Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:21 - ພຣະຄຳພີສັກສິ

21 ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”

Uka jalj uñjjattʼäta Copia luraña




ໂຢຊວຍ 7:21
35 Jak'a apnaqawi uñst'ayäwi  

ອານາຈັກ​ທຳອິດ​ທີ່​ນິມໂຣດ​ໄດ້​ປົກຄອງ​ມີ: ບາບີໂລນ, ເອເຣັກ ແລະ​ອັກກາດ. ເມືອງ​ທັງ​ສາມ​ນີ້​ຢູ່​ໃນ​ບາບີໂລນ.


ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ຫລັງຈາກ​ສັງຫານ​ພວກ​ຜູ້ຊາຍ​ຢູ່​ໃນ​ເມືອງ​ແລ້ວ ລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ກໍ​ປຸ້ນສະດົມ​ເມືອງ ເພື່ອ​ແກ້ແຄ້ນ​ໃຫ້​ນາງ​ດີນາ​ນ້ອງສາວ​ຂອງ​ພວກ​ຕົນ ເພາະ​ຖືກ​ໝິ່ນປະໝາດ.


ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ ທີ່​ເຫັນ​ວ່າ​ຍິງ​ສາວ​ເຫຼົ່ານີ້​ງາມ​ຫລາຍ. ສະນັ້ນ ຈຶ່ງ​ພາກັນ​ຫາ​ເລືອກ​ເອົາ​ເປັນ​ເມຍ​ຕາມ​ໃຈ​ມັກ.


ໃນ​ຕອນ​ຂ້ອນ​ບ່າຍ​ວັນ​ໜຶ່ງ ກະສັດ​ດາວິດ​ຕື່ນ​ຂຶ້ນ​ຈາກ​ນອນ ແລະ​ຂຶ້ນ​ໄປ​ເທິງ​ຫລັງຄາ​ພຽງ​ຂອງ​ຣາຊວັງ. ໃນຂະນະທີ່​ເພິ່ນ​ຍ່າງ​ໄປມາ​ນັ້ນ ເພິ່ນ​ເລີຍ​ຫລຽວເຫັນ​ຍິງ​ຄົນ​ໜຶ່ງ​ກຳລັງ​ອາບນໍ້າ. ນາງ​ເປັນ​ຄົນ​ງາມ​ຫລາຍ.


ເມື່ອ​ຊາຍ​ຂີ້ທູດ​ທັງ​ສີ່​ມາ​ຮອດ​ແຄມ​ຄ້າຍ ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ຜ້າເຕັນ ທັງ​ກິນ​ແລະ​ດື່ມ​ອາຫານ​ທີ່​ມີ​ໃນ​ທີ່ນັ້ນ ແລະ​ເກັບ​ເອົາ​ເງິນ, ຄຳ ແລະ​ເຄື່ອງນຸ່ງ​ທີ່​ພວກເຂົາ​ໄດ້​ພົບ; ແລ້ວ​ພວກເຂົາ​ກໍ​ອອກ​ໜີໄປ ແລະ​ເຊື່ອງ​ສິ່ງຂອງ​ເຫຼົ່ານີ້​ໄວ້​ໃນ​ບ່ອນອື່ນ; ພວກເຂົາ​ກັບຄືນ​ເຂົ້າ​ໄປ​ໃນ​ຜ້າເຕັນ​ອື່ນ ແລະ​ເຮັດ​ຄືເກົ່າ.


ຂ້ອຍ​ໄດ້​ເຮັດ​ສັນຍາ​ຢ່າງ​ໜຶ່ງ​ໜັກແໜ້ນ​ຈິງໃຈ ຄື​ບໍ່​ແນມເບິ່ງ​ຜູ້ຍິງ​ດ້ວຍ​ຕັນຫາ​ຄວາມຢາກ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ເອົາໃຈໃສ່​ຕໍ່​ສິ່ງ​ອະນິຈັງ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະທຳ​ຂອງ​ພຣະອົງ.


ຢ່າ​ໄດ້​ໂລບເອົາ​ເຮືອນຊານ​ບ້ານຊ່ອງ​ຂອງ​ເພື່ອນບ້ານ​ຂອງເຈົ້າ; ຢ່າ​ຢາກ​ໄດ້​ເມຍ​ຂອງ​ລາວ, ຄົນ​ຮັບໃຊ້​ຊາຍ​ຍິງ, ງົວ, ລໍ ຫລື​ສິ່ງ​ອື່ນໆ​ອີກ​ທີ່​ລາວ​ມີ​ຢູ່.”


ການ​ປຸ້ນຈີ້​ຮຽກຮ້ອງ​ເອົາ​ຊີວິດ​ຂອງ​ນັກ​ປຸ້ນຈີ້​ສະເໝີ ອັນນີ້ ແມ່ນ​ສິ່ງ​ທີ່​ເກີດຂຶ້ນ​ກັບ ຜູ້ໃດ​ກໍໄດ້​ທີ່​ໃຊ້​ຊີວິດ​ໂດຍ​ອາໄສ​ການ​ຮຸນແຮງ.


ສະນັ້ນ ຢ່າ​ຄິດ​ສະອອນ​ນຳ​ເຫຼົ້າ​ອະງຸ່ນ​ເລີຍ ເຖິງ​ແມ່ນ​ວ່າ​ມັນ​ເປັນ​ຟອງ​ສີແດງ​ງາມ​ເມື່ອ​ເຈົ້າ​ສັ່ນ ແລະ​ສົດໃສ​ຈົນ​ສ່ອງເຫັນເງົາ ເມື່ອ​ມັນ​ຍອບລົງ​ກໍຕາມ,


ຄົນ​ເຫັນແກ່ຕົວ​ຟ້າວຟັ່ງ​ຢາກ​ຮັ່ງ​ຢາກ​ມີ ຄວາມ​ຍາກຈົນ​ຈະ​ໂຈມຕີ​ລາວ​ເມື່ອໃດ​ແມ່ນ​ບໍ່​ຮູ້.


ຈົ່ງ​ລະວັງ​ສິ່ງ​ທີ່​ເຈົ້າ​ຄິດ​ຢູ່ໃນໃຈ​ໃຫ້​ດີ ເພາະ​ຊີວິດ​ຂອງ​ຄົນ​ຖືກ​ຫລໍ່ຫລອມ​ຂຶ້ນ​ໂດຍ​ຄວາມ​ນຶກຄິດ.


ພວກເຈົ້າ​ເວົ້າ​ອວດ​ວ່າ ພວກເຈົ້າ​ໄດ້​ເຮັດ​ຂໍ້​ສັນຍາ​ກັບ​ຄວາມຕາຍ ແລະ​ບັນລຸ​ຂໍ້​ຕົກລົງ​ໄປ​ສູ່​ແດນ​ມໍຣະນາ. ພວກເຈົ້າ​ແນ່ໃຈ​ວ່າ​ເມື່ອ​ຄວາມ​ຈິບຫາຍ​ມາ ມັນ​ຈະ​ຫວິດ​ໄປ​ຈາກ​ພວກເຈົ້າ​ຍ້ອນ​ພວກເຈົ້າ​ເພິ່ງ​ຄຳເວົ້າ​ຕົວະ ແລະ​ເພິ່ງ​ການ​ຫລອກລວງ​ເພື່ອ​ຮັກສາ​ພວກເຈົ້າ​ໃຫ້​ປອດໄພ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກ​ທີ່​ຊອກ​ປິດບັງ​ແຜນການ​ຂອງ​ພວກຕົນ​ໄວ້​ຈາກ​ພຣະເຈົ້າຢາເວ. ພວກເຂົາ​ເຮັດ​ຕາມ​ແຜນການ​ຂອງຕົນເອງ​ໃນ​ທີ່​ລັບລີ້ ແລະ​ຄິດ​ວ່າ​ບໍ່ມີ​ຜູ້ໃດ​ຮູ້​ເຫັນ​ພວກຕົນ​ກຳລັງ​ເຮັດ​ຢູ່.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ຜູ້​ທີ່​ໄດ້​ເຮັດ​ໃຫ້​ຄອບຄົວ​ຂອງ​ພວກ​ຕົນ​ຮັ່ງມີ​ເປັນດີ ດ້ວຍ​ສິ່ງ​ທີ່​ພວກເຈົ້າ​ຢຶດ​ມາ​ໄດ້​ດ້ວຍ​ການ​ຂ້າ​ທາລຸນ​ຄົນອື່ນ ແລະ​ດ້ວຍ​ການ​ພະຍາຍາມ​ເຮັດ​ໃຫ້​ຄອບຄົວ​ຂອງຕົນເອງ​ຢູ່​ຢ່າງ​ປອດໄພ​ຈາກ​ການ​ທຳຮ້າຍ ແລະ​ຈາກ​ອັນຕະລາຍ


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ສິ່ງໃດ​ທີ່​ປິດບັງ​ໄວ້ ຈະ​ຖືກ​ເປີດເຜີຍ ແລະ​ສິ່ງໃດ​ກໍຕາມ​ທີ່​ເປັນ​ຄວາມ​ລັບ ຈະ​ຖືກ​ເປີດເຜີຍ​ອອກ​ໃຫ້​ຮູ້.


ເນື່ອງ​ຈາກ​ພວກເຈົ້າ​ເປັນ​ໄພ່ພົນ​ຂອງ​ພຣະເຈົ້າ ໃນ​ທ່າມກາງ​ພວກເຈົ້າ​ຈຶ່ງ​ບໍ່​ສົມຄວນ​ທີ່​ຈະ​ເອີ່ຍ​ເຖິງ, ເລື່ອງ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ, ການ​ຊົ່ວຮ້າຍ​ທຸກຢ່າງ ແລະ​ຄວາມ​ໂລພາ​ຕັນຫາ.


ພວກເຈົ້າ​ຄົງ​ຮູ້ຈັກ​ດີ​ແລ້ວ​ວ່າ ຜູ້​ທີ່​ຫຼິ້ນຊູ້, ຜູ້​ທີ່​ເວົ້າ​ຫຍາບຊ້າ, ຜູ້​ທີ່​ໃຈ​ໂລບ (ເໝືອນ​ຂາບໄຫວ້​ຮູບເຄົາຣົບ) ຈະ​ບໍ່ໄດ້​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະຄຣິດ ແລະ​ຂອງ​ພຣະເຈົ້າ​ຈັກເທື່ອ.


ຈົ່ງ​ຈູດ​ຮູບເຄົາຣົບ​ຂອງ​ພວກເຂົາ​ຖິ້ມ. ຢ່າ​ຄິດ​ຢາກ​ໄດ້​ເງິນ​ຫລື​ຄຳ​ທີ່​ໃຊ້​ໂອບ​ຮູບ​ເຫຼົ່ານັ້ນ ແລະ​ຢ່າ​ເອົາ​ມັນ​ມາ​ເປັນ​ຂອງ​ພວກເຈົ້າ. ຖ້າ​ພວກເຈົ້າ​ຂືນ​ເຮັດ ມັນ​ກໍ​ຈະ​ເປັນ​ອັນຕະລາຍ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຽດຊັງ​ການ​ຂາບໄຫວ້​ຮູບເຄົາຣົບ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ຈົ່ງ​ໃຫ້​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ ເວັ້ນ​ຈາກ​ການ​ຮັກເງິນ​ຮັກຄຳ. ຈົ່ງ​ພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະເຈົ້າ​ເອງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສຍ​ຈັກເທື່ອ.”


ເມື່ອ​ຄວາມ​ປາຖະໜາ​ຊົ່ວ​ຂອງ​ລາວ​ຕັ້ງ​ຮາກ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຜິດບາບ ເມື່ອ​ຄວາມ​ຜິດບາບ​ໃຫຍ່​ຂຶ້ນ​ເຕັມ​ຂະໜາດ​ແລ້ວ ກໍ່​ໃຫ້​ເກີດ​ມີ​ຄວາມ​ຕາຍ.


ອາການ​ຕອບ​ວ່າ, “ເປັນ​ຄວາມຈິງ​ແທ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ດັ່ງ​ຕໍ່ໄປນີ້:


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໃຊ້​ຄົນ​ແລ່ນ​ໄປ​ເບິ່ງ​ໃນ​ຜ້າເຕັນ ແລະ​ພົບ​ສິ່ງຂອງ​ດັ່ງກ່າວ​ນັ້ນ​ພ້ອມ​ກັບ​ເງິນ​ຝັງ​ໄວ້​ໃນ​ຜ້າເຕັນ​ແທ້.


ພວກເຂົາ​ໄດ້​ປະຖິ້ມ​ທາງ​ຊື່ ຈຶ່ງ​ຫລົງ​ທາງ​ໄປ, ພວກເຂົາ​ຕິດຕາມ​ທາງ​ຂອງ​ບາລາອາມ ລູກ​ເບອໍ ຜູ້​ຊຶ່ງ​ມັກ​ລາງວັນ​ທີ່​ມາ​ຈາກ​ການ​ອະທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka