Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:15 - ພຣະຄຳພີສັກສິ

15 ຜູ້ໃດ​ທີ່​ຖືກ​ຈັບ​ໄດ້​ພ້ອມ​ກັບ​ສິ່ງຂອງ​ທີ່​ຕ້ອງ​ຖືກ​ທຳລາຍ ຈະ​ຖືກ​ເຜົາ​ທັງເປັນ​ພ້ອມ​ກັບ​ທຸກໆ​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແລະ​ທຸກໆ​ສິ່ງ​ທີ່​ເປັນ​ຂອງ​ລາວ. ດ້ວຍວ່າ, ລາວ​ໄດ້​ນຳ​ເອົາ​ຄວາມ​ອັບອາຍ​ອັນ​ໃຫຍ່ຫລວງ​ມາ​ສູ່​ຊາດ​ອິດສະຣາເອນ ແລະ​ທັງ​ໄດ້​ລະເມີດ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ໂຢຊວຍ 7:15
11 Jak'a apnaqawi uñst'ayäwi  

ແລະ​ເປັນ​ເວລາ​ພໍດີ​ກັບ​ທີ່​ພວກ​ລູກຊາຍ​ຂອງ​ຢາໂຄບ​ພາກັນ​ກັບ​ມາ​ແຕ່​ທົ່ງນາ. ເມື່ອ​ຮູ້​ວ່າ​ນາງ​ດີນາ​ຖືກ​ຂົ່ມຂືນ. ພວກເຂົາ​ຈຶ່ງ​ຄຽດແຄ້ນ ແລະ​ທຸກໃຈ​ຫລາຍ​ທີ່​ຊີເຄມ​ໄດ້​ເຮັດ​ເຊັ່ນນັ້ນ ອັນ​ເປັນ​ການ​ໝິ່ນປະໝາດ​ຄົນ​ອິດສະຣາເອນ ໂດຍ​ໄດ້​ຂົ່ມຂືນ​ລູກສາວ​ຂອງ​ຢາໂຄບ.


ນ້ອງ​ຈະ​ເງີຍ​ໜ້າ​ສູ້​ຄົນອື່ນ​ໄດ້​ຢ່າງ​ໃດ? ແລະ​ອ້າຍ​ເອງ​ຈະ​ເສຍໜ້າ​ໃນ​ຊາດ​ອິດສະຣາເອນ. ກະລຸນາ​ໄປ​ເວົ້າ​ກັບ​ກະສັດ​ສາ ແລະ​ນ້ອງ​ເຊື່ອແນ່​ວ່າ​ເພິ່ນ​ຈະ​ຍົກ​ນ້ອງ​ໃຫ້​ອ້າຍ.”


ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.


ວັນ​ໃໝ່​ມາ​ແຕ່​ເດິກໆ ໂຢຊວຍ​ໄດ້​ນຳ​ເອົາ​ຊາວ​ອິດສະຣາເອນ​ແຕ່ລະເຜົ່າ​ໄປ​ຂ້າງໜ້າ ແລະ​ເຜົ່າຢູດາ​ເປັນ​ເຜົ່າ​ທີ່​ຖືກ​ເລືອກ.


ໜຶ່ງສ່ວນສິບ​ໃນ​ຈຳນວນພົນ​ຂອງ​ຊາດ​ອິດສະຣາເອນ ຈະ​ເປັນ​ຜູ້​ລຳລຽງ​ສະບຽງ​ອາຫານ​ໃຫ້​ແກ່​ທະຫານ ແລະ​ສ່ວນ​ທີ່​ເຫຼືອ​ນັ້ນ​ຈະ​ໄປ​ລົງໂທດ​ພວກ​ກີເບອາ ທີ່​ປະພຶດ​ຜິດ​ສິນທຳ​ໃນ​ທ່າມກາງ​ຊາດ​ອິດສະຣາເອນ.”


ພວກ​ຜູ້ຊາຍ​ຊາວ​ເມືອງ​ກີເບອາ​ໄດ້​ມາ​ອ້ອມ​ເຮືອນ​ໃນ​ຕອນ​ກາງຄືນ ເພື່ອ​ຈະ​ຈັບ​ເອົາ​ຂ້ອຍ​ໄປ. ພວກເຂົາ​ຕັ້ງໃຈ​ຈະ​ຂ້າ​ຂ້ອຍ ແຕ່​ພວກເຂົາ​ຊໍ້າ​ຂົ່ມຂືນ​ເມຍນ້ອຍ​ຂອງຂ້ອຍ​ຈົນຕາຍ.


ຂ້ອຍ​ຈຶ່ງ​ເອົາ​ຊາກສົບ​ຂອງ​ນາງ​ຕັດ​ເປັນ​ຕ່ອນ​ແລະ​ສົ່ງ​ໄປ​ໃຫ້​ແຕ່ລະເຜົ່າ ໃນ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ. ຊາວ​ເມືອງ​ນີ້​ໄດ້​ສ້າງ​ຄວາມ​ຊົ່ວຊ້າ ແລະ​ປະພຶດ​ຜິດ​ສິນທຳ​ຢູ່​ໃນ​ທ່າມກາງ​ພວກເຮົາ.


ກະສັດ​ໂຊນ​ຕອບ​ວ່າ, “ດາວິດ ລູກຊາຍ​ຂອງ​ພໍ່​ເອີຍ ຂ້ອຍ​ໄດ້​ເຮັດ​ຜິດ​ໄປ​ແລ້ວ ຈົ່ງ​ກັບຄືນ​ມາ​ສາ. ຂ້ອຍ​ຈະ​ບໍ່​ທຳຮ້າຍ​ເຈົ້າ​ອີກ​ຕໍ່ໄປ ເພາະ​ໃນ​ຄືນນີ້​ເຈົ້າ​ໄດ້​ໄວ້​ຊີວິດ​ຂອງຂ້ອຍ. ຂ້ອຍ​ຊ່າງ​ເປັນ​ຄົນໂງ່ຈ້າ​ແທ້ໜໍ ແລະ​ຂ້ອຍ​ກໍໄດ້​ເຮັດ​ໃນ​ສິ່ງ​ທີ່​ໂຫດຮ້າຍ​ທີ່ສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka