Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:4 - ພຣະຄຳພີສັກສິ

4 ຈົ່ງ​ໃຫ້​ປະໂຣຫິດ​ເຈັດ​ຄົນ​ຖື​ແກ​ຜູ້ລະ​ອັນ ຍ່າງ​ອອກ​ໜ້າ​ຫີບ​ພັນທະສັນຍາ. ໃນ​ວັນ​ທີ​ເຈັດ ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ ຕ້ອງ​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ ໂດຍ​ໃຫ້​ມີ​ພວກ​ປະໂຣຫິດ​ເປົ່າແກ​ນຳໜ້າ.

Uka jalj uñjjattʼäta Copia luraña




ໂຢຊວຍ 6:4
33 Jak'a apnaqawi uñst'ayäwi  

ພຣະເຈົ້າ​ອວຍພອນ​ມື້​ທີ​ເຈັດ ແລະ​ຕັ້ງ​ໄວ້​ໃຫ້​ເປັນ​ວັນ​ສັກສິດ​ບໍຣິສຸດ ເພາະ​ໃນ​ມື້ນັ້ນ ພຣະອົງ​ໄດ້​ຢຸດ​ພັກ​ຈາກ​ການ​ນິຣະມິດ​ສ້າງ ແລະ​ຢຸດ​ກິດຈະການ​ທັງ​ສິ້ນ.


ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ຂອງຕົນ​ວ່າ, “ຈົ່ງ​ໄປ​ເບິ່ງ​ທາງ​ທະເລ​ພຸ້ນ​ດູ.” ຄົນ​ຮັບໃຊ້​ກໍ​ໄປ​ເບິ່ງ ແລະ​ກັບ​ມາ​ບອກ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ເຫັນ​ຫຍັງ​ໝົດ.” ເອລີຢາ​ສັ່ງ​ໃຫ້​ລາວ​ໄປ​ເບິ່ງ​ເຈັດ​ເທື່ອ.


ເອລີຊາ​ໄດ້​ສັ່ງ​ຄົນ​ຮັບໃຊ້​ອອກ​ມາ​ບອກ​ນາອາມານ ໃຫ້​ໄປ​ອາບນໍ້າ​ທີ່​ແມ່ນໍ້າ​ຈໍແດນ​ເຈັດ​ເທື່ອ ແລະ​ເພິ່ນ​ກໍ​ຈະ​ຫາຍ​ດີ​ເປັນ​ປົກກະຕິ.


ດັ່ງນັ້ນ ນາອາມານ​ຈຶ່ງ​ລົງ​ໄປ​ທີ່​ແມ່ນໍ້າ​ຈໍແດນ​ຈຸ່ມຕົວ​ລົງ​ໃນ​ນໍ້າ​ເຈັດ​ຄັ້ງ ຕາມ​ຄຳແນະນຳ​ຂອງ​ຄົນ​ຂອງ​ພຣະເຈົ້າ ແລະ​ລາວ​ກໍ​ຫາຍ​ດີ​ເປັນ​ປົກກະຕິ. ເນື້ອໜັງ​ຂອງ​ລາວ​ສະອາດ​ເສາະໃສ​ດີ​ເປັນ​ປົກກະຕິ​ດັ່ງ​ເນື້ອໜັງ​ຂອງ​ເດັກນ້ອຍ.


ພຣະເຈົ້າ​ເອງ​ເປັນ​ຜູ້​ນຳພາ​ຂອງ​ພວກເຮົາ ແລະ​ປະໂຣຫິດ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນີ້​ໂດຍ​ມີ​ແກ​ຕຽມພ້ອມ​ທີ່​ຈະ​ເປົ່າ ເພື່ອ​ເອີ້ນ​ພວກເຮົາ​ເຂົ້າ​ສູ້ຮົບ​ພວກທ່ານ. ປະຊາຊົນ​ອິດສະຣາເອນ​ເອີຍ ຢ່າ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ພວກທ່ານ​ເທາະ ພວກທ່ານ​ຕີ​ຊະນະ​ບໍ່ໄດ້​ດອກ.”


ພວກທ່ານ​ບໍ່​ຈຳເປັນ​ຕ້ອງ​ອອກ​ໄປ​ສູ້ຮົບ​ໃນ​ຄັ້ງ​ນີ້. ໃຫ້​ທ່ານ​ພຽງແຕ່​ປະຈຳ​ທີ່​ລໍຄອຍ​ຢູ່​ທີ່​ນັ້ນ ແລະ​ທ່ານ​ຈະ​ເຫັນ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຫ້​ພວກທ່ານ​ມີ​ໄຊຊະນະ. ຊາວ​ຢູດາ​ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຢ່າ​ສົງໄສ ຫລື​ຢ້ານກົວ​ເລີຍ. ຈົ່ງ​ອອກ​ໄປ​ສູ້ຮົບ​ແລະ​ພຣະເຈົ້າຢາເວ​ຈະ​ສະຖິດ​ຢູ່​ກັບ​ພວກທ່ານ.”


ບັນດາ​ສະມາຊິກ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ ແລະ​ໂກຣາ​ໄດ້​ລຸກ​ຢືນ​ຂຶ້ນ ແລະ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ດ້ວຍ​ສຽງດັງ.


ຫລັງຈາກ​ໄດ້​ປຶກສາ​ຫາລື​ກັບ​ປະຊາຊົນ​ແລ້ວ ກະສັດ​ກໍໄດ້​ສັ່ງ​ໃຫ້​ນັກດົນຕຼີ​ນຸ່ງ​ເສື້ອຄຸມ ຊຶ່ງ​ພວກເຂົາ​ໄດ້​ນຸ່ງ​ໃນ​ໂອກາດ​ອັນ​ສັກສິດ​ເທົ່ານັ້ນ ແລະ​ຍ່າງ​ນຳໜ້າ​ກອງທັບ​ໄປ​ທັງ​ຮ້ອງເພງ​ສຳລັບ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”


ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ແລ້ວ​ເອົາ​ນິ້ວມື​ເບື້ອງຂວາ​ຈຸ່ມ​ລົງ​ໃນ​ນໍ້າມັນ​ນັ້ນ ແລະ​ຊິດ​ເຈັດ​ເທື່ອ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ໃນ​ທີ່ນັ້ນ.


ເມື່ອ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລ້ວ ເພິ່ນ​ກໍ​ຈະ​ຊິດ​ໃສ່​ທາງ​ໜ້າ​ຜ້າກັ້ງ​ສັກສິດ​ເຈັດ​ເທື່ອ​ຕໍ່ໜ້າ​ພຣະເຈົ້າຢາເວ.


ເພິ່ນ​ຖາມ​ຂ້າພະເຈົ້າ​ວ່າ, “ເຈົ້າ​ໄດ້​ເຫັນ​ຫຍັງ​ແດ່?” ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ເຫັນ​ຕີນ​ຮອງ​ຕະກຽງ​ທີ່​ເປັນ​ຄຳ ເທິງ​ຈອມ​ນັ້ນ​ມີ​ອ່າງ​ໜ່ວຍ​ໜຶ່ງ​ສຳລັບ​ໃສ່​ນໍ້າມັນ. ທີ່​ເທິງ​ຕີນ​ຮອງ​ຕະກຽງ​ນັ້ນ​ມີ​ຕະກຽງ​ເຈັດ​ໜ່ວຍ ແລະ​ແຕ່ລະ​ໜ່ວຍ​ມີ​ໄສ້​ເຈັດ​ອັນ.


ເທວະດາ​ຕົນ​ນັ້ນ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ມອບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ແກ່​ເຊຣຸບບາເບນ. ຖ້ອຍຄຳ​ນັ້ນ​ມີ​ດັ່ງນີ້: “ເຈົ້າ​ຈະ​ພົບ​ຄວາມ​ສຳເລັດ ບໍ່ແມ່ນ​ໂດຍ​ກຳລັງ​ທາງ​ທະຫານ ຫລື​ໂດຍ​ກຳລັງ​ຂອງ​ເຈົ້າເອງ ແຕ່​ໂດຍ​ພຣະວິນຍານ​ຂອງເຮົາ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ເພິ່ນ​ໄດ້​ກ່າວ​ແກ່​ເຈົ້າ​ບາຫລາກ​ວ່າ, “ຈົ່ງ​ສ້າງ​ແທ່ນບູຊາ​ຂຶ້ນ​ເຈັດ​ແທ່ນ​ໃຫ້​ຂ້າພະເຈົ້າ ແລ້ວ​ໃຫ້​ນຳ​ເອົາ​ງົວ​ແລະ​ແກະເຖິກ​ແນວ​ລະ​ເຈັດ​ໂຕ​ມາ​ໃຫ້​ຂ້າພະເຈົ້າ.”


ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເປັນ​ເທື່ອ​ທີ​ສອງ ຕາມ​ລະບຽບ​ທີ່​ໄດ້​ວາງ​ໄວ້​ໃນ​ມື້​ກ່ອນ​ນັ້ນ ຄື​ທະຫານ​ກອງໜ້າ​ຍ່າງ​ອອກ​ກ່ອນ; ຕໍ່ມາ​ແມ່ນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ເຈັດ​ອັນ ແລ້ວ​ແມ່ນ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງ​ນຳຫລັງ​ຫີບ​ຂອງ​ພຣະເຈົ້າຢາເວ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.


ເຈົ້າ​ພ້ອມ​ທະຫານ​ຂອງ​ເຈົ້າ​ຕ້ອງ​ຍ່າງ​ອ້ອມ​ເມືອງ​ນີ້ ວັນລະ​ໜຶ່ງ​ຮອບ​ພາຍ​ໃນ​ຫົກ​ວັນ.


ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”


ນີ້​ແມ່ນ​ຄວາມ​ເລິກລັບ​ຂອງ​ດາວ​ທັງ​ເຈັດ ທີ່​ເຈົ້າ​ເຫັນ​ຢູ່​ໃນ​ມື​ຂວາ​ຂອງເຮົາ ແລະ​ຄັນ​ຕະກຽງ​ຄຳ​ທັງ​ເຈັດ​ນັ້ນ ກໍ​ຄື​ດາວ​ເຈັດ​ດວງ​ນັ້ນ ໄດ້​ແກ່​ເທວະດາ​ແຫ່ງ​ຄຣິສຕະຈັກ​ທັງ​ເຈັດ ແລະ​ຄັນ​ຕະກຽງ​ຄຳ​ເຈັດ​ອັນ ໄດ້​ແກ່​ຄຣິສຕະຈັກ​ທັງ​ເຈັດ.”


ຈາກ ໂຢຮັນ, ຮຽນ ຄຣິສຕະຈັກ​ທັງ​ເຈັດ​ທີ່​ຢູ່​ໃນ​ແຂວງ​ເອເຊຍ. ຂໍ​ໃຫ້​ທ່ານ​ທັງຫລາຍ​ຈົ່ງ​ໄດ້​ຮັບ​ພຣະຄຸນ​ແລະ​ສັນຕິສຸກ​ຈາກ​ພຣະອົງ ຜູ້​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ຜູ້​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ຈາກ​ວິນຍານ​ທັງ​ເຈັດ​ທີ່​ເຝົ້າ​ຢູ່​ໜ້າ​ຣາຊບັນລັງ​ຂອງ​ພຣະອົງ


ເພິ່ນ​ຮ້ອງ​ສຽງດັງ​ເໝືອນ​ໂຕ​ສິງ​ຮ້ອງ​ຄຳຣາມ ຫລັງຈາກ​ເພິ່ນ​ຮ້ອງ​ແລ້ວ ສຽງ​ຟ້າຮ້ອງ​ທັງ​ເຈັດ​ກໍ​ດັງ​ຂຶ້ນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ໃຫຍ່ຫລວງ ແລະ​ໜ້າ​ອັດສະຈັນ​ໃນ​ສະຫວັນ​ອີກ​ຢ່າງ​ໜຶ່ງ ຄື​ມີ​ເທວະດາ​ເຈັດ​ຕົນ​ຖື​ໄພ​ອັນຕະລາຍ​ເຈັດ​ຢ່າງ ເປັນ​ໄພ​ອັນຕະລາຍ​ຄັ້ງ​ສຸດທ້າຍ ເພາະວ່າ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ກໍ​ເປັນ​ການ​ສິ້ນສຸດ​ລົງ.


ແລ້ວ​ກໍ​ມີ​ສິ່ງທີ່ມີ​ຊີວິດ​ຕົນ​ໜຶ່ງ​ໃນ​ສີ່​ຕົນ​ນັ້ນ ເອົາ​ຂັນ​ຄຳ​ເຈັດ​ໜ່ວຍ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ​ນັ້ນ ເປັນ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ອົງ​ຊົງພຣະຊົນ​ຢູ່​ຊົ່ວ​ນິຣັນດອນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ແຮງ​ດັງ​ອອກ​ມາ​ຈາກ​ພຣະວິຫານ ກ່າວ​ຕໍ່​ເທວະດາ​ເຈັດ​ຕົນ​ນັ້ນ​ວ່າ, “ຈົ່ງ​ໄປ​ສາ ເອົາ​ຂັນ​ທັງ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ໄປ​ຖອກ​ໃສ່​ແຜ່ນດິນ​ໂລກ.”


ໃນ​ມື​ຂວາ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ໜັງສື​ມ້ວນ​ອັນ​ໜຶ່ງ ທີ່​ມີ​ຄຳ​ຂຽນ​ໄວ້​ທັງ​ຂ້າງໃນ​ແລະ​ຂ້າງນອກ ທີ່​ມີ​ຕາປະທັບ​ໄວ້​ເຈັດ​ດວງ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ພຣະ​ເມສານ້ອຍ ຢືນ​ຢູ່​ທ່າມກາງ​ບັນລັງ​ອ້ອມຮອບ​ດ້ວຍ​ສິ່ງທີ່ມີ​ຊີວິດ​ທັງ​ສີ່​ຕົນ​ແລະ​ພວກ​ອາວຸໂສ. ພຣະ​ເມສານ້ອຍ​ນີ້​ເບິ່ງ​ຄື​ວ່າ​ໄດ້​ຖືກ​ຂ້າ​ແລ້ວ. ພຣະ​ເມສານ້ອຍ​ນັ້ນ ມີ​ເຂົາ​ເຈັດ​ອັນ ມີ​ຕາ​ເຈັດ​ໜ່ວຍ ຊຶ່ງ​ເປັນ​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ ທີ່​ຊົງ​ໃຊ້​ໃຫ້​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.


ແລ້ວ​ເທວະດາ​ທັງ​ເຈັດ​ຕົນ ທີ່​ຖື​ແກ​ເຈັດ​ອັນ​ນັ້ນ ຕ່າງ​ກໍ​ຕຽມພ້ອມ​ທີ່​ຈະ​ເປົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka