Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:20 - ພຣະຄຳພີສັກສິ

20 ອາການ​ຕອບ​ວ່າ, “ເປັນ​ຄວາມຈິງ​ແທ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ດັ່ງ​ຕໍ່ໄປນີ້:

Uka jalj uñjjattʼäta Copia luraña




ໂຢຊວຍ 7:20
13 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ແມ່ນ​ແລ້ວ ພວກເຮົາ​ໄດ້​ຮັບ​ທຸກ​ໃນ​ເວລາ​ນີ້​ກໍ​ຍ້ອນ​ໂທດກຳ ທີ່​ພວກເຮົາ​ໄດ້​ເຮັດ​ຕໍ່​ນ້ອງຊາຍ​ຂອງ​ພວກເຮົາ; ພວກເຮົາ​ເຫັນ​ວ່າ​ລາວ​ເປັນ​ທຸກ​ພຽງໃດ ເມື່ອ​ລາວ​ໄດ້​ວິງວອນ​ຂໍ​ຄວາມ​ເມດຕາ, ແຕ່​ພວກເຮົາ​ບໍ່​ຍອມ​ຟັງ​ສຽງ​ຂອງ​ລາວ​ເລີຍ. ສະນັ້ນ ຄວາມ​ທຸກ​ລຳບາກ​ອັນນີ້​ຈຶ່ງ​ມາ​ຕົກຖືກ​ພວກເຮົາ.”


ແຕ່ລະຄົນ​ຈະ​ກ່າວ​ອອກ​ມາ​ວ່າ, ‘ຂ້ອຍ​ໄດ້​ເຮັດ​ບາບ ຂ້ອຍ​ບໍ່ໄດ້​ເຮັດ​ສິ່ງ​ຊອບທຳ, ແຕ່​ພຣະເຈົ້າ​ໄດ້​ໄວ້​ຊີວິດ.


ຖ້າ​ຂ້ານ້ອຍ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ຈົ່ງ​ບອກ​ມາ​ເບິ່ງດູ​ວ່າ​ໄດ້​ເຮັດ​ບາບ​ຫຍັງ​ແດ່? ເປັນຫຍັງ​ຈຶ່ງ​ເອົາ​ຂ້ານ້ອຍ​ເປັນເປົ້າ​ໃຫ້​ພຣະອົງ​ທົດລອງ? ເພາະ​ຂ້ານ້ອຍ​ເປັນ​ພາລະໜັກ​ແກ່​ພຣະອົງ​ຫລືນີ້?


ຂ້ານ້ອຍ​ສາລະພາບ​ການບາບ​ທີ່​ໄດ້​ເຮັດ​ມາ ມັນ​ມີ​ແຕ່​ເຮັດ​ໃຫ້​ຂ້ານ້ອຍ​ວຸ້ນວາຍ​ໃຈ​ເທົ່ານັ້ນ.


ແລ້ວ​ກະສັດ​ຟາໂຣ​ກໍ​ຟ້າວ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ ແລະ​ກ່າວ​ວ່າ, “ເຮົາ​ໄດ້​ເຮັດ​ຜິດບາບ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ແລະ​ຕໍ່​ພວກເຈົ້າ.


ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.


ບາລາອາມ​ໄດ້ກ່າວ​ຕໍ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ວ່າ, “ຂ້ານ້ອຍ​ເຮັດ​ຜິດ​ສາ​ແລ້ວ ເພາະ​ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ຢືນ​ຂວາງ​ທາງ​ໄວ້, ແຕ່ບັດນີ້​ຖ້າ​ຫາກ​ທ່ານ​ເຫັນ​ວ່າ ການ​ໄປ​ຂອງ​ຂ້ານ້ອຍ​ນັ້ນ​ບໍ່​ເປັນ​ການ​ສົມຄວນ ຂ້ານ້ອຍ​ກໍ​ຈະ​ກັບຄືນ​ເມືອ.”


ເພາະ​ຖ້າ​ຂາຍ​ນໍ້າມັນ​ຫອມ​ນີ້​ກໍ​ຄົງ​ໄດ້​ເງິນ​ຫລວງຫລາຍ ແລະ​ເອົາ​ໄປ​ແຈກ​ທານ​ໃຫ້​ຄົນ​ຍາກຈົນ​ກໍໄດ້.”


ແລະ​ກ່າວ​ວ່າ, “ຂ້ານ້ອຍ​ຜິດ​ໄປ​ແລ້ວ ໂດຍ​ມອບ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.” ພວກເຂົາ​ຕອບ​ວ່າ, “ເລື່ອງ​ນັ້ນ​ເປັນ​ທຸລະ​ອັນ​ໃດ​ກັບ​ເຮົາ ແມ່ນ​ທຸລະ​ຂອງ​ເຈົ້າ​ເອງ.”


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”


ໃນ​ຈຳນວນ​ສິ່ງຂອງ​ທີ່​ພວກເຮົາ​ຢຶດ​ມາ​ໄດ້​ນັ້ນ ຂ້ານ້ອຍ​ໄດ້​ເຫັນ​ເສື້ອຄຸມ​ງາມ​ໂຕໜຶ່ງ​ຂອງ​ຊາວ​ບາບີໂລນ ແລະ​ເງິນ​ໜັກ​ປະມານ​ສອງ​ກິໂລກຼາມ ແລະ​ຄຳ​ແທ່ງ​ໜຶ່ງ​ໜັກ​ກວ່າ​ເຄິ່ງ​ກິໂລກຼາມ. ຂ້ານ້ອຍ​ຢາກ​ໄດ້​ສິ່ງ​ເຫຼົ່ານັ້ນ​ຫລາຍ ເລີຍ​ໄດ້​ເຊື່ອງ​ເອົາ​ໄວ້ ທ່ານ​ຈະ​ພົບ​ສິ່ງ​ເຫຼົ່ານັ້ນ ຝັງ​ໄວ້​ຢູ່​ໃຕ້​ພື້ນດິນ​ໃນ​ຜ້າເຕັນ​ຂອງ​ຂ້ານ້ອຍ ສ່ວນ​ເງິນ​ແມ່ນ​ຢູ່​ກ້ອງ​ລຸ່ມ​ນັ້ນ.”


ກະສັດ​ໂຊນ​ຕອບ​ຄືນ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ໄດ້​ເຮັດ​ບາບ ຂ້າພະເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ຄຳແນະນຳ​ຂອງທ່ານ. ຂ້າພະເຈົ້າ​ເກງໃຈ​ທະຫານ​ຂອງ​ຂ້າພະເຈົ້າ​ຈຶ່ງ​ເຮັດ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ກະສັດ​ໂຊນ​ຕອບ​ວ່າ, “ຂ້າພະເຈົ້າ​ໄດ້​ເຮັດ​ບາບ, ແຕ່​ຢ່າງໜ້ອຍ​ຂໍ​ທ່ານ​ໃຫ້​ຄວາມນັບຖື​ແກ່​ຂ້າພະເຈົ້າ​ຕໍ່ໜ້າ​ພວກຜູ້ນຳ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຊາວ​ອິດສະຣາເອນ​ທຸກຄົນ. ຂໍ​ທ່ານ​ຈົ່ງ​ກັບ​ເມືອ​ນຳ​ຂ້າພະເຈົ້າ ເພື່ອ​ຈະ​ໄດ້​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka