ໂຢຊວຍ 7:6 - ພຣະຄຳພີສັກສິ6 ໂຢຊວຍແລະພວກຜູ້ນຳຂອງຊາດອິດສະຣາເອນ ຕ່າງກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມເປັນທຸກໃຈ ແລະໝູບໜ້າກັບພື້ນດິນຕໍ່ໜ້າຫີບຂອງພຣະເຈົ້າຢາເວ. ພວກເຂົາໝູບຢູ່ຢ່າງນີ້ ຕັ້ງແຕ່ເຊົ້າຈົນຄໍ່າ ພ້ອມທັງເອົາຂີ້ຝຸ່ນດິນໂຮຍໃສ່ເທິງຫົວຕົນເອງ ເພື່ອສະແດງເຖິງຄວາມໂສກເສົ້າຂອງພວກເຂົາ. Uka jalj uñjjattʼäta |
ໃນມື້ທີຊາວສີ່ ຂອງເດືອນດຽວກັນນີ້ ປະຊາຊົນຊາວອິດສະຣາເອນໄດ້ເຕົ້າໂຮມກັນຖືສິນອົດອາຫານ ເພື່ອສະແດງຄວາມໂສກເສົ້າເສຍໃຈສຳລັບການບາບຂອງພວກເຂົາ. ພວກເຂົາແຍກຕົວເອງອອກຈາກຄົນຕ່າງຊາດທຸກຄົນ. ພວກເຂົານຸ່ງເຄື່ອງທີ່ເຮັດດ້ວຍຜ້າກະສອບເຂົ້າ ພ້ອມທັງໂຮຍຂີ້ຝຸ່ນດິນໃສ່ເທິງຫົວ ອັນສະແດງເຖິງຄວາມໂສກເສົ້າ. ແລ້ວພວກເຂົາກໍຢືນຂຶ້ນສາລະພາບການຜິດບາບຂອງພວກເຂົາເອງ ແລະຜິດບາບຂອງບັນພະບຸລຸດຂອງພວກເຂົາທີ່ໄດ້ເຮັດ.