7 ແລ້ວໂຢຊວຍກໍບອກໃຫ້ເລີ່ມຍ່າງອ້ອມເມືອງ ໂດຍມີທະຫານກອງໜ້າ ຍ່າງນຳໜ້າໄປກ່ອນຫີບຂອງພຣະເຈົ້າຢາເວ.
ລູກ ເມຍກັບຝູງສັດລ້ຽງຂອງພວກເຈົ້າຈະພັກຢູ່ທີ່ນີ້ ສ່ວນທະຫານທີ່ປະກອບອາວຸດເພື່ອອອກຮົບນັ້ນ ພວກເຂົາຈະຂ້າມແມ່ນໍ້າອອກນຳໜ້າບັນດາພີ່ນ້ອງຊາວອິດສະຣາເອນເພື່ອຊ່ວຍພວກເຂົາ
ຊ້ອງໜ້າພຣະເຈົ້າຢາເວ ມີຊາຍທັງໝົດປະມານສີ່ສິບພັນຄົນທີ່ຕຽມພ້ອມເຮັດເສິກ ໄດ້ຂ້າມໄປສູ່ທົ່ງຮາບພຽງໃກ້ເມືອງເຢຣິໂກ.
ເຈົ້າພ້ອມທະຫານຂອງເຈົ້າຕ້ອງຍ່າງອ້ອມເມືອງນີ້ ວັນລະໜຶ່ງຮອບພາຍໃນຫົກວັນ.
ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.”
ດັ່ງນັ້ນ ຕາມຄຳສັ່ງຂອງໂຢຊວຍ ທະຫານກອງໜ້າຈຶ່ງເລີ່ມຍ່າງອອກກ່ອນພວກປະໂຣຫິດເຈັດຄົນທີ່ຖືແກຕໍ່ໜ້າພຣະເຈົ້າຢາເວ; ຕາມຫລັງພວກເຫຼົ່ານີ້ມີພວກປະໂຣຫິດທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ.