Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:24 - ພຣະຄຳພີສັກສິ

24 ແລ້ວ​ພວກ​ອິດສະຣາເອນ​ກໍ​ຈູດ​ເຜົາ​ເມືອງ​ຖິ້ມ​ຈົນກ້ຽງ ຕະຫລອດ​ທຸກສິ່ງ​ໃນ​ເມືອງ​ນັ້ນ ເວັ້ນໄວ້ແຕ່​ເຄື່ອງໃຊ້​ທີ່​ເປັນ​ເງິນ, ຄຳ, ທອງສຳຣິດ ແລະ​ເຫຼັກ ທີ່​ພວກເຂົາ​ໄດ້​ຢຶດເອົາ ແລະ​ນຳ​ໄປ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




ໂຢຊວຍ 6:24
13 Jak'a apnaqawi uñst'ayäwi  

ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ກະສັດ​ດາວິດ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ເງິນ ແລະ​ຄຳ ທີ່​ເພິ່ນ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ເປັນ​ຕົ້ນ​ໄດ້​ມາ​ແຕ່​ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ​ອາມາເຫຼັກ.


ແລະ​ຈູດ​ເມືອງ ພ້ອມ​ຄ້າຍພັກ​ຂອງ​ພວກເຂົາ​ຖິ້ມ​ໝົດ.


ໃຫ້​ຂົນ​ເອົາ​ຊັບສິນ​ຂອງ​ຊາວເມືອງ​ອອກ​ມາ​ກອງ​ຢູ່​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຈູດ​ເມືອງ ພ້ອມ​ທັງ​ຈູດ​ທຸກໆ​ສິ່ງ​ໃນ​ເມືອງ​ນັ້ນ ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ຈົ່ງ​ປ່ອຍ​ໃຫ້​ເປັນ​ເມືອງ​ຮ້າງ​ຢູ່​ຢ່າງ​ນັ້ນ​ຕະຫລອດໄປ ແລະ​ຢ່າ​ສ້າງ​ຂຶ້ນ​ໃໝ່​ເປັນ​ເດັດຂາດ.


ຢ່າ​ເອົາ​ສິ່ງຂອງ​ໃດໆ​ທີ່​ຈະ​ຕ້ອງ​ສາບແຊ່ງ​ແລະ​ທຳລາຍ​ຖິ້ມ​ນັ້ນ​ມາ​ເປັນ​ຂອງຕົນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ເຊົາ​ໂກດຮ້າຍ ແລະ​ຫັນ​ມາ​ເມດຕາ​ພວກເຈົ້າ. ພຣະອົງ​ຈະ​ເມດຕາ​ພວກເຈົ້າ ແລະ​ຈະ​ໃຫ້​ພວກເຈົ້າ​ມີ​ປະຊາຊົນ​ເພີ່ມພູນ​ຂຶ້ນ ເປັນ​ຈຳນວນ​ຫລວງຫລາຍ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ


ແຕ່​ເມື່ອ​ພວກເຈົ້າ​ຢຶດຄອງ​ເມືອງ​ຕ່າງໆ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ຈົ່ງ​ຂ້າ​ທຸກໆ​ຄົນ​ຖິ້ມ.


ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ ແລະ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ ພ້ອມ​ທັງ​ໄດ້​ຈູດ​ເມືອງ​ຖິ້ມ​ດ້ວຍ.


ສ່ວນ​ເຄື່ອງ​ທຸກຢ່າງ​ທີ່​ເຮັດ​ດ້ວຍ​ເງິນ, ຄຳ, ທອງສຳຣິດ ຫລື​ເຫຼັກ ໃຫ້​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ. ໃຫ້​ເກັບ​ສິ່ງ​ເຫຼົ່ານັ້ນ​ໄວ້​ໃນ​ຄັງ​ຂອງ​ພຣະເຈົ້າຢາເວ.”


ແຕ່​ໂຢຊວຍ​ໄດ້​ໄວ້​ຊີວິດ​ນາງ​ຣາຮາບ​ຍິງ​ໂສເພນີ ພ້ອມ​ທັງ​ຍາດຕິພີ່ນ້ອງ​ທັງໝົດ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ ທີ່​ເພິ່ນ​ໄດ້​ໃຊ້​ໄປ​ເມືອງ​ເຢຣິໂກ. ເຊື້ອສາຍ​ຂອງ​ນາງ​ຣາຮາບ​ໄດ້​ຢູ່​ໃນ​ອິດສະຣາເອນ​ຈົນເຖິງ​ທຸກ​ວັນນີ້.


ໂຢຊວຍ​ໄດ້​ຈູດ​ເມືອງ​ອາອີ​ແລະ​ປະ​ໃຫ້​ເປັນ​ເມືອງ​ຮ້າງ. ສະນັ້ນ ເມືອງ​ອາອີ​ຈຶ່ງ​ຍັງ​ເປັນ​ເມືອງ​ຮ້າງ​ຕະຫລອດ​ມາ​ເຖິງ​ເທົ່າ​ທຸກ​ວັນນີ້.


ເຂົາ​ທັງ​ສິບ​ກັບ​ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຈະ​ພາກັນ​ກຽດຊັງ​ຍິງໂສເພນີ ຈະ​ເຮັດ​ໃຫ້​ມັນ​ຂາດ​ມິດ​ສະຫາຍ​ແລະ​ເປືອຍກາຍ ຈະ​ກັດ​ກິນ​ຊີ້ນ​ແລະ​ຈະ​ເອົາ​ໄຟ​ເຜົາ​ມັນ​ເສຍ.


ຍ້ອນ​ການ​ນີ້ ໄພພິບັດ​ຕ່າງໆ ຂອງ​ນະຄອນ​ນັ້ນ ຈະ​ຕົກ​ຖືກ​ນາງ​ໃນ​ວັນ​ດຽວ ຄື​ຄວາມ​ຕາຍ, ຄວາມ​ໂສກເສົ້າ ແລະ​ຄວາມ​ອຶດຢາກ. ແລະ​ໄຟ​ເຜົາຜານ​ນາງ​ໃຫ້​ຈິບຫາຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ຜູ້​ຊົງ​ຕັດສິນ​ລົງໂທດ​ນະຄອນ​ນັ້ນ ຊົງ​ປະກອບ​ດ້ວຍ​ພຣະ​ກຳລັງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka