Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:25 - ພຣະຄຳພີສັກສິ

25 ແຕ່​ໂຢຊວຍ​ໄດ້​ໄວ້​ຊີວິດ​ນາງ​ຣາຮາບ​ຍິງ​ໂສເພນີ ພ້ອມ​ທັງ​ຍາດຕິພີ່ນ້ອງ​ທັງໝົດ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ ທີ່​ເພິ່ນ​ໄດ້​ໃຊ້​ໄປ​ເມືອງ​ເຢຣິໂກ. ເຊື້ອສາຍ​ຂອງ​ນາງ​ຣາຮາບ​ໄດ້​ຢູ່​ໃນ​ອິດສະຣາເອນ​ຈົນເຖິງ​ທຸກ​ວັນນີ້.

Uka jalj uñjjattʼäta Copia luraña




ໂຢຊວຍ 6:25
11 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ບຸກຄົນ​ໃດ ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະໄດ້​ລອດພົ້ນ.”’


ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.


ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ແຕ່​ເຈົ້າ​ຈະ​ຕ້ອງ​ເຮັດ​ດັ່ງນີ້: ເມື່ອ​ພວກຂ້ອຍ​ກັບ​ມາ​ບຸກໂຈມຕີ​ດິນແດນ​ຂອງ​ເຈົ້າ ໃຫ້​ເຈົ້າ​ເອົາ​ເຊືອກ​ສີແດງ​ນີ້ ຜູກ​ໃສ່​ປ່ອງຢ້ຽມ​ໄວ້​ໃນ​ບ່ອນ​ທີ່​ເຈົ້າ​ຢ່ອນ​ພວກຂ້ອຍ​ລົງ. ໃຫ້​ເອົາ​ພໍ່​ແມ່, ອ້າຍ​ເອື້ອຍ​ນ້ອງ ແລະ​ທຸກໆ​ຄອບຄົວ​ຂອງ​ເຈົ້າ​ທຸກຄົນ ມາ​ໂຮມກັນ​ຢູ່​ໃນ​ເຮືອນ​ຂອງເຈົ້າ.


ນາງ​ຣາຮາບ​ໄດ້​ເອົາ​ນັກສືບ​ສອດແນມ​ທັງສອງ​ໄປ​ເຊື່ອງ​ໄວ້​ເທິງ​ຫລັງຄາ​ພຽງ ໃນ​ກອງ​ລຳຕົ້ນ​ປ່ານ​ທີ່​ນາງ​ລຽນ​ໄວ້​ຢູ່​ຂ້າງ​ເທິງ​ນັ້ນ. ນາງ​ໄດ້​ຕອບ​ກະສັດ​ວ່າ, “ພວກເຂົາ​ມາ​ພັກ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ແທ້ຈິງ, ແຕ່​ຂ້ານ້ອຍ​ບໍ່​ຮູ້​ວ່າ​ພວກເຂົາ​ມາ​ຈາກ​ໃສ. ພວກເຂົາ​ອອກ​ໜີໄປ​ແລ້ວ​ແຕ່​ເວລາ​ມືດຊຸ້ມ​ກ່ອນ​ປະຕູ​ເມືອງ​ຖືກ​ອັດ. ຂ້ານ້ອຍ​ເອງ​ກໍ​ບໍ່ໄດ້​ຖາມ​ວ່າ​ພວກເຂົາ​ຈະ​ໄປ​ທາງ​ໃດ ແຕ່​ຖ້າ​ທ່ານ​ຟ້າວ​ອອກ​ຕິດຕາມ ທ່ານ​ອາດ​ຈະ​ຕາມ​ໄປ​ທັນ​ແລະ​ຈັບ​ພວກເຂົາ​ໄດ້.”


ແລ້ວ​ໂຢຊວຍ​ກໍ​ຍັງ​ໄດ້​ຕັ້ງ​ຫີນ​ອື່ນ​ອີກ​ສິບສອງ​ກ້ອນ ໄວ້​ທີ່​ກາງ​ແມ່ນໍ້າ​ຈໍແດນ ໃນ​ບ່ອນ​ທີ່​ພວກ​ປະໂຣຫິດ​ຫາມ​ຫີບ​ພັນທະສັນຍາ​ຢືນ​ຢູ່​ນັ້ນ. (ຫີນ​ນັ້ນ​ຍັງ​ມີ​ຢູ່​ຈົນເຖິງ​ທຸກ​ວັນນີ້.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka