທີ່​ມີ​ຮ່ອມ​ພູ​ຂັ້ນ​ລະຫວ່າງ​ພວກເຂົາ​ແລະ​ເມືອງ​ອາອີ.


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຍົກທັບ​ອອກ​ໄປ ແລະ​ພວກ​ທະຫານ​ກໍໄດ້​ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ອາອີ ລະຫວ່າງ​ເມືອງ​ອາອີ​ກັບ​ເມືອງ​ເບັດເອນ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຄ້າຍພັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka