16 ວັນໃໝ່ມາແຕ່ເດິກໆ ໂຢຊວຍໄດ້ນຳເອົາຊາວອິດສະຣາເອນແຕ່ລະເຜົ່າໄປຂ້າງໜ້າ ແລະເຜົ່າຢູດາເປັນເຜົ່າທີ່ຖືກເລືອກ.
ອັບຣາຮາມຈຶ່ງລຸກຂຶ້ນແຕ່ເຊົ້າມືດ ຈັດຕຽມເອົາຟືນເພື່ອເຜົາເຄື່ອງບູຊາ, ເອົາເຄື່ອງຂອງບັນທຸກໃສ່ເທິງຫລັງລໍ ແລະເອົາອີຊາກກັບຄົນຮັບໃຊ້ສອງຄົນໄປນຳຕົນ. ພວກເຂົາອອກເດີນທາງມຸ່ງໜ້າໄປສູ່ບ່ອນທີ່ພຣະເຈົ້າໄດ້ບອກ.
ດັ່ງນັ້ນ ໂດຍບໍ່ຊັກຊ້າຂ້ານ້ອຍຈຶ່ງຟ້າວລົງມື ຄືເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ.
ບໍ່ວ່າຈະເຮັດສິ່ງໃດກໍຕາມ ຈົ່ງເຮັດສິ່ງນັ້ນຢ່າງເຕັມກຳລັງ ເພາະໃນແດນຂອງຄົນຕາຍນັ້ນຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະໃນບ່ອນນັ້ນແຫລະທີ່ພວກເຈົ້າຈະໄປ.
ມື້ໃໝ່ມາ ໂຢຊວຍແລະປະຊາຊົນອິດສະຣາເອນທັງໝົດໄດ້ລຸກແຕ່ເຊົ້າໆ, ອອກຈາກຄ້າຍພັກທີ່ຊິດຕິມ ແລະມຸ້ງໜ້າໄປສູ່ແມ່ນໍ້າຈໍແດນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ບ່ອນນີ້ ໃນຂະນະທີ່ລໍຖ້າຈະຂ້າມແມ່ນໍ້າ.
ຜູ້ໃດທີ່ຖືກຈັບໄດ້ພ້ອມກັບສິ່ງຂອງທີ່ຕ້ອງຖືກທຳລາຍ ຈະຖືກເຜົາທັງເປັນພ້ອມກັບທຸກໆຄົນໃນຄອບຄົວຂອງລາວ ແລະທຸກໆສິ່ງທີ່ເປັນຂອງລາວ. ດ້ວຍວ່າ, ລາວໄດ້ນຳເອົາຄວາມອັບອາຍອັນໃຫຍ່ຫລວງມາສູ່ຊາດອິດສະຣາເອນ ແລະທັງໄດ້ລະເມີດພັນທະສັນຍາຂອງພຣະເຈົ້າຢາເວ.”
ເພິ່ນໄດ້ນຳເອົາເຜົ່າຢູດາໄປຂ້າງໜ້າ ແລະຕະກຸນເຊຣາໄດ້ຖືກເລືອກ; ແລ້ວເພິ່ນກໍໄດ້ນຳເອົາຕະກຸນເຊຣາໄປຂ້າງໜ້າແຕ່ລະຄອບຄົວ ແລະຄອບຄົວຊັບດີໄດ້ຖືກເລືອກ.
ດັ່ງນັ້ນ ມື້ເຊົ້າມາ ພວກອິດສະຣາເອນຈຶ່ງເລີ່ມອອກເດີນທາງ ໄປຕັ້ງທີ່ໝັ້ນຢູ່ໃກ້ກັບເມືອງກີເບອາ.