Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:7 - ພຣະຄຳພີສັກສິ

7 ແລ້ວ​ໂຢຊວຍ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ໄດ້​ນຳ​ພວກ​ຂ້ານ້ອຍ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ທີ່​ນີ້? ກໍ​ເພື່ອ​ມອບ​ພວກ​ຂ້ານ້ອຍ​ໃຫ້​ແກ່​ຊາວ​ອາໂມ ຊັ້ນບໍ? ເປັນຫຍັງ​ຈຶ່ງ​ບໍ່​ໃຫ້​ພວກ​ຂ້ານ້ອຍ ຢູ່​ຟາກ​ແມ່ນໍ້າ​ຈໍແດນ​ເບື້ອງ​ນັ້ນ​ພຸ້ນ?

Uka jalj uñjjattʼäta Copia luraña




ໂຢຊວຍ 7:7
19 Jak'a apnaqawi uñst'ayäwi  

ກະສັດ​ໂຢຣາມ​ຮ້ອງ​ຂຶ້ນ​ວ່າ, “ພວກເຮົາ​ຈະ​ໄປ​ທາງ​ໃດ​ດີ ພຣະເຈົ້າຢາເວ​ມອບ​ພວກເຮົາ​ສາມ​ຄົນ​ໄວ້​ໃນ​ກຳມື​ຂອງ​ກະສັດ​ແຫ່ງ​ໂມອາບ​ແລ້ວ.”


ເຖິງ​ແມ່ນ​ຂ້ານ້ອຍ​ເຄີຍ​ຢ້ານ ແລະ​ເວົ້າ​ວ່າ, “ບໍ່ມີ​ຜູ້ໃດ​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ.”


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”


ແຕ່​ປະຊາຊົນ​ຫິວນໍ້າ​ຫລາຍ​ຈຶ່ງ​ສືບຕໍ່​ຈົ່ມຮ້າຍ​ໂມເຊ ໂດຍ​ເວົ້າ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ເພື່ອ​ໃຫ້​ພວກເຮົາ​ກັບ​ລູກຫລານ ແລະ​ຝູງສັດ​ຕາຍ​ຫິວນໍ້າ​ຊັ້ນບໍ?”


‘ເພາະ​ພຣະເຈົ້າຢາເວ​ບໍ່​ສາມາດ​ນຳພາ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ນັ້ນ​ໄດ້. ພຣະອົງ​ຈຶ່ງ​ຂ້າ​ປະຊາຊົນ​ຂອງ​ພຣະອົງ​ເອງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.’


ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ຈະ​ນຳ​ພວກເຮົາ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ? ພວກເຮົາ​ຈະ​ຖືກ​ຂ້າ​ໃນ​ສະໜາມຮົບ ແລະ​ບັນດາ​ລູກ​ເມຍ​ຂອງ​ພວກເຮົາ​ກໍ​ຈະ​ຖືກ​ຈັບ​ໄປ. ພວກເຮົາ​ກັບຄືນ​ໄປ​ເອຢິບ​ບໍ່​ດີກວ່າ​ບໍ?”


ພຣະເຢຊູເຈົ້າ​ຕອບ​ວ່າ, “ໂອ ຄົນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ​ຊົ່ວຊ້າ​ເອີຍ ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນນານ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກ​ມາ​ຫາ​ເຮົາ​ເບິ່ງດູ.”


ພຣະອົງ​ຕອບ​ວ່າ, “ເພາະ​ພວກເຈົ້າ​ມີ​ຄວາມເຊື່ອ​ໜ້ອຍ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ຖ້າ​ພວກເຈົ້າ​ມີ​ຄວາມເຊື່ອ​ທໍ່​ເມັດ​ຜັກ​ກາດ ພວກເຈົ້າ​ກໍ​ຈະ​ສັ່ງ​ພູ​ໜ່ວຍ​ນີ້​ວ່າ, ‘ຈົ່ງ​ເຄື່ອນ​ຈາກ​ບ່ອນ​ນີ້​ໄປ​ຢູ່​ບ່ອນ​ນັ້ນ,’ ແລະ​ມັນ​ກໍ​ຈະ​ເຄື່ອນ​ໄປ. ບໍ່ມີ​ສິ່ງໃດ​ທີ່​ພວກເຈົ້າ​ເຮັດ​ບໍ່ໄດ້.” [


ແລະ​ພວກເຈົ້າ​ໄດ້​ລືມ​ຄຳເຕືອນ ທີ່​ພຣະອົງ​ໄດ້​ຊົງ​ເຕືອນ​ໃນ​ຖານະ​ທີ່​ເປັນ​ລູກ​ວ່າ, “ລູກ​ຂອງເຮົາ​ເອີຍ ຢ່າ​ປະໝາດ​ຕໍ່​ການ​ຕີສອນ​ ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຢ່າ​ນ້ອຍໃຈ​ເມື່ອ​ພຣະອົງ​ ຊົງ​ຕິຕຽນ​ເຈົ້າ.


ໂຢຊວຍ​ແລະ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ ຕ່າງ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເປັນທຸກໃຈ ແລະ​ໝູບ​ໜ້າ​ກັບ​ພື້ນດິນ​ຕໍ່ໜ້າ​ຫີບ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໝູບ​ຢູ່​ຢ່າງ​ນີ້ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ ພ້ອມ​ທັງ​ເອົາ​ຂີ້ຝຸ່ນ​ດິນ​ໂຮຍ​ໃສ່​ເທິງ​ຫົວ​ຕົນເອງ ເພື່ອ​ສະແດງ​ເຖິງ​ຄວາມ​ໂສກເສົ້າ​ຂອງ​ພວກເຂົາ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ກ່າວ​ຫຍັງ​ໄດ້​ແດ່? ບັດນີ້ ຈະ​ໃຫ້​ຊາວ​ອິດສະຣາເອນ​ປົບໜີ​ຕໍ່ໜ້າ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ ຊັ້ນບໍ?


ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບຄືນ​ມາ​ຄ້າຍ ພວກ​ຜູ້ນຳ​ຊາວ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ, “ເປັນຫຍັງ​ມື້ນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ພວກ​ຟີລິດສະຕິນ​ຊະນະ​ພວກເຮົາ? ຈົ່ງ​ໄປ​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຈາກ​ເມືອງ​ຊີໂລ ເພື່ອ​ວ່າ​ພຣະອົງ ຈະ​ສະຖິດ​ຢູ່​ກັບ​ພວກເຮົາ ແລະ​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມມື​ສັດຕູ​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka