Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:5 - ພຣະຄຳພີສັກສິ

5 ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”

Uka jalj uñjjattʼäta Copia luraña




ໂຢຊວຍ 6:5
17 Jak'a apnaqawi uñst'ayäwi  

ສຽງ​ແກ​ໄດ້​ດັງ​ແຮງ​ແລະ​ແຮງ​ຂຶ້ນ. ເມື່ອ​ໂມເຊ​ກ່າວ​ອອກ​ໄປ ພຣະເຈົ້າ​ກໍ​ຕອບ​ເພິ່ນ​ມາ​ດ້ວຍ​ສຽງ​ຟ້າຮ້ອງ.


ພຣະອົງ​ຈະ​ທຳລາຍ​ປ້ອມ​ປ້ອງກັນ​ເມືອງ​ບ່ອນ​ສູງໆ​ໃນ​ດິນແດນ​ໂມອາບ​ລົງ ແລະ​ເຮັດ​ໃຫ້​ມັນ​ຮົກຮ້າງ​ເພພັງ​ຈົນ​ກາຍເປັນ​ຂີ້ຝຸ່ນ.


ວັນ​ໃດ​ທີ່​ປ້ອມ​ປ້ອງກັນ​ຂອງ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ ຖືກ​ຢຶດ​ໄດ້ ແລະ​ປະຊາຊົນ​ຖືກ​ຂ້າ ວັນ​ນັ້ນ​ແຫຼະ ສາຍ​ນໍ້າ​ກໍ​ຈະ​ໄຫລ​ອອກ​ຈາກ​ພູ​ແລະ​ເນີນພູ​ທຸກໆໜ່ວຍ.


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພວກ​ອິດສະຣາເອນ​ໄດ້​ວຽນ​ລ້ອມ​ເມືອງ​ເຢຣີໂກ​ເຖິງ​ເຈັດ​ວັນ ແລ້ວ​ກຳແພງ​ເມືອງ​ນັ້ນ​ຈຶ່ງ​ເພພັງ​ລົງ.


ພໍ​ຮອດ​ຮອບ​ທີເຈັດ ເມື່ອ​ພວກ​ປະໂຣຫິດ​ໄດ້​ເປົ່າແກ​ແລ້ວ ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ໃຫ້​ຮ້ອງ​ຂຶ້ນ ແລະ​ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ມອບ​ເມືອງ​ນີ້​ໃຫ້​ພວກເຈົ້າ​ແລ້ວ


ດັ່ງນັ້ນ ພວກ​ປະໂຣຫິດ​ຈຶ່ງ​ໄດ້​ເປົ່າແກ ແລະ​ພໍ​ຄົນ​ຂອງ​ໂຢຊວຍ​ໄດ້ຍິນ​ສຽງ​ແກ ພວກເຂົາ​ກໍ​ພາກັນ​ຮ້ອງ​ຂຶ້ນ​ເລວເສິກ​ດ້ວຍ​ສຽງດັງ ແລະ​ກຳແພງ​ເມືອງ​ກໍ​ເຈື່ອນ​ລົງ. ແລ້ວ​ກອງ​ທະຫານ​ທັງໝົດ​ກໍໄດ້​ມຸ້ງໜ້າ​ຂຶ້ນ​ໄປ​ສູ່​ເນີນພູ ແລະ​ຢຶດຄອງ​ເມືອງ​ທັນທີ.


ຈົ່ງ​ໃຫ້​ປະໂຣຫິດ​ເຈັດ​ຄົນ​ຖື​ແກ​ຜູ້ລະ​ອັນ ຍ່າງ​ອອກ​ໜ້າ​ຫີບ​ພັນທະສັນຍາ. ໃນ​ວັນ​ທີ​ເຈັດ ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ ຕ້ອງ​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ ໂດຍ​ໃຫ້​ມີ​ພວກ​ປະໂຣຫິດ​ເປົ່າແກ​ນຳໜ້າ.


ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”


ພວກ​ທະຫານ​ເຫຼົ່ານີ້​ແລ່ນ​ເຂົ້າ​ໄປ​ສູ່​ເມືອງ​ກີເບອາ​ຢ່າງ​ວ່ອງໄວ. ພວກເຂົາ​ຢາຍກັນ​ອອກ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ປະຊາຊົນ​ທຸກຄົນ​ຖິ້ມ.


ເຊົ້າ​ມື້​ໃໝ່​ມາ ດາວິດ​ກໍ​ລຸກ​ແຕ່​ເຊົ້າໆ. ລາວ​ຝາກ​ຝູງແກະ​ໄວ້​ນຳ​ຄົນອື່ນ ແລະ​ນຳ​ເອົາ​ອາຫານ​ໄປ​ບ່ອນ​ທີ່​ເຢຊີ​ພໍ່​ຂອງຕົນ​ໄດ້​ບອກ. ລາວ​ໄປ​ຮອດ​ຄ້າຍ​ພໍດີ​ກັບ​ເວລາ​ທີ່​ພວກ​ອິດສະຣາເອນ​ພວມ​ລຽນ​ແຖວ​ອອກ​ໄປ​ສູ່​ສະໜາມຮົບ ແລະ​ທັງ​ມີ​ສຽງ​ຮ້ອງ​ສັ່ງ​ອອກ​ໄປ​ຕີ​ເສິກ.


ຝ່າຍ​ທະຫານ​ອິດສະຣາເອນ​ກັບ​ທະຫານ​ຢູດາ​ກໍ​ຮ້ອງໂຮ ພ້ອມ​ທັງ​ແລ່ນ​ໄລ່ຕາມ​ພວກເຂົາ​ໄປ​ຈົນຮອດ​ເມືອງກາດ ແລະ​ຮອດ​ປະຕູ​ຂອງ​ເມືອງ​ເອັກໂຣນ. ພວກ​ຟີລິດສະຕິນ​ທີ່​ບາດເຈັບ​ໄດ້​ລົ້ມຕາຍ​ຕາມ​ຖະໜົນ​ຫົນທາງ ໄປ​ສູ່​ເມືອງ​ຊາອາຣາອິມ​ຈົນ​ໄປ​ເຖິງ​ເມືອງກາດ​ແລະ​ເມືອງ​ເອັກໂຣນ.


ເມື່ອ​ນຳ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ມາ​ຮອດ​ແລ້ວ ພວກ​ອິດສະຣາເອນ​ກໍ​ພາກັນ​ໂຮຮ້ອງ​ຍິນດີ ສຽງດັງ​ກ້ອງສະໜັ່ນ​ດັ່ງ​ແຜ່ນດິນ​ສັ່ນສະເທືອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka