22 ແລ້ວໂຢຊວຍກໍໄດ້ບອກຊາຍສອງຄົນທີ່ເຄີຍເປັນນັກສືບສອດແນມວ່າ, “ໃຫ້ພວກເຈົ້າເຂົ້າໄປໃນເຮືອນຂອງຍິງໂສເພນີແລະນຳເອົານາງ ພ້ອມກັບທຸກຄົນໃນເຮືອນຂອງນາງອອກມາ ຕາມທີ່ໄດ້ສັນຍາໄວ້.”
ຊາວກີເບໂອນບໍ່ແມ່ນປະຊາຊົນອິດສະຣາເອນ; ພວກເຂົາເປັນຊາວອາໂມກຸ່ມໜຶ່ງນ້ອຍໆ ທີ່ຊາວອິດສະຣາເອນສັນຍາວ່າຈະປ້ອງກັນພວກເຂົາ, ແຕ່ກະສັດໂຊນພະຍາຍາມທຳລາຍພວກເຂົາ ເພາະຄວາມຮ້ອນໃຈທີ່ເຫັນແກ່ຊາວອິດສະຣາເອນແລະຊາວຢູດາ.)
ແຕ່ກະສັດໄດ້ໄວ້ຊີວິດເມຟີໂບເຊັດ ລູກຊາຍຂອງໂຢນາທານແລະຫລານຊາຍຂອງໂຊນ ກໍຍ້ອນຄຳສາບານແຫ່ງພຣະເຈົ້າຢາເວລະຫວ່າງດາວິດກັບໂຢນາທານລູກຊາຍຂອງໂຊນ.
ລາວດູຖູກຄົນທີ່ພຣະເຈົ້າປະຕິເສດເຂົາ ແຕ່ໃຫ້ກຽດຄົນທີ່ຢຳເກງພຣະເຈົ້າຢາເວ. ລາວເຮັດຕາມທີ່ຕົນໄດ້ສັນຍາໄວ້ສະເໝີ ເຖິງວ່າຕົນຈະເປັນຝ່າຍເສຍຜົນປະໂຫຍດກໍຕາມ.
ລາວໄດ້ເອົາຄົນໜຶ່ງໃນຄອບຄົວຂອງກະສັດເຮັດຄຳໝັ້ນສັນຍາກັບຜູ້ນັ້ນ ແລະໃຫ້ສາບານວ່າຈະສັດຊື່ຕໍ່ລາວ. ລາວໄດ້ຈັບເອົາຄົນສຳຄັນໄປເປັນຕົວປະກັນ
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ສັນໃດ ກະສັດຜູ້ນີ້ກໍຈະຕາຍໃນບາບີໂລນສັນນັ້ນ; ເພາະລາວໄດ້ລະເມີດຄຳສາບານ ແລະຄຳໝັ້ນສັນຍາ ທີ່ໄດ້ເຮັດໄວ້ກັບກະສັດແຫ່ງບາບີໂລນ ຜູ້ທີ່ໄດ້ຕັ້ງລາວຂຶ້ນນັ່ງບັນລັງນັ້ນ.
ເພາະມີຄວາມເຊື່ອແບບນີ້ ຣາຮາບຍິງໂສເພນີ ຈຶ່ງບໍ່ຈິບຫາຍໄປພ້ອມກັບຄົນເຫຼົ່ານັ້ນທີ່ບໍ່ເຊື່ອຟັງ ເພາະນາງໄດ້ຕ້ອນຮັບພວກນັກສືບສອດແນມເປັນຢ່າງດີ.
ຈົ່ງທຳລາຍເມືອງແລະທຸກສິ່ງໃນເມືອງນີ້ໃຫ້ຈົນກ້ຽງ ເພື່ອເປັນການຖວາຍບູຊາແກ່ພຣະເຈົ້າຢາເວ, ແຕ່ໃຫ້ໄວ້ຊີວິດນາງຣາຮາບ ຍິງໂສເພນີພ້ອມກັບທຸກຄົນທີ່ຢູ່ໃນເຮືອນຂອງນາງ ເພາະນາງໄດ້ເຊື່ອງນັກສືບສອດແນມສອງຄົນຂອງພວກເຮົາໄວ້.
ດັ່ງນັ້ນ ພວກເຂົາຈຶ່ງເຂົ້າໄປໃນເຮືອນ ນຳເອົານາງຣາຮາບພ້ອມດ້ວຍພໍ່ແມ່, ອ້າຍເອື້ອຍນ້ອງ ແລະທຸກໆຄົນໃນຄອບຄົວຂອງນາງອອກມາ. ພວກເຂົາໄດ້ພາຄົນທັງໝົດ ຄືຄົນໃນຄອບຄົວແລະຄົນຮັບໃຊ້ ໄປອາໄສຢູ່ໃນບ່ອນປອດໄພ ໃກ້ຄ້າຍພັກຂອງຊາວອິດສະຣາເອນ.
ໂຢຊວຍໄດ້ຕົກລົງສ້າງມິດຕະພາບກັບຊາວກີເບໂອນ ແລະຍອມໃຫ້ພວກເຂົາມີຊີວິດຢູ່ໄດ້. ຝ່າຍພວກຜູ້ນຳຂອງຊຸມນຸມປະຊາຊົນອິດສະຣາເອນ ຕ່າງກໍໄດ້ສັນຍາຢ່າງໜັກແໜ້ນກັບພວກເຂົາວ່າ ຈະຖືຮັກສາຂໍ້ຕົກລົງນັ້ນ.
ດັ່ງນັ້ນ ຊາຍຜູ້ນີ້ຈຶ່ງບອກທາງໃຫ້ພວກເຂົາ ແລະຊາວເອຟຣາອິມກັບຊາວມານາເຊໄດ້ຂ້າທຸກຄົນຢູ່ໃນເມືອງນັ້ນ ເວັ້ນໄວ້ແຕ່ຊາຍຄົນນີ້ແລະຄອບຄົວຂອງລາວ.