23 ພວກເຂົາຈຶ່ງນຳເອົາສິ່ງຂອງເຫຼົ່ານັ້ນ ອອກມາຈາກຜ້າເຕັນ ໃຫ້ໂຢຊວຍແລະຊາວອິດສະຣາເອນທັງໝົດເບິ່ງ ແລ້ວວາງສິ່ງຂອງນັ້ນລົງຕໍ່ໜ້າພຣະເຈົ້າຢາເວ.
ບັດນີ້ ເຈົ້າໄດ້ຄົ້ນເບິ່ງສິ່ງຂອງຂອງຂ້ອຍທັງໝົດແລ້ວ ມີສິ່ງໃດແດ່ທີ່ເຈົ້າເຫັນວ່າມັນເປັນຂອງເຈົ້າ? ເອົາອອກມາໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍເບິ່ງດູ ແລະໃຫ້ພວກເຂົາຕັດສິນວ່າລະຫວ່າງເຈົ້າກັບຂ້ອຍແມ່ນຜູ້ໃດຜິດຜູ້ໃດຖືກ.
ດັ່ງນັ້ນ ໂຢຊວຍຈຶ່ງໃຊ້ຄົນແລ່ນໄປເບິ່ງໃນຜ້າເຕັນ ແລະພົບສິ່ງຂອງດັ່ງກ່າວນັ້ນພ້ອມກັບເງິນຝັງໄວ້ໃນຜ້າເຕັນແທ້.
ໂຢຊວຍແລະຊາວອິດສະຣາເອນທຸກຄົນ ຈຶ່ງໄດ້ຈັບອາການຕະກຸນເຊຣາພ້ອມທັງຢຶດເອົາເງິນ, ເສື້ອຄຸມ, ແທ່ງຄຳ, ຕະຫລອດທັງລູກຊາຍຍິງ, ຝູງສັດ, ລໍ, ແກະ, ຜ້າເຕັນ ແລະສິ່ງອື່ນໆອີກທຸກຢ່າງທີ່ລາວມີ ແລະພວກເຂົາໄດ້ນຳໄປທີ່ຮ່ອມພູອາໂຄ.