Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 7:1 - ພຣະຄຳພີສັກສິ

1 ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.

Uka jalj uñjjattʼäta Copia luraña




ໂຢຊວຍ 7:1
19 Jak'a apnaqawi uñst'ayäwi  

ຫລັງຈາກ​ສັງຫານ​ພວກ​ຜູ້ຊາຍ​ຢູ່​ໃນ​ເມືອງ​ແລ້ວ ລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ກໍ​ປຸ້ນສະດົມ​ເມືອງ ເພື່ອ​ແກ້ແຄ້ນ​ໃຫ້​ນາງ​ດີນາ​ນ້ອງສາວ​ຂອງ​ພວກ​ຕົນ ເພາະ​ຖືກ​ໝິ່ນປະໝາດ.


ຢູ່ມາ ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ຊາດ​ອິດສະຣາເອນ ຈຶ່ງ​ໃຫ້​ກະສັດ​ດາວິດ​ນຳ​ເອົາ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກເຂົາ. ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ຕໍ່​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ນັບ​ເບິ່ງ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ.”


ເມື່ອ​ພວກເຂົາ​ມາ​ເຖິງ​ເນີນພູ​ບ່ອນ​ເອລີຊາ​ຢູ່, ເກຮາຊິ​ກໍ​ແບກ​ເອົາ​ເສື້ອຜ້າ ແລະ​ເງິນ​ສອງ​ຖົງ​ນັ້ນ​ເຂົ້າ​ໄປ​ເກັບ​ໄວ້​ໃນ​ເຮືອນ. ແລ້ວ​ລາວ​ກໍ​ສົ່ງ​ບັນດາ​ຄົນ​ຮັບໃຊ້​ຂອງ​ນາອາມານ​ກັບຄືນ​ເມືອ.


ພຣະເຈົ້າ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ນັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ລົງໂທດ​ປະຊາຊົນ​ອິດສະຣາເອນ.


ສະນັ້ນ ພວກເຂົາ​ໄດ້​ປະຖິ້ມ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ ແລະ​ພວກເຂົາ​ໄດ້​ເລີ່ມຕົ້ນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຮູບ​ເຈົ້າແມ່​ອາເຊຣາ. ຄວາມ​ສຳນຶກ​ຜິດ​ໃນ​ການບາບ​ຂອງ​ພວກເຂົາ​ໃນ​ຄັ້ງ​ນີ້ ໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ຢູດາຍ​ແລະ​ນະຄອນ​ເຢຣູຊາເລັມ.


ຂ້າພະເຈົ້າ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ລະອາຍ​ທີ່​ຈະ​ເງີຍ​ໜ້າ​ຂຶ້ນ​ຕໍ່ໜ້າ​ພຣະອົງ. ບາບ​ຂອງ​ພວກ​ຂ້ານ້ອຍ​ສູງ​ຂຶ້ນ​ເໜືອ​ຫົວ​ແລ້ວ; ມັນ​ສູງ​ຈຸ​ຟ້າ​ສະຫວັນ.


ແມ່ນ​ຄົນອື່ນ​ທີ່​ທົນທຸກ​ຈາກ​ການບາບ​ທີ່​ເຈົ້າ​ໄດ້​ກະທຳ ຄຸນງາມ​ຄວາມດີ​ທີ່​ເຈົ້າ​ກະທຳ​ມາ ກໍ​ຄື​ຊ່ວຍ​ພວກເຂົາ​ເທົ່ານັ້ນ.


ປັນຍາ​ດີກວ່າ​ອາວຸດ, ແຕ່​ຄົນບາບ​ຜູ້ໜຶ່ງ​ທຳລາຍ​ຄວາມດີ​ໄດ້​ຢ່າງ​ຫລວງຫລາຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ພວກ​ລູກເຮືອ​ໄດ້​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ພວກເຮົາ​ໃຊ້​ສະຫລາກ ແລະ​ຫາ​ຕົວ​ຜູ້​ທີ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ​ເຊັ່ນນີ້.” ພວກເຂົາ​ຈຶ່ງ​ໃຊ້​ສະຫລາກ ແລະ​ສະຫລາກ​ນັ້ນ​ກໍ​ຕົກ​ຖືກ​ຊື່​ໂຢນາ.


ແລ້ວ​ເວົ້າ​ຕໍ່​ພວກເຂົາ​ໃນ​ນາມ​ຊຸມນຸມຊົນ​ທັງໝົດ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ເວົ້າ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ຊົ່ວຮ້າຍ​ຢ່າງ​ນີ້​ຕໍ່ສູ້​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ໃນ​ວັນນີ້​ໄດ້​ຫັນໜີ​ຈາກ​ພຣະເຈົ້າຢາເວ ໂດຍ​ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ຕົນເອງ​ຂື້ນ ຊຶ່ງ​ເປັນ​ການ​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ ພວກເຈົ້າ​ບໍ່ໄດ້​ຕິດຕາມ​ພຣະອົງ​ຕໍ່ໄປ​ແລ້ວ?


ບັດນີ້ ພວກເຈົ້າ​ຈະ​ເຊົາ​ຕິດຕາມ​ພຣະອົງ​ແລ້ວ​ຊັ້ນບໍ? ຖ້າ​ພວກເຈົ້າ​ທໍລະຍົດ​ຕໍ່​ພຣະເຈົ້າຢາເວ​ໃນວັນນີ້ ພຣະອົງ​ກໍ​ຈະ​ໂກດຮ້າຍ​ພວກ​ອິດສະຣາເອນ​ທຸກຄົນ​ໃນ​ມື້ອື່ນ.


ພວກເຈົ້າ​ຈື່​ຫລື​ບໍ່​ວ່າ ເມື່ອ​ອາການ​ລູກຊາຍ​ຂອງ​ເຊຣາ​ບໍ່​ຍອມ​ເຮັດ​ຕາມ​ພຣະຄຳສັ່ງ​ກ່ຽວກັບ​ສິ່ງ​ທີ່​ຕ້ອງ​ທຳລາຍ​ນັ້ນ; ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຖືກ​ລົງໂທດ ແລະ​ບໍ່ແມ່ນແຕ່​ອາການ​ຜູ້​ດຽວ​ເທົ່ານັ້ນ​ທີ່​ໄດ້​ຕາຍ​ຍ້ອນ​ບາບ​ຂອງ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka