Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:12 - ພຣະຄຳພີສັກສິ

12 ດ້ວຍເຫດນີ້ ຊາວ​ອິດສະຣາເອນ​ຈຶ່ງ​ສູ້ຮົບ​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ບໍ່ໄດ້. ພວກເຂົາ​ຖືກ​ຕີ​ໃຫ້​ຖອຍໜີ​ໄປ ກໍ​ຍ້ອນ​ວ່າ​ພວກເຂົາ​ເປັນ​ຝ່າຍ​ທີ່​ຕ້ອງ​ຖືກ​ທຳລາຍ ເຮົາ​ຈະ​ບໍ່​ຢູ່​ກັບ​ພວກເຈົ້າ​ຕໍ່ໄປ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ທີ່​ເຮົາ​ຫ້າມ​ບໍ່​ໃຫ້​ເອົາ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 7:12
21 Jak'a apnaqawi uñst'ayäwi  

ພຣະອົງ​ປ່ອຍ​ໃຫ້​ສັດຕູ​ແລ່ນ​ໄລ່​ພວກ​ຂ້ານ້ອຍ ແລະ​ສິ່ງຂອງ​ທີ່​ມີ​ຢູ່​ກໍ​ຖືກ​ພວກເຂົາ​ຢຶດເອົາ​ໄປ​ໝົດສິ້ນ.


ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຖິ້ມ​ພວກ​ຂ້ານ້ອຍ​ໄປ​ແທ້ບໍ? ຂ້າແດ່​ພຣະເຈົ້າ ພຣະອົງ​ຈະ​ບໍ່​ໄປ​ກັບ​ກອງທັບ​ຂອງ​ພວກ​ຂ້ານ້ອຍ​ອີກ​ຫລືນີ້?


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ເພາະ​ການບາບ​ຂອງ​ພວກເຈົ້າ​ເອງ ພຣະອົງ​ຈຶ່ງ​ບໍ່ໄດ້ຍິນ​ພວກເຈົ້າ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ. ເມື່ອ​ພວກເຈົ້າ​ພະຍາຍາມ​ນະມັດສະການ​ພຣະເຈົ້າ ແມ່ນ​ການບາບ​ຂອງ​ພວກເຈົ້າ​ນັ້ນແຫລະ ທີ່​ແຍກ​ພວກເຈົ້າ​ຈາກ​ພຣະອົງ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຢເຣມີຢາ​ເອີຍ ເມື່ອ​ຜູ້ໃດ​ໃນ​ປະຊາຊົນ​ຂອງເຮົາ ຫລື​ຜູ້ທຳນວາຍ​ຄົນໃດ ຫລື​ປະໂຣຫິດ​ຄົນໃດ​ຖາມ​ເຈົ້າ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ກ່າວ​ຢ່າງໃດ?’ ໃຫ້​ເຈົ້າ​ຕອບ​ຄົນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ພາລະໜັກ ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພຣະອົງ​ກໍ​ຈະ​ກຳຈັດ​ເຈົ້າ​ເສຍ.’


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”


ແຕ່​ພຣະອົງ​ທົນ​ເບິ່ງ​ຄົນ​ເລ້ຫລ່ຽມ​ຫລອກລວງ ຄື​ຄົນຊົ່ວຊ້າ​ເຫຼົ່ານີ້​ໄດ້​ຢ່າງໃດ? ຕາ​ຂອງ​ພຣະອົງ​ແສນ​ບໍຣິສຸດ​ຍິ່ງ ເກີນກວ່າ​ທີ່​ຈະ​ເບິ່ງ​ຄວາມ​ຊົ່ວຊ້າ​ໄດ້ ແລະ​ພຣະອົງ​ກໍ​ບໍ່​ອາດ​ທົນ​ຕໍ່​ພາບ​ຂອງ​ປະຊາຊົນ​ທີ່​ເຮັດ​ຜິດ​ໄດ້. ດ້ວຍເຫດໃດ ພຣະອົງ​ຈຶ່ງ​ມິດງຽບ​ຢູ່ ໃນ​ເມື່ອ​ພວກເຂົາ​ທຳລາຍ​ປະຊາຊົນ ຜູ້​ທີ່​ຊອບທຳ​ກວ່າ​ພວກເຂົາ?


ເມື່ອ​ໂມເຊ​ໄດ້​ບອກ​ເຖິງ​ຖ້ອຍຄຳ​ເຫຼົ່ານີ້​ໃຫ້​ຊາວ​ອິດສະຣາເອນ​ທັງໝົດ​ຟັງ, ພວກເຂົາ​ກໍ​ພາກັນ​ຮ້ອງໄຫ້​ທຸກໂສກ​ຢ່າງ​ຂົມຂື່ນ.


ຢ່າໄປເລີຍ ເພາະ​ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ພ່າຍແພ້​ພວກ​ສັດຕູ.


ເມື່ອ​ພວກເຈົ້າ​ປະເຊີນ​ໜ້າ​ກັບ​ຊາວ​ອາມາເຫຼັກ ແລະ​ຊາວ​ການາອານ​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຕາຍ​ຢູ່​ໃນ​ສະໜາມຮົບ; ເພາະວ່າ​ພວກເຈົ້າ​ບໍ່​ຍິນຍອມ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຈະ​ບໍ່​ສະຖິດ​ຢູ່​ນຳ​ພວກເຈົ້າ.”


ແລ້ວ​ພວກ​ອາມາເຫຼັກ​ແລະ​ພວກ​ການາອານ​ທີ່​ຢູ່​ໃນ​ທີ່ນັ້ນ​ກໍໄດ້​ໂຈມຕີ​ຄືນ ແລະ​ຂັບໄລ່​ພວກເຂົາ​ໃຫ້​ພ່າຍແພ້​ຢ່າງ​ສິ້ນເຊີງ​ທີ່​ເມືອງ​ໂຮມາ.


ຢ່າ​ນຳ​ຮູບເຄົາຣົບ​ໃດໆ​ເຂົ້າ​ໄປ​ໃນ​ບ້ານ​ເຮືອນ​ຂອງ​ພວກເຈົ້າ ເພາະ​ຄຳສາບແຊ່ງ​ທີ່​ຢູ່​ໃນ​ຮູບເຄົາຣົບ​ນັ້ນ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ຕ້ອງ​ກຽດຊັງ​ແລະ​ດູໝິ່ນ​ຮູບເຄົາຣົບ​ເຫຼົ່ານີ້ ເພາະ​ມັນ​ຢູ່​ໃຕ້​ຄຳສາບແຊ່ງ​ແລ້ວ.”


ແຕ່​ພວກເຈົ້າ​ຢ່າ​ໄດ້​ຈັບ​ເອົາ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໃຫ້​ທຳລາຍ ຖ້າ​ພວກເຈົ້າ​ເອົາ​ສິ່ງ​ເຫຼົ່ານັ້ນ​ໄປ ພວກເຈົ້າ​ກໍ​ຈະ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ກັບ​ຄວາມ​ຈິບຫາຍ ມາ​ສູ່​ຄ້າຍພັກ​ຂອງ​ຊາວ​ອິດສະຣາເອນ.


ນາງ​ເດລີລາ​ຮ້ອງ​ຂຶ້ນ​ວ່າ, “ແຊມຊັນ ພວກ​ຟີລິດສະຕິນ​ກຳລັງ​ມາ.” ແຊມຊັນ​ຈຶ່ງ​ລຸກ​ຂຶ້ນ​ແລະ​ຄິດ​ວ່າ, “ຂ້ອຍ​ຈະ​ໄປ​ໄດ້​ຢ່າງ​ສະບາຍ​ດັ່ງ​ແຕ່​ກ່ອນ.” ລາວ​ບໍ່​ຮູ້​ເລີຍ​ວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ນຳ​ລາວ​ແລ້ວ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາດ​ອິດສະຣາເອນ​ຢ່າງໜັກ ແລະ​ພຣະອົງ​ໄດ້​ປ່ອຍ​ໃຫ້​ພວກ​ໂຈນ​ເຂົ້າ​ມາ​ໂຈມຕີ ປຸ້ນຈີ້​ແລະ​ເອົາ​ສິ່ງຂອງ​ຂອງ​ພວກເຂົາ. ພຣະອົງ​ຍັງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມຮອບ​ນັ້ນ​ຊະນະ​ພວກເຂົາ ຈົນ​ຊາວ​ອິດສະຣາເອນ​ບໍ່​ສາມາດ​ປ້ອງກັນ​ຕົນເອງ​ໄດ້.


ເມື່ອ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ​ແລ້ວ ປະຊາຊົນ​ອິດສະຣາເອນ​ທັງໝົດ​ກໍ​ຮ້ອງໄຫ້


ກະສັດ​ໂຊນ​ຈຶ່ງ​ກ່າວ​ແກ່​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ວ່າ, “ຈົ່ງ​ພາກັນ​ມາ​ທີ່​ນີ້ ແລະ​ໄປ​ສອບ​ຖາມ​ເບິ່ງ​ວ່າ​ໃນ​ມື້ນີ້​ມີ​ຜູ້ໃດ​ເຮັດ​ຜິດ​ຫຍັງແດ່?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka