3 ເຈົ້າພ້ອມທະຫານຂອງເຈົ້າຕ້ອງຍ່າງອ້ອມເມືອງນີ້ ວັນລະໜຶ່ງຮອບພາຍໃນຫົກວັນ.
ທີ່ຂອບອ້ອມຮອບຂັນດ້ານນອກ ມີການຕົບແຕ່ງເປັນສອງແຖວ ຄືແຖວເທິງຢອງແຖວລຸ່ມ. ການຕົບແຕ່ງນີ້ແມ່ນໄດ້ຫລໍ່ຮູບງົວໃຫ້ເປັນເນື້ອດຽວກັນກັບຂັນ.
ຢ່າກະບົດຕໍ່ສູ້ພຣະເຈົ້າຢາເວເລີຍ ແລະຢ່າສູ່ຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ ແລະຈະຊົງທຳລາຍບັນດາພະທີ່ປົກປັກຮັກສາພວກເຂົາໃຫ້ສູນສິ້ນໄປໝົດ; ສະນັ້ນ ຢ່າສູ່ຢ້ານເລີຍ.”
ແຕ່ພວກເຮົາມີຊັບສົມບັດນີ້ ຢູ່ໃນພາຊະນະດິນ ເພື່ອໃຫ້ເຫັນວ່າ ຣິດອຳນາດອັນຍິ່ງໃຫຍ່ນັ້ນເປັນຂອງພຣະເຈົ້າ ບໍ່ໄດ້ມາຈາກພວກເຮົາເອງ.
ດັ່ງນັ້ນ ເພິ່ນຈຶ່ງໄດ້ສັ່ງພວກເຫຼົ່ານີ້ ໃຫ້ນຳຫີບຂອງພຣະເຈົ້າຢາເວຍ່າງອ້ອມເມືອງໜຶ່ງຮອບ. ແລ້ວພວກເຂົາກໍໄດ້ກັບເມືອສູ່ຄ້າຍພັກ ແລະນອນຄ້າງຄືນຢູ່ທີ່ນັ້ນ.
ໃນວັນທີສອງ ພວກເຂົາໄດ້ຍ່າງອ້ອມເມືອງອີກຮອບໜຶ່ງ ແລ້ວກໍໄດ້ກັບເມືອສູ່ຄ້າຍພັກ. ພວກເຂົາເຮັດຢູ່ຢ່າງນີ້ເປັນເວລາຫົກວັນ.
ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ເຮົາໄດ້ມອບເມືອງເຢຣິໂກແລະກະສັດໃນເມືອງນີ້ ຕະຫລອດທັງທະຫານທີ່ເກັ່ງກ້າໄວ້ໃນກຳມືຂອງເຈົ້າ.
ຈົ່ງໃຫ້ປະໂຣຫິດເຈັດຄົນຖືແກຜູ້ລະອັນ ຍ່າງອອກໜ້າຫີບພັນທະສັນຍາ. ໃນວັນທີເຈັດ ເຈົ້າແລະພວກທະຫານຂອງເຈົ້າ ຕ້ອງຍ່າງອ້ອມເມືອງເຈັດຮອບ ໂດຍໃຫ້ມີພວກປະໂຣຫິດເປົ່າແກນຳໜ້າ.
ແລ້ວໂຢຊວຍກໍບອກໃຫ້ເລີ່ມຍ່າງອ້ອມເມືອງ ໂດຍມີທະຫານກອງໜ້າ ຍ່າງນຳໜ້າໄປກ່ອນຫີບຂອງພຣະເຈົ້າຢາເວ.