ໂຢຊວຍ 7:11 - ພຣະຄຳພີສັກສິ11 ຊາດອິດສະຣາເອນໄດ້ເຮັດບາບ ພວກເຂົາໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ສັ່ງພວກເຂົາໃຫ້ຖືຮັກສາ. ພວກເຂົາໄດ້ເອົາບາງສິ່ງບາງຢ່າງທີ່ຕ້ອງຖືກທຳລາຍນັ້ນ. ພວກເຂົາໄດ້ລັກເອົາມາແລະອຳໄວ້ ແລ້ວເອົາສິ່ງເຫຼົ່ານີ້ລວມເຂົ້າກັບສິ່ງຂອງຂອງຕົນເອງ. Uka jalj uñjjattʼäta |
ຖ້າພວກເຈົ້າບໍ່ຖືຮັກສາພັນທະສັນຍາ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ສັ່ງພວກເຈົ້າໄວ້ ແລະຖ້າພວກເຈົ້າໄປຮັບໃຊ້ແລະຂາບໄຫວ້ພະອື່ນ ແລ້ວພຣະເຈົ້າຢາເວກໍຈະລົງໂທດພວກເຈົ້າດ້ວຍຄວາມໂກດຮ້າຍ ແລະໃນອີກບໍ່ດົນຈະບໍ່ມີໃຜໃນພວກເຈົ້າເຫຼືອຢູ່ໃນດິນແດນອັນສວຍງາມ ທີ່ພຣະອົງໄດ້ມອບໃຫ້ແກ່ພວກເຈົ້າ.”