Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:26 - ພຣະຄຳພີສັກສິ

26 ໃນ​ເວລາ​ນັ້ນ ໂຢຊວຍ​ໄດ້​ອອກ​ຄຳເຕືອນ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຜູ້ໃດ​ຜູ້ໜຶ່ງ​ທີ່​ພະຍາຍາມ​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ ຈະ​ຖືກ​ສາບແຊ່ງ​ຕໍ່ໜ້າ​ພຣະເຈົ້າຢາເວ. ຜູ້ໃດ​ກໍຕາມ​ທີ່​ສ້າງ​ຮາກຖານ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍກົກ​ຂອງຕົນ; ຜູ້ໃດ​ກໍຕາມ​ທີ່​ສ້າງ​ປະຕູ​ຂອງ​ເມືອງ​ນີ້ ຈະ​ຕ້ອງ​ເສຍ​ລູກຊາຍ​ຫລ້າ​ຂອງຕົນ.”

Uka jalj uñjjattʼäta Copia luraña




ໂຢຊວຍ 6:26
9 Jak'a apnaqawi uñst'ayäwi  

ໃນ​ຣາຊການ​ຂອງ​ເພິ່ນ, ຮີເອນ​ຊາວ​ເມືອງ​ເບັດເອນ​ໄດ້​ສ້າງ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່. ຂະນະທີ່​ຮີເອນ​ສ້າງ​ພື້ນຖານ​ຂອງ​ເມືອງ​ເຢຣິໂກ​ຂຶ້ນ​ນັ້ນ ອາບີຣາມ​ລູກຊາຍກົກ​ຂອງ​ເພິ່ນ​ກໍ​ຕາຍ ແລະ​ຂະນະທີ່​ເພິ່ນ​ສ້າງ​ປະຕູ​ເມືອງ​ຂຶ້ນ​ນັ້ນ, ເຊກຸບ​ລູກຊາຍຫລ້າ​ຂອງ​ເພິ່ນ​ກໍ​ຕາຍ​ອີກ. ເຫດການ​ນີ້​ແມ່ນ​ຖືກຕ້ອງ​ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ບອກ​ໄວ້​ຜ່ານ​ທາງ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ແຕ່​ກະສັດ​ອາຮາບ​ຕອບ​ຄືນ​ວ່າ, “ເມື່ອ​ເວົ້າ​ກັບ​ເຮົາ​ໃນ​ນາມ​ຂອງ​ພຣະເຈົ້າຢາເວ ຈົ່ງ​ເວົ້າ​ຄວາມຈິງ​ແມ ເຮົາ​ໄດ້​ບອກ​ເຈົ້າ​ຈັກເທື່ອ​ແລ້ວ.”


ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເຢຣິໂກ.


ຖ້າ​ເຊື້ອສາຍ​ຂອງ​ເອຊາວ ຊາວ​ເອໂດມ ເວົ້າ​ວ່າ, “ຕົວເມືອງ​ຕ່າງໆ​ຂອງ​ພວກເຮົາ​ໄດ້​ຖືກ​ທຳລາຍ ແຕ່​ພວກເຮົາ​ຈະ​ສ້າງ​ເມືອງ​ເຫຼົ່ານັ້ນ​ຂຶ້ນ​ໃໝ່.” ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກໍ​ຈະ​ຕອບ​ຄືນ​ວ່າ, “ປ່ອຍ​ໃຫ້​ພວກເຂົາ​ສ້າງ​ຂຶ້ນ​ໃໝ່ ແລະ​ເຮົາ​ຈະ​ທຳລາຍ​ລົງ​ອີກ. ປະຊາຊົນ​ຈະ​ເອີ້ນ​ມັນ​ວ່າ, ‘ເມືອງ​ເຄາະຮ້າຍ’ ແລະ ‘ຊົນຊາດ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ຕະຫລອດໄປ.”’


ແຕ່​ພຣະເຢຊູເຈົ້າ​ມິດງຽບ​ຢູ່ ແລ້ວ​ມະຫາ​ປະໂຣຫິດ​ໄດ້​ເວົ້າ​ຕໍ່​ພຣະອົງ​ອີກ​ວ່າ, “ໃນ​ນາມ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ໃຫ້​ເຈົ້າ​ສາບານ​ວ່າ, ‘ເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ.”’


ພວກ​ຢິວ​ບາງຄົນ​ທີ່​ທ່ຽວ​ໄປມາ​ເປັນ​ໝໍ​ຂັບໄລ່​ຜີຊົ່ວຮ້າຍ ກໍ​ພະຍາຍາມ​ໃຊ້​ນາມຊື່​ຂອງ​ອົງ​ພຣະເຢຊູເຈົ້າ​ກະທຳ​ການ​ນີ້​ເໝືອນກັນ, ພວກເຂົາ​ສັ່ງ​ຜີຊົ່ວຮ້າຍ​ທີ່​ສິງ​ວ່າ, “ກູ​ສັ່ງ​ພວກສູ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ໂປໂລ​ປະກາດ​ນັ້ນ.”


ແລ້ວ​ຈາກ​ຢາໂນອາ​ລົງ​ມາ​ເຖິງ​ອາຕາໂຣດ​ແລະ​ນາອາຣາ ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ​ແລະ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka