21 ພວກເຂົາໄດ້ໃຊ້ດາບຂ້າທັງຍິງແລະຊາຍ ຜູ້ໜຸ່ມແລະຜູ້ເຖົ້າ, ຕະຫລອດທັງຝູງງົວ, ຝູງແກະ ແລະຝູງລໍດ້ວຍ.
ຜູ້ທຳນວາຍຈຶ່ງກ່າວຕໍ່ກະສັດວ່າ, “ນີ້ຄືຖ້ອຍຄຳຂອງພຣະເຈົ້າຢາເວ: ‘ເພາະເຈົ້າປ່ອຍຄົນທີ່ເຮົາສັ່ງໃຫ້ຂ້າຖິ້ມໜີໄປ ເຈົ້າຈະຕ້ອງເອົາຊີວິດຂອງເຈົ້າເອງທົດແທນຄືນ ແລະກອງທັບຂອງເຈົ້າກໍຈະຖືກທຳລາຍ ທີ່ເຈົ້າໄດ້ປ່ອຍໃຫ້ກອງທັບຂອງລາວໜີໄປ.”’
ພວກເຈົ້າຜູ້ທີ່ອາໄສຢູ່ໃນເມືອງດີໂບນເອີຍ ລົງຈາກຕຳແໜ່ງສູງຂອງພວກເຈົ້າສາເທາະ ແລະລົງມານັ່ງໃນຂີ້ຝຸ່ນເທິງພື້ນດິນສາ ຜູ້ທຳລາຍໄດ້ມາ ແລະປ້ອມຖືກເພພັງແລ້ວ.
ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະຈູດເມືອງ ພ້ອມທັງຈູດທຸກໆສິ່ງໃນເມືອງນັ້ນ ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງຢູ່ຢ່າງນັ້ນຕະຫລອດໄປ ແລະຢ່າສ້າງຂຶ້ນໃໝ່ເປັນເດັດຂາດ.
ໃນເວລາດຽວກັນນັ້ນ ພວກເຮົາໄດ້ຢຶດແລະທຳລາຍທຸກໆເມືອງຖິ້ມ ແລະຂ້າທຸກໆຄົນບໍ່ວ່າຊາຍຍິງ ຫລືເດັກນ້ອຍ. ພວກເຮົາບໍ່ໃຫ້ໃຜລອດຊີວິດຢູ່ເລີຍ.
ຈົ່ງທຳລາຍທຸກໆຊົນຊາດທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ມອບໄວ້ໃຕ້ອຳນາດຂອງພວກເຈົ້າ ແລະຢ່າສະແດງຄວາມເມດຕາໃດໆແກ່ພວກເຂົາ. ຢ່າຂາບໄຫວ້ບັນດາພະຂອງພວກເຂົາ ເພາະສິ່ງນັ້ນເປັນການທຳລາຍພວກເຈົ້າເອງ.
ໃນມື້ນັ້ນ ໂຢຊວຍໄດ້ໂຈມຕີແລະຢຶດຄອງເມືອງມັກເກດາ ແລະໄດ້ຂ້າກະສັດຂອງເມືອງນັ້ນ. ເພິ່ນໄດ້ຂ້າທຸກໆຄົນຢູ່ໃນເມືອງໂດຍບໍ່ໄວ້ຊີວິດໃຜເລີຍ. ເພິ່ນໄດ້ເຮັດຕໍ່ກະສັດແຫ່ງມັກເກດາ ເໝືອນດັ່ງທີ່ໄດ້ເຮັດຕໍ່ກະສັດແຫ່ງເຢຣິໂກ.
ເພິ່ນຢຶດຄອງເມືອງແລະຈັບກະສັດ ແລະຢຶດເອົາບັນດາເມືອງທີ່ຢູ່ໃກ້ຄຽງ. ເພິ່ນຂ້າທຸກໆຄົນໃນທີ່ນັ້ນ. ໂຢຊວຍໄດ້ເຮັດຕໍ່ເມືອງເດບີ ເໝືອນດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເຮັບໂຣນແລະລິບນາ ຕະຫລອດທັງກະສັດໃນເມືອງເຫຼົ່ານີ້ດ້ວຍ.
ພວກເຂົາໄດ້ຂ້າທຸກໆຄົນ ແລະບໍ່ໄວ້ຊີວິດໃຜເລີຍ ພ້ອມທັງໄດ້ຈູດເມືອງຖິ້ມດ້ວຍ.
ປະຊາຊົນອິດສະຣາເອນໄດ້ຢຶດເອົາສິ່ງຂອງຕ່າງໆອັນມີຄ່າ ຕະຫລອດທັງຝູງສັດໃນເມືອງເຫຼົ່ານີ້ມາເປັນຂອງຕົນເອງ ແລະພວກເຂົາໄດ້ຂ້າທຸກໆຄົນໂດຍບໍ່ໄວ້ຊີວິດໃຜເລີຍ.
ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.”
ບັດນີ້ ພວກອິດສະຣາເອນທີ່ຢູ່ໃນເມືອງກໍໄດ້ອອກມາສົມທົບສູ້ຮົບ. ສະນັ້ນ ພວກອາອີຈຶ່ງຖືກປິດລ້ອມໄວ້ຢ່າງສິ້ນເຊີງ ແລະພວກອິດສະຣາເອນໄດ້ຂ້າພວກເຂົາຖິ້ມ ໂດຍບໍ່ມີຜູ້ໃດໜີພົ້ນແລະລອດຊີວິດໄປໄດ້
ເມື່ອຊາວກີເບໂອນຜູ້ທີ່ເປັນຄົນຮີວີໄດ້ຍິນເຖິງເລື່ອງ ຊຶ່ງໂຢຊວຍໄດ້ເຮັດຕໍ່ເມືອງເຢຣິໂກແລະເມືອງອາອີ
ແລ້ວມີເທວະດາຜູ້ມີຣິດຕົນໜຶ່ງ ໄດ້ຍົກຫີນກ້ອນໜຶ່ງເໝືອນຫີນໂມ້ໃຫຍ່ ຖິ້ມລົງໃນທະເລ ກ່າວວ່າ, “ບາບີໂລນ ມະຫານະຄອນນັ້ນ ຈະຖືກຖິ້ມລົງໂດຍຮຸນແຮງຢ່າງນີ້ແຫຼະ, ແລ້ວຈະບໍ່ມີຜູ້ໃດເຫັນມັນອີກຈັກເທື່ອ.
ຈົ່ງໄປໂຈມຕີຊາວອາມາເຫຼັກ ແລະທຳລາຍທຸກຢ່າງທີ່ພວກເຂົາມີຢູ່ນັ້ນໃຫ້ໝົດ. ຢ່າໃຫ້ສິ່ງໃດສິ່ງໜຶ່ງເຫຼືອຢູ່ເລີຍ. ຈົ່ງຂ້າຜູ້ຊາຍຜູ້ຍິງ, ແອນ້ອຍທີ່ຫາກໍເກີດໃໝ່ກັບເດັກນ້ອຍທຸກຄົນຖິ້ມ ຕະຫລອດທັງຝູງງົວ, ຝູງແກະ, ຝູງອູດ ແລະຝູງລໍດ້ວຍ.”’
ເພິ່ນຈັບເຈົ້າອາກາກະສັດແຫ່ງອາມາເຫຼັກໄດ້ທັງເປັນ ແລະໄດ້ຂ້າປະຊາຊົນທັງໝົດຖິ້ມ.