Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:2 - ພຣະຄຳພີສັກສິ

2 ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ເຮົາ​ໄດ້​ມອບ​ເມືອງ​ເຢຣິໂກ​ແລະ​ກະສັດ​ໃນ​ເມືອງ​ນີ້ ຕະຫລອດ​ທັງ​ທະຫານ​ທີ່​ເກັ່ງກ້າ​ໄວ້​ໃນ​ກຳມື​ຂອງເຈົ້າ.

Uka jalj uñjjattʼäta Copia luraña




ໂຢຊວຍ 6:2
20 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ຖາມ​ພຣະເຈົ້າຢາເວ​ວ່າ, “ໃຫ້​ຂ້ານ້ອຍ​ໄປ​ໂຈມຕີ​ພວກ​ຟີລິດສະຕິນ​ຫລື​ບໍ່? ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ຮົບ​ຊະນະ​ພວກເຂົາ​ຫລື​ບໍ່?” ພຣະເຈົ້າຢາເວ​ໄດ້ຕອບ​ວ່າ, “ຈົ່ງ​ໄປ​ໂຈມຕີ​ພວກເຂົາ ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ.”


ພວກເພິ່ນ​ຕີ​ເອົາ​ໄດ້​ດິນແດນ​ການາອານ ພຣະອົງ​ໄດ້​ໄຊຊະນະ​ປະຊາຊົນ​ທີ່​ຢູ່​ທີ່​ນັ້ນ. ພຣະອົງ​ໃຫ້​ພວກເພິ່ນ​ມີ​ອຳນາດ​ເຮັດ​ຕາມຊອບໃຈ ຈັດການ​ກັບ​ປະຊາຊົນ​ແລະ​ກະສັດ​ການາອານ​ໄດ້​ຕາມ​ໃຈຊອບ.


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ໃນ​ສະໄໝ​ທີ່​ກະສັດ​ເຫຼົ່ານັ້ນ​ປົກຄອງ ພຣະເຈົ້າ​ແຫ່ງ​ສະຫວັນ​ຈະ​ຕັ້ງ​ອານາຈັກ​ໜຶ່ງ​ຂຶ້ນ ຊຶ່ງ​ຈະ​ບໍ່​ສູນຫາຍ​ໄປ​ຈັກເທື່ອ. ອານາຈັກ​ນີ້​ຈະ​ບໍ່​ຖືກ​ຕີ​ໃຫ້​ພ່າຍແພ້​ຈັກເທື່ອ, ແຕ່​ຈະ​ທຳລາຍ​ອານາຈັກ​ອື່ນໆ​ໃຫ້​ໝົດສິ້ນ​ໄປ ແລ້ວ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕະຫລອດໄປ​ເປັນນິດ.


ນີ້​ແຫຼະ​ຄື​ຄຳ​ຕັດສິນ​ຂອງ​ຝູງ​ເທວະດາ​ຜູ້​ອາລັກຂາ​ນັ້ນ. ສະນັ້ນ ຈົ່ງ​ໃຫ້​ຄົນ​ທັງປວງ​ທຸກທີ່​ທຸກບ່ອນ​ຮູ້​ວ່າ ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ຂອງ​ມະນຸດ ແລະ​ໃຫ້​ຮູ້ວ່າ​ພຣະອົງ​ສາມາດ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາມ​ທີ່​ພຣະອົງ​ເລືອກ​ເອົາ​ກໍໄດ້ ເຖິງແມ່ນ​ວ່າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກໍຕາມ.”’


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ພຣະເຈົ້າ​ອົງ​ສູງສຸດ​ໄດ້​ແຕ່ງຕັ້ງ​ເຈົ້າ​ເນບູ​ກາດເນັດຊາ​ບິດາ​ຂອງທ່ານ ໃຫ້​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່ ທັງ​ໃຫ້​ເພິ່ນ​ມີ​ກຽດຕິຍົດ ແລະ​ສະຫງ່າຣາສີ.


ພຣະອົງ​ຈະ​ໃຫ້​ບັນດາ​ກະສັດ​ຂອງ​ພວກເຂົາ​ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ຂ້າ​ພວກເຂົາ​ແລະ​ບໍ່ມີ​ໃຜ​ຈະ​ຈົດຈຳ​ພວກເຂົາ​ໄດ້​ອີກ​ເລີຍ ບໍ່ມີ​ຜູ້ໃດ​ຈະ​ສາມາດ​ຢັບຢັ້ງ​ພວກເຈົ້າ​ໄດ້ ພວກເຈົ້າ​ຈະ​ທຳລາຍ​ພວກເຂົາ​ທຸກຄົນ.


ປະຊາຊົນ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ບັນດາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້​ກັບ​ເມືອງ​ເບັດເອນ),


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ ໃຫ້​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ວ່າ,


ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.


ເຈົ້າ​ພ້ອມ​ທະຫານ​ຂອງ​ເຈົ້າ​ຕ້ອງ​ຍ່າງ​ອ້ອມ​ເມືອງ​ນີ້ ວັນລະ​ໜຶ່ງ​ຮອບ​ພາຍ​ໃນ​ຫົກ​ວັນ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ນຳ​ເອົາ​ທະຫານ​ທັງໝົດ​ຂຶ້ນ​ໄປ​ສູ່​ເມືອງ​ອາອີ. ຢ່າຢ້ານ​ຫລື​ທໍ້ຖອຍ​ໃຈ​ເລີຍ. ເຮົາ​ຈະ​ໃຫ້​ເຈົ້າ​ຮົບ​ຊະນະ​ກະສັດ​ແຫ່ງ​ອາອີ, ປະຊາຊົນ, ເມືອງ ຕະຫລອດ​ທັງ​ດິນແດນ​ຂອງ​ລາວ​ດ້ວຍ.


ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຊາວ​ອິດສະຣາເອນ ຊະນະ​ເຈົ້າສີໂຫນ​ແລະ​ກອງທັບ​ຂອງ​ເພິ່ນ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຢຶດ​ເຂດແດນ​ທັງໝົດ​ຂອງ​ພວກ​ອາໂມ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ມາ​ເປັນ​ຂອງຕົນ.


ບັດນີ້ ທ່ານ​ຈະ​ພະຍາຍາມ​ເອົາ​ຄືນ​ຊັ້ນບໍ? ທ່ານ​ຢຶດຄອງ​ເອົາ​ທຸກສິ່ງ ທີ່​ພະ​ເຄໂມດ​ຂອງ​ພວກທ່ານ​ມອບ​ໃຫ້​ໄດ້, ແຕ່​ພວກ​ຂ້າພະເຈົ້າ​ຈະ​ເກັບ​ຮັກສາ​ທຸກໆ​ສິ່ງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka