Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:19 - ພຣະຄຳພີສັກສິ

19 ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ກ່າວ​ແກ່​ອາການ​ວ່າ, “ລູກ​ເອີຍ ຂໍ​ໃຫ້​ເຈົ້າ​ຈົ່ງ​ຖວາຍ​ສະຫງ່າຣາສີ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ສາລະພາບ​ຜິດບາບ​ຕໍ່​ພຣະອົງ​ສາ. ຈົ່ງ​ບອກ​ເຮົາ​ມາ​ດຽວ​ນີ້​ວ່າ​ເຈົ້າ​ໄດ້​ເຮັດ​ຫຍັງ​ແດ່? ຢ່າ​ພະຍາຍາມ​ປິດບັງ​ເຮົາ​ເລີຍ.”

Uka jalj uñjjattʼäta Copia luraña




ໂຢຊວຍ 7:19
25 Jak'a apnaqawi uñst'ayäwi  

ຜູ້ທຳນວາຍ​ເອຊາຢາ​ຖາມ​ວ່າ, “ພວກເຂົາ​ໄດ້​ເຫັນ​ຫຍັງ​ແດ່​ຢູ່​ໃນ​ວັງ​ນີ້?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ໄດ້​ເຫັນ​ທຸກສິ່ງ. ບໍ່ມີ​ສິ່ງໃດ​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ທີ່​ຂ້າພະເຈົ້າ​ບໍ່ໄດ້​ພາ​ພວກເຂົາ​ໄປ​ເບິ່ງ.”


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ແລ້ວ​ຂ້ານ້ອຍ​ກໍ​ສາລະພາບ​ບາບ​ຕໍ່​ພຣະເຈົ້າຢາເວ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ ຄື​ການ​ເຮັດ​ຜິດ​ຂອງ​ຂ້ານ້ອຍ​ທຸກຢ່າງ​ນັ້ນ. ຂ້ານ້ອຍ​ໄດ້​ຕັດສິນໃຈ​ຄັກແນ່​ແລ້ວ​ວ່າ ສາລະພາບ​ຕໍ່​ພຣະອົງ ການບາບ​ທັງໝົດ​ຂອງ​ຂ້ານ້ອຍ​ກໍ​ຖືກ​ອະໄພ​ແລ້ວ.


ຂ້ານ້ອຍ​ຍອມ​ຮັບຮູ້​ຄວາມຜິດ​ຂອງ​ຂ້ານ້ອຍ​ຢູ່​ສະເໝີ ແລະ​ສຳນຶກ​ເຖິງ​ການບາບ​ຂອງ​ຂ້ານ້ອຍ​ນັ້ນ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ຄົນ​ທີ່​ລອດຊີວິດ​ຈະ​ຫາ​ຍາກ​ກວ່າ​ຫາ​ຄຳ.


ຈົ່ງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກ່ອນ​ທີ່​ພຣະອົງ​ນຳ​ຄວາມ​ມືດໜາ​ມາ​ໃຫ້ ຕາມ​ເທິງ​ໜ່ວຍ​ພູເຂົາ​ນັ້ນ​ພວກເຈົ້າ​ຕ່າງ​ກໍ​ຊູນ​ສະດຸດ ກ່ອນ​ແຈ້ງ​ທີ່​ພວກເຈົ້າ​ຫວັງ​ກາຍເປັນ​ມືດ.


ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ແລະ​ສາລະພາບ​ການບາບ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ຍິ່ງໃຫຍ່​ສູງສຸດ ແລະ​ພຣະເຈົ້າ​ທີ່​ໜ້າ​ຢຳເກງ​ຢ້ານກົວ. ພຣະອົງ​ເຮັດ​ຕາມ​ພັນທະສັນຍາ​ຂອງ​ພຣະອົງ ແລະ​ສຳແດງ​ຄວາມຮັກ​ອັນ​ໝັ້ນຄົງ​ຕໍ່​ຜູ້​ທີ່​ຮັກ​ພຣະອົງ ແລະ​ຕໍ່​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ມີ​ແຕ່​ຊາວ​ຕ່າງຊາດ​ຄົນ​ນີ້ ຜູ້​ດຽວ​ເທົ່ານັ້ນ​ບໍ ທີ່​ກັບ​ມາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ?”


ພວກເຂົາ​ເອີ້ນ​ຊາຍ​ຕາບອດ​ມາ​ເປັນ​ເທື່ອ​ທີ​ສອງ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຈົ່ງ​ສັນຍາ​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ເວົ້າ​ຄວາມຈິງ ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”


ດ້ວຍວ່າ, ມະນຸດ​ເຊື່ອ ກໍ​ເຊື່ອ​ໃນ​ໃຈ​ຂອງ​ຕົນເອງ ຈຶ່ງ​ໄດ້​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ທີ່​ຍອມ​ຮັບ ກໍ​ຍອມ​ຮັບ​ດ້ວຍ​ປາກ ຈຶ່ງ​ຊົງ​ຖືກ​ໂຜດ​ໃຫ້​ພົ້ນ.


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


ຈົ່ງ​ແນະນຳ​ພວກ​ຜູ້ຊາຍ​ທີ່​ອາວຸໂສ ໃຫ້​ເປັນ​ຄົນ​ຮູ້ຈັກ​ບັງຄັບ​ຕົນ, ເປັນ​ຄົນ​ສະຫງ່າ​ຜ່າເຜີຍ ແລະ​ເປັນ​ຄົນ​ມີ​ສະຕິ​ອາຣົມ​ດີ​ຮອບຄອບ, ເປັນ​ຄົນ​ມີ​ຄວາມເຊື່ອ​ຢ່າງ​ຖືກຕ້ອງ, ຄວາມຮັກ ແລະ​ຄວາມ​ອົດທົນ.


ເພາະ​ຄວາມຮ້າຍ​ຂອງ​ມະນຸດ ບໍ່ໄດ້​ເຮັດ​ໃຫ້​ຄວາມ​ຍຸດຕິທຳ​ຂອງ​ພຣະເຈົ້າ​ເກີດ​ມາ.


ອາການ​ຕອບ​ວ່າ, “ເປັນ​ຄວາມຈິງ​ແທ້ ທີ່​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ດັ່ງ​ຕໍ່ໄປນີ້:


ພວກເຂົາ​ໄດ້​ຖືກ​ເຜົາໄໝ້​ດ້ວຍ​ແສງ​ແດດກ້າ ແລະ​ພວກເຂົາ​ກໍໄດ້​ສາບແຊ່ງ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ທີ່​ມີ​ສິດ​ອຳນາດ​ເໜືອ​ໄພພິບັດ​ນັ້ນ ແລະ​ພວກເຂົາ​ບໍ່​ຖິ້ມໃຈເກົ່າ​ເອົາໃຈໃໝ່ ເພື່ອ​ຖວາຍ​ພຣະກຽດ​ແກ່​ພຣະອົງ.


ກະສັດ​ໂຊນ​ຈຶ່ງ​ຖາມ​ໂຢນາທານ​ວ່າ, “ເຈົ້າ​ເຮັດ​ຫຍັງ​ຜິດ?” ໂຢນາທານ​ຕອບ​ວ່າ, “ລູກ​ໄດ້​ກິນ​ນໍ້າເຜິ້ງ​ພຽງແຕ່​ເລັກນ້ອຍ​ເທົ່ານັ້ນ ລູກ​ຢູ່​ທີ່​ນີ້​ແລ້ວ​ແລະ​ພ້ອມ​ທີ່​ຈະ​ຕາຍ.”


ພວກເຈົ້າ​ຕ້ອງ​ເຮັດ​ແບບ​ຂອງ​ຕຸ່ມຝີ​ແລະ​ຮູບ​ໜູ ຊຶ່ງ​ພວມ​ທຳລາຍ​ດິນແດນ​ຂອງ​ພວກເຈົ້າ​ນັ້ນ ແລະ​ພວກເຈົ້າ​ຕ້ອງ​ຍ້ອງຍໍ​ໃຫ້ກຽດ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ບາງທີ​ພຣະອົງ​ຈະ​ເຊົາ​ລົງໂທດ​ພວກເຈົ້າ, ບັນດາ​ພະ​ຂອງ​ພວກເຈົ້າ ແລະ​ດິນແດນ​ຂອງ​ພວກເຈົ້າ​ກໍໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka