Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:2 - ພຣະຄຳພີສັກສິ

2 ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ

Uka jalj uñjjattʼäta Copia luraña




ໂຢຊວຍ 7:2
18 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.


ລາວ​ເອີ້ນ​ບ່ອນ​ນີ້​ວ່າ ເບັດເອນ. (ແຕ່​ກ່ອນ​ເມືອງ​ນີ້​ຊື່​ວ່າ ລູເຊ)


ແລ້ວ​ເພິ່ນ​ກໍ​ເອົາ​ຮູບ​ງົວຄຳ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ເບັດເອນ ແລະ​ອີກ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ດານ.


ປະຊາຊົນ​ຂອງ​ເຜົ່າ​ເບັນຢາມິນ​ໄດ້​ອາໄສ​ຢູ່ ຕັ້ງແຕ່​ເມືອງ​ເກບາ​ທາງ​ພາກເໜືອ ຈົນຮອດ​ມິກມາດ, ອາອີ, ເບັດເອນ ແລະ​ໝູ່ບ້ານ​ຕ່າງໆ​ທີ່​ຢູ່​ໃກ້ຄຽງ​ນັ້ນ;


ຄຳແນະນຳ​ທີ່​ດີ​ນຳ​ໄປ​ສູ່​ຜົນ​ສຳເລັດ ຢ່າ​ສູ່​ມີ​ສ່ວນ​ເຮັດ​ເສິກ​ໂດຍ​ບໍ່ໄດ້​ວາງ​ແຜນການ.


ເພາະວ່າ​ໂດຍ​ການ​ນຳ​ທີ່​ສະຫລາດ ເຈົ້າ​ກໍ​ສາມາດ​ເຂົ້າ​ສູ່​ສະໜາມຮົບ​ໄດ້. ຍິ່ງ​ເຈົ້າ​ມີ​ທີ່​ປືກສາ​ຫລາຍ​ເທົ່າໃດ ເຈົ້າ​ກໍ​ຍິ່ງ​ຫວັງ​ໄດ້​ຊະນະ​ຫລາຍ​ເທົ່ານັ້ນ.


ກອງທັບ​ຂອງ​ສັດຕູ​ຕີ​ເອົາ​ເມືອງ​ອາອີ ໄດ້​ແລ້ວ ພວກເຂົາ​ໄດ້​ຜ່ານ​ເມືອງ​ມິກໂຣນ ພວກເຂົາ​ໄດ້​ປະ​ສະບຽງ​ອາຫານ​ຂອງ​ພວກເຂົາ​ໄວ້​ທີ່​ເມືອງ​ມິກມາດ


ປະຊາຊົນ​ເຮັດຊະໂບນ​ເອີຍ ຈົ່ງ​ຮ້ອງໄຫ້​ສາ ເມືອງ​ອາອີ​ໄດ້​ຖືກ​ທຳລາຍ​ແລ້ວ ຜູ້ຍິງ​ຊາວ​ເມືອງ​ຣັບບາ​ເອີຍ ຈົ່ງ​ໄວ້ທຸກ​ເຖີດ ຈົ່ງ​ນຸ່ງ​ຜ້າ​ກະສອບເຂົ້າ​ແລະ​ໄວ້ທຸກ​ສາ. ຈົ່ງ​ແລ່ນ​ສັບສົນ​ອົນລະວົນ​ສາ. ພະ​ມິນກົມ​ຂອງ​ພວກເຈົ້າ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ພ້ອມ​ກັບ​ພວກ​ປະໂຣຫິດ​ແລະ​ບັນດາ​ເຈົ້ານາຍ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ດັ່ງນັ້ນ ຈົ່ງ​ລະວັງ​ໃນ​ການ​ດຳເນີນ​ຊີວິດ​ໃຫ້​ດີ ຢ່າ​ໃຫ້​ເປັນ​ດັ່ງ​ຄົນ​ໄຮ້​ປັນຍາ, ແຕ່​ໃຫ້​ເປັນ​ດັ່ງ​ຄົນມີ​ປັນຍາ.


ປະຊາຊົນ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ບັນດາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້​ກັບ​ເມືອງ​ເບັດເອນ),


ທາງ​ພາກເໜືອ ຊາຍແດນ​ຂອງ​ພວກເຂົາ​ເລີ່ມ​ແຕ່​ແມ່ນໍ້າ​ຈໍແດນ ຈົນ​ຂຶ້ນ​ໄປ​ເຖິງ​ເນີນພູ​ທາງທິດເໜືອ​ຂອງ​ເມືອງ​ເຢຣິໂກ​ອອກ​ໄປ​ທາງທິດ​ຕາເວັນຕົກ ໂດຍ​ຜ່ານ​ເຂດ​ເນີນພູ​ໄປ​ຈົນເຖິງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບັດອາເວນ.


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ກໍໄດ້​ກັບ​ມາ​ລາຍງານ​ໂຢຊວຍ​ວ່າ, “ບໍ່​ຈຳເປັນ​ຈະ​ສົ່ງ​ທຸກໆ​ຄົນ​ໄປ​ຕີ​ເອົາ​ເມືອງ​ອາອີ. ໃຫ້​ສົ່ງ​ພຽງແຕ່​ສອງ​ຫລື​ສາມພັນ​ຄົນ​ເທົ່ານັ້ນ​ໄປ​ກໍ​ພໍ. ຢ່າ​ສົ່ງ​ກອງທັບ​ທັງໝົດ​ຂຶ້ນ​ໄປ​ສູ້ຮົບ​ໃນ​ທີ່ນັ້ນ ເພາະ​ເມືອງ​ອາອີ​ນີ້​ບໍ່​ເປັນ​ເມືອງ​ໃຫຍ່.”


ພວກ​ຟີລິດສະຕິນ​ໄດ້​ທ້ອນໂຮມ​ກຳລັງ​ກັນ​ມາ​ຕໍ່ສູ້​ພວກ​ອິດສະຣາເອນ. ພວກເຂົາ​ມີ​ລົດຮົບ​ສາມສິບພັນ​ຄັນ, ທະຫານ​ມ້າ​ຫົກພັນ​ຄົນ ແລະ​ມີ​ທະຫານ​ຫລວງຫລາຍ​ດັ່ງ​ເມັດ​ດິນ​ຊາຍ​ທີ່​ຝັ່ງ​ທະເລ. ພວກເຂົາ​ໄດ້​ໄປ​ສູ່​ມິກມາດ​ທີ່​ທາງ​ຕາເວັນອອກ​ຂອງ​ເບັດອາເວນ ແລະ​ຕັ້ງຄ້າຍ​ຢູ່​ທີ່​ນັ້ນ.


ໂດຍ​ຕາມລ່າ​ສັດຕູ​ຈົນ​ກາຍ​ເມືອງ​ເບັດອາເວນ. ພຣະເຈົ້າຢາເວ​ໄດ້​ຊ່ວຍເຫລືອ​ຊາວ​ອິດສະຣາເອນ​ໃຫ້​ພົ້ນ​ໃນ​ມື້​ນັ້ນ.


ເພິ່ນ​ໄດ້​ສົ່ງ​ສິ່ງຂອງ​ເຫຼົ່ານີ້​ໄປ​ໃຫ້​ຄົນ​ຢູ່​ໃນ​ເມືອງ​ຕ່າງໆ ເຊັ່ນ: ເບັດເອນ, ຣາມາ​ທີ່​ຢູ່​ທາງ​ພາກໃຕ້​ຂອງ​ຢູດາຍ, ຢັດຕີ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka