18 ເພິ່ນໄດ້ເອົາຄອບຄົວຊັບດີໄປຂ້າງໜ້າແຕ່ລະຄົນ; ແລະອາການລູກຊາຍຂອງການໝີ, ຫລານຊາຍຂອງຊັບດີຕະກຸນເຊຣາເຜົ່າຢູດາກໍຖືກເລືອກ.
ຄວາມລຳບາກຕິດຕາມຄົນບາບໄປທຸກແຫ່ງທຸກຫົນ, ແຕ່ຄວາມຈະເລິນຮຸ່ງເຮືອງເປັນບຳເໜັດຂອງຄົນຊອບທຳ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຂະໂມຍເມື່ອຖືກຈັບໄດ້ ລາວຈະລະອາຍຫລາຍສັນໃດ; ຊາວອິດສະຣາເອນທຸກຄົນກໍຈະໄດ້ຖືກອັບອາຍຫລາຍສັນນັ້ນ ເປັນຕົ້ນ: ບັນດາກະສັດ, ພວກຂ້າຣາຊການ ພວກປະໂຣຫິດ ແລະພວກຜູ້ທຳນວາຍຂອງພວກເຈົ້າ.
ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະພວກເຈົ້າຈະໄດ້ຮັບໂທດກຳຍ້ອນບາບນັ້ນ. ຢ່າເຂົ້າໃຈຜິດໃນເລື່ອງນີ້.
ເພິ່ນໄດ້ນຳເອົາເຜົ່າຢູດາໄປຂ້າງໜ້າ ແລະຕະກຸນເຊຣາໄດ້ຖືກເລືອກ; ແລ້ວເພິ່ນກໍໄດ້ນຳເອົາຕະກຸນເຊຣາໄປຂ້າງໜ້າແຕ່ລະຄອບຄົວ ແລະຄອບຄົວຊັບດີໄດ້ຖືກເລືອກ.
ແລ້ວກະສັດໂຊນກໍເວົ້າວ່າ, “ຈົ່ງຈົກສະຫລາກລະຫວ່າງເຮົາ ແລະໂຢນາທານລູກຊາຍຂອງເຮົາເຖີດ.” ແລະສະຫລາກກໍຕົກຖືກໂຢນາທານ.