Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:26 - ພຣະຄຳພີສັກສິ

26 ຫລັງຈາກ​ນັ້ນ ພວກເຂົາ​ກໍ​ເອົາ​ຫີນ​ມາ​ເຮັດ​ເປັນ​ກອງ​ໃຫຍ່​ຖົມ​ລາວ​ໄວ້ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້. ດັ່ງນັ້ນ ບ່ອນ​ນີ້​ຈົ່ງ​ເອີ້ນ​ວ່າ ຮ່ອມພູ​ອາໂຄ. ແລ້ວ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໂກດຮ້າຍ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ໂຢຊວຍ 7:26
22 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຫາມ​ເອົາ​ຊາກສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ເລິກ​ທີ່​ປ່າ ແລະ​ເອົາ​ກ້ອນຫີນ​ມາ​ກອງ​ອັດ​ປາກ​ຂຸມ​ນັ້ນ​ໄວ້​ເປັນ​ກອງ​ໃຫຍ່. ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ຕ່າງ​ກໍ​ໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ​ຈົນ​ໝົດ.


ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ພວກເຂົາ​ໄດ້​ເອົາ​ກະດູກ​ຂອງ​ກະສັດ​ໂຊນ​ແລະ​ໂຢນາທານ ໄປ​ຝັງ​ໄວ້​ໃນ​ອຸບມຸງ​ຂອງ​ກີເຊ​ພໍ່​ຂອງ​ກະສັດ​ໂຊນ ທີ່​ເມືອງ​ເຊລາ​ໃນ​ເຂດແດນ​ຂອງ​ພວກ​ເບັນຢາມິນ. ຫລັງຈາກ​ນັ້ນ​ມາ ພຣະເຈົ້າ​ກໍ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຂົາ​ສຳລັບ​ປະເທດ​ຊາດ​ບ້ານ​ເມືອງ.


ບັດນີ້ ຂ້າພະເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ເຮັດ​ພັນທະສັນຍາ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ເພື່ອ​ວ່າ​ພຣະອົງ​ຈະ​ບໍ່​ໂກດຮ້າຍ​ພວກເຮົາ​ຕໍ່ໄປ.


ໃຫ້​ບັນດາ​ຂ້າຣາຊການ​ຂອງ​ພວກເຮົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ນີ້ ຮັບຜິດຊອບ​ເລື່ອງ​ນີ້​ສາ. ແລ້ວ​ໃຫ້​ຜູ້​ທີ່​ມີ​ເມຍ​ຄົນຕ່າງຊາດ ພ້ອມ​ທັງ​ພວກຫົວໜ້າ ແລະ​ພວກ​ຜູ້ຕັດສິນ​ທີ່​ຢູ່​ໃນ​ເມືອງ ນັດ​ກັນ​ມາ​ໃໝ່​ຕາມ​ເວລາ​ທີ່​ກຳນົດ​ໄວ້. ດ້ວຍ​ວິທີ​ນີ້​ກໍ​ຈະ​ເຮັດ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ເຊົາ​ໂກດຮ້າຍ​ໃນ​ເລື່ອງ​ນີ້.”


ຂ້າແດ່​ພຣະເຈົ້າ​ແຫ່ງ​ຄວາມພົ້ນ​ຂອງ​ພວກ​ຂ້ານ້ອຍ ຂໍ​ຊົງ​ໂຜດ​ນຳ​ພວກ​ຂ້ານ້ອຍ​ຄືນ​ບ້ານ ໂຜດ​ລະຖິ້ມ​ຄວາມ​ບໍ່​ພໍໃຈ ທີ່​ພຣະອົງ​ມີ ຕໍ່​ພວກ​ຂ້ານ້ອຍ​ນັ້ນ​ເຖີດ.


ເປັນຫຍັງ​ຈຶ່ງ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ຕ້ອງ​ໄດ້​ເວົ້າ​ໃຫ້​ພຣະອົງ​ວ່າ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ ກໍ​ເພື່ອ​ວາງແຜນ​ຂ້າ​ພວກເຂົາ​ຢູ່​ໃນ​ເທິງ​ພູ​ນີ້ ໂດຍ​ທຳລາຍ​ພວກເຂົາ​ໃຫ້​ໝົດ​ສິ້ນ​ໄປ? ຂໍ​ຢ່າ​ຊົງ​ໂກດຮ້າຍ ແລະ​ຢ່າ​ທຳລາຍ​ປະຊາຊົນ​ຂອງ​ພຣະອົງ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ພວກເຂົາ​ຈະ​ນະມັດສະການ​ເຮົາ ແລະ​ຈະ​ນຳ​ຝູງແກະ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ລ້ຽງ​ຕາມ​ທົ່ງຫຍ້າ​ຊາໂຣນ ໃນ​ທິດ​ຕາເວັນຕົກ ແລະ​ໃນ​ຮ່ອມ​ພູເຂົາ​ເດືອດຮ້ອນ​ທາງທິດ​ຕາເວັນອອກ.


ພວກເຂົາ​ໂຢນ​ຂ້ານ້ອຍ​ລົງ​ໃນ​ຂຸມ​ທັງເປັນ ແລະ​ເອົາ​ຫີນ​ອັດ​ປາກ​ຂອງ​ຫລຸມ​ນັ້ນ​ໄວ້.


ເຮົາ​ຈະ​ຄືນ​ສວນອະງຸ່ນ​ໃຫ້​ແກ່​ນາງ ແລະ​ຈະ​ເຮັດ​ໃຫ້​ຮ່ອມພູ​ລຳບາກ​ເປັນ​ປະຕູ​ແຫ່ງ​ຄວາມຫວັງ. ນາງ​ຈະ​ຕອບ​ສະໜອງ​ເຮົາ​ຢູ່​ທີ່​ນັ້ນ ດັ່ງ​ນາງ​ໄດ້​ເຄີຍ​ເຮັດ​ມາ​ໃນ​ຄາວ​ຍັງ​ໜຸ່ມ ຄື​ເມື່ອ​ຄາວ​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.


ເຮົາ​ຈະ​ບໍ່​ໃຫ້​ນາງ​ເອີ່ຍ​ເຖິງ​ຊື່​ພະບາອານ​ອີກ​ຈັກເທື່ອ.


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ແລ້ວ​ພຣະເຈົ້າຢາເວ​ກໍ​ໃຫ້​ຄວາມ​ເປັນຫ່ວງ​ແກ່​ດິນແດນ ຂອງ​ພຣະອົງ​ແລະ​ອີດູ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ.


ແລ້ວ​ພວກເຂົາ​ກໍ​ຈັບ​ໂຢນາ​ໂຍນ​ລົງ​ທະເລ ແລະ​ລົມພະຍຸ​ຈຶ່ງ​ສະຫງົບ​ລົງ​ທັນທີ.


ແລ້ວ​ເທວະດາ​ຕົນ​ນັ້ນ​ກໍ​ຮ້ອງ​ບອກ​ຂ້າພະເຈົ້າ​ວ່າ, “ມ້າ​ທີ່​ໄປ​ທາງ​ທິດເໜືອ​ສູ່​ບາບີໂລນ​ນັ້ນ ໄດ້​ເຮັດ​ໃຫ້​ຄວາມ​ໂກດຮ້າຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ງຽບລົງ.”


ແລະ​ຊັດ​ຫອກ​ຂອງຕົນ​ໃສ່ ຈົນ​ຊອດ​ເຂົາ​ທັງສອງ. ດ້ວຍເຫດນີ້ ໂຣກ​ລະບາດ​ທີ່​ພວມ​ທຳລາຍ​ຊາວ​ອິດສະຣາເອນ​ຢູ່​ນັ້ນ​ຈຶ່ງ​ຢຸດຕິລົງ,


ຢ່າ​ເອົາ​ສິ່ງຂອງ​ໃດໆ​ທີ່​ຈະ​ຕ້ອງ​ສາບແຊ່ງ​ແລະ​ທຳລາຍ​ຖິ້ມ​ນັ້ນ​ມາ​ເປັນ​ຂອງຕົນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເຊົາ​ໂກດຮ້າຍ ແລະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ເມດຕາ​ພວກເຈົ້າ ແລະ​ຈະ​ໃຫ້​ພວກເຈົ້າ​ມີ​ປະຊາຊົນ​ເພີ່ມພູນ​ຂຶ້ນ ເປັນ​ຈຳນວນ​ຫລວງຫລາຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ


ຖ້າ​ພວກເຈົ້າ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ດ້ວຍ​ການ​ປະຕິບັດ​ຕາມ​ຄຳສັ່ງ​ທຸກຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ເຮັດ​ຕາມ​ຢ່າງ​ຖືກຕ້ອງ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ພໍ​ຕາເວັນ​ຕົກ​ດິນ ໂຢຊວຍ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ເອົາ​ໄປ​ຖິ້ມ​ໄວ້​ໃນ​ຖໍ້າ​ບ່ອນ​ທີ່​ພວກເຂົາ​ເຄີຍ​ຫລົບລີ້​ຢູ່​ກ່ອນ​ນັ້ນ. ແລ້ວ​ປາກ​ຖໍ້າ​ກໍ​ຖືກ​ປິດ​ໄວ້​ດ້ວຍ​ຫີນ​ກ້ອນ​ໃຫຍ່ໆ​ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


ໂຢຊວຍ​ແລະ​ຊາວ​ອິດສະຣາເອນ​ທຸກຄົນ ຈຶ່ງ​ໄດ້​ຈັບ​ອາການ​ຕະກຸນ​ເຊຣາ​ພ້ອມ​ທັງ​ຢຶດເອົາ​ເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດ​ທັງ​ລູກ​ຊາຍ​ຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະ​ສິ່ງ​ອື່ນໆ​ອີກ​ທຸກຢ່າງ​ທີ່​ລາວ​ມີ ແລະ​ພວກເຂົາ​ໄດ້​ນຳ​ໄປ​ທີ່​ຮ່ອມພູ​ອາໂຄ.


ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka