ໂຢຊວຍ 6:6 - ພຣະຄຳພີສັກສິ6 ໂຢຊວຍໄດ້ເອີ້ນພວກປະໂຣຫິດມາ ແລະບອກວ່າ, “ຈົ່ງຫາມຫີບພັນທະສັນຍາ ແລະໃຫ້ເຈັດຄົນໃນພວກເຈົ້າ ຖືແກຍ່າງໄປກ່ອນຫີບພັນທະສັນຍາຂອງພຣະເຈົ້າຢາເວ.” Uka jalj uñjjattʼäta |
ພວກເຂົາໄດ້ຍ່າງອ້ອມເມືອງເປັນເທື່ອທີສອງ ຕາມລະບຽບທີ່ໄດ້ວາງໄວ້ໃນມື້ກ່ອນນັ້ນ ຄືທະຫານກອງໜ້າຍ່າງອອກກ່ອນ; ຕໍ່ມາແມ່ນພວກປະໂຣຫິດເຈັດຄົນທີ່ຖືແກເຈັດອັນ ແລ້ວແມ່ນພວກປະໂຣຫິດທີ່ຫາມຫີບຂອງພຣະເຈົ້າຢາເວ ແລະສຸດທ້າຍແມ່ນພວກທະຫານກອງນຳຫລັງຫີບຂອງພຣະເຈົ້າຢາເວ. ສ່ວນສຽງແກນັ້ນກໍດັງຢູ່ຕະຫລອດເວລາ.
ເມື່ອພວກທີ່ລອດຕາຍກັບຄືນມາຄ້າຍ ພວກຜູ້ນຳຊາວອິດສະຣາເອນຈຶ່ງເວົ້າວ່າ, “ເປັນຫຍັງມື້ນີ້ພຣະເຈົ້າຢາເວຈຶ່ງໃຫ້ພວກຟີລິດສະຕິນຊະນະພວກເຮົາ? ຈົ່ງໄປເອົາຫີບພັນທະສັນຍາຂອງພຣະເຈົ້າຢາເວມາຈາກເມືອງຊີໂລ ເພື່ອວ່າພຣະອົງ ຈະສະຖິດຢູ່ກັບພວກເຮົາ ແລະຊ່ວຍພວກເຮົາໃຫ້ພົ້ນຈາກເງື້ອມມືສັດຕູຂອງພວກເຮົາ.”