Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:19 - ພຣະຄຳພີສັກສິ

19 ສ່ວນ​ເຄື່ອງ​ທຸກຢ່າງ​ທີ່​ເຮັດ​ດ້ວຍ​ເງິນ, ຄຳ, ທອງສຳຣິດ ຫລື​ເຫຼັກ ໃຫ້​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ. ໃຫ້​ເກັບ​ສິ່ງ​ເຫຼົ່ານັ້ນ​ໄວ້​ໃນ​ຄັງ​ຂອງ​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ໂຢຊວຍ 6:19
25 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ນຳ​ສິ່ງ​ເຫຼົ່ານີ້​ໄປ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ດັ່ງ​ທີ່​ເພິ່ນ​ໄດ້​ອຸທິດ​ຖວາຍ​ເງິນ ແລະ​ຄຳ ຊຶ່ງ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ​ທີ່​ເພິ່ນ​ໄດ້​ເອົາ​ຊະນະ ເຊັ່ນ:


ເພິ່ນ​ໄດ້​ເອົາ​ຊັບສົມບັດ​ທັງໝົດ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຈາກ​ຣາຊວັງ​ໄປ ລວມທັງ​ໂລ້​ຄຳ​ທີ່​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ນັ້ນ.


ເມື່ອ​ກະສັດ​ໂຊໂລໂມນ​ເຮັດ​ທຸກສິ່ງ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ​ລົງ​ແລ້ວ ເພິ່ນ​ໄດ້​ນຳ​ເອົາ​ເງິນ, ຄຳ ແລະ​ເຄື່ອງໃຊ້​ຕ່າງໆ​ທີ່​ກະສັດ​ດາວິດ​ພໍ່​ຂອງຕົນ​ໄດ້​ອຸທິດ​ຖວາຍ​ນັ້ນ ໄປ​ມ້ຽນ​ໄວ້​ຢູ່​ໃນ​ຫ້ອງ​ເກັບເຄື່ອງ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ.


ແລະ​ທັງ​ໄດ້​ກວາດລ້າງ​ເອົາ​ຊັບສົມບັດ​ທັງໝົດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ ໄປ​ທີ່​ນະຄອນ​ບາບີໂລນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ກະສັດ​ເນບູ​ກາດເນັດຊາ​ໄດ້​ທຸບ​ເອົາ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ຄຳ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ກະສັດ​ດາວິດ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າຢາເວ​ພ້ອມ​ດ້ວຍ​ເງິນ ແລະ​ຄຳ ທີ່​ເພິ່ນ​ຢຶດ​ມາ​ໄດ້​ຈາກ​ຊົນຊາດ​ຕ່າງໆ ເປັນ​ຕົ້ນ​ໄດ້​ມາ​ແຕ່​ເອໂດມ, ໂມອາບ, ອຳໂມນ, ຟີລິດສະຕິນ ແລະ​ອາມາເຫຼັກ.


ຊາວ​ເລວີ​ອື່ນໆ ມີ​ໜ້າທີ່​ເບິ່ງແຍງ​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ທີ່​ໄດ້​ອຸທິດຖວາຍ​ແລ້ວ.


ເຊໂລມິດ ແລະ​ສະມາຊິກ​ໃນ​ຄອບຄົວ​ຂອງ​ລາວ ເປັນ​ຜູ້​ເບິ່ງແຍງ​ເຄື່ອງ​ຖວາຍ​ທັງໝົດ​ທີ່​ກະສັດ​ດາວິດ, ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ, ບັນດາ​ຜູ້ນຳ​ຕະກຸນ​ໃນ​ໝວດ​ຕ່າງໆ ແລະ​ບັນດາ​ນາຍ​ທະຫານ​ໃນ​ກອງທັບ​ໄດ້​ອຸທິດຖວາຍ.


ພວກເຂົາ​ນຳ​ເອົາ​ຂອງ​ທີ່​ຢຶດ​ໄດ້​ຈາກ​ສະໜາມຮົບ ແລະ​ອຸທິດຖວາຍ​ສິ່ງ​ເຫຼົ່ານັ້ນ​ເພື່ອ​ໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ.


ເຊໂລມິດ​ກັບ​ຄອບຄົວ​ຂອງ​ລາວ​ເປັນ​ຜູ້​ເບິ່ງແຍງ​ທຸກສິ່ງ ທີ່​ໄດ້​ອຸທິດຖວາຍ​ເພື່ອ​ໃຊ້​ໃນ​ພຣະວິຫານ ລວມ​ທັງ​ເຄື່ອງ​ຖວາຍ ຊຶ່ງ​ຜູ້ທຳນວາຍ​ຊາມູເອນ, ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ, ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ໄດ້​ນຳ​ມາ​ຖວາຍ.


ເພິ່ນ​ໄດ້​ບອກ​ໃຫ້​ໂຊໂລໂມນ​ຮູ້​ແຜນຜັງ​ທີ່​ເພິ່ນ​ໄດ້​ຄິດ​ໃນໃຈ​ກ່ຽວກັບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຫ້ອງ​ອື່ນໆ​ທີ່​ອ້ອມຮອບ​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຫ້ອງ​ໄວ້​ຂອງ​ສຳລັບ​ເຄື່ອງໃຊ້​ໃນ​ພຣະວິຫານ​ແລະ​ເຄື່ອງ​ທີ່​ອຸທິດຖວາຍ.


ເພິ່ນ​ໄດ້​ນຳ​ເອົາ​ສິ່ງຂອງ​ທັງໝົດ​ທີ່​ອາບີຢາ​ພໍ່​ຂອງ​ເພິ່ນ​ໄດ້​ຖວາຍ ມາ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າ ຕະຫລອດ​ທັງ​ເຄື່ອງ​ຄຳ​ແລະ​ເຄື່ອງ​ເງິນ ຊຶ່ງ​ເພິ່ນ​ເອງ​ໄດ້​ອຸທິດຖວາຍ.


ແລະ​ເອົາ​ຂອງຂວັນ​ກັບ​ໜຶ່ງສ່ວນສິບ​ທັງໝົດ ທີ່​ຄົນ​ໄດ້​ນຳ​ມາ​ຖວາຍ​ສະສົມ​ໄວ້​ໃນ​ທີ່ນັ້ນ. ພວກເຂົາ​ໄດ້​ແຕ່ງຕັ້ງ​ຊາວ​ເລວີ​ຄົນ​ໜຶ່ງ ໃຫ້​ເປັນ​ຜູ້​ຮັບຜິດຊອບ​ຊື່​ວ່າ ໂກນານີຢາ ແລະ​ໃຫ້​ຊີເມອີ​ນ້ອງຊາຍ​ຂອງ​ລາວ​ເປັນ​ຜູ້​ຊ່ວຍ.


ພວກ​ປະໂຣຫິດ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ຈະ​ໄປ​ກັບ​ຊາວ​ເລວີ ເມື່ອ​ເກັບ​ເອົາ​ໜຶ່ງສ່ວນສິບ​ນັ້ນ; ແລະ​ເພື່ອ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໃຫ້​ຊາວ​ເລວີ​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ຂອງ​ພວກຕົນ ຊຶ່ງ​ໄດ້​ມາ​ຈາກ​ໜຶ່ງສ່ວນສິບ​ທັງໝົດ​ນີ້ ໃຫ້​ແກ່​ຄັງ​ຂອງ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເໝືອນກັນ.


ດັ່ງນັ້ນ ເອເບັດ​ເມເຫລັກ​ຈຶ່ງ​ໄດ້​ພາ​ຄົນ​ເຫຼົ່ານັ້ນ ໄປ​ທີ່​ຫ້ອງ​ມ້ຽນເຄື່ອງ​ຂອງ​ຣາຊວັງ ເພື່ອ​ເອົາ​ເສື້ອຜ້າ​ທີ່​ຂາດ​ແລະ​ເກົ່າ ມັດ​ໃສ່​ເຊືອກ​ຢ່ອນ​ລົງ​ມາ​ໃຫ້​ຂ້າພະເຈົ້າ.


ໃນ​ປີ​ທີ​ສີ່ ໝາກໄມ້​ທຸກ​ໜ່ວຍ​ຈະ​ຕ້ອງ​ຖືກ​ນຳ​ມາ​ຖວາຍ​ແກ່​ເຮົາ​ຕາມ​ພິທີ ເພື່ອ​ສະແດງ​ເຖິງ​ການ​ຮູ້​ພຣະຄຸນ​ຕໍ່​ພຣະເຈົ້າຢາເວ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ພວກເຂົາ​ໄດ້​ຢຶດເອົາ​ສິ່ງຂອງ ພ້ອມ​ກັບ​ຊະເລີຍເສິກ ແລະ​ສັດ​ທັງໝົດ


ມາ​ມອບ​ໃຫ້​ໂມເຊ​ແລະ​ເອເລອາຊາ ຜູ້​ເປັນ​ປະໂຣຫິດ ແລະ​ຊຸມຊົນ​ອິດສະຣາເອນ​ທີ່​ຄ້າຍພັກ​ທົ່ງພຽງ​ໂມອາບ ຢູ່​ຟາກ​ໜຶ່ງ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ກົງກັນຂ້າມ​ກັບ​ເມືອງ​ເຢຣິໂກ.


ທຸກໆ​ສິ່ງ​ທີ່​ໄຟ​ໄໝ້​ບໍ່ໄດ້ ເຊັ່ນ​ວ່າ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ກົ່ວ ແລະ​ຊືນ ໃຫ້​ເຮັດ​ພິທີ​ຊຳລະ​ມົນທິນ​ໂດຍ​ໃຊ້​ໄຟ​ເຜົາ. ສ່ວນ​ສິ່ງ​ອື່ນ​ໃຫ້​ໃຊ້​ນໍ້າ​ລ້າງ​ເພື່ອ​ຊຳລະ.


ພວກ​ຫົວໜ້າ​ປະໂຣຫິດ​ຈັບ​ເອົາ​ເງິນ​ຫລຽນ​ຂຶ້ນ​ມາ ແລະ​ເວົ້າ​ວ່າ, “ນີ້​ແມ່ນ​ເງິນ​ເລືອດ ແລະ ເປັນ​ການ​ຜິດ​ກົດບັນຍັດ ທີ່​ພວກເຮົາ​ຈະ​ເອົາ​ໄປ​ໄວ້​ໃນ​ຄັງ​ຂອງ​ວິຫານ.”


ພຣະເຢຊູເຈົ້າ​ນັ່ງ​ຢູ່​ໃກ້​ຫີບ​ຖວາຍ​ເງິນ​ໃນ​ພຣະວິຫານ​ນັ້ນ ພຣະອົງ​ກໍ​ສັງເກດ​ເບິ່ງ​ປະຊາຊົນ​ປ່ອນ​ເງິນ​ລົງ​ໃນ​ຫີບຖວາຍ ຄົນ​ຮັ່ງມີ​ຫລາຍ​ຄົນ​ໄດ້​ປ່ອນ​ເງິນ​ລົງ​ຢ່າງ​ຫລວງຫລາຍ,


ຊາດ​ອິດສະຣາເອນ​ໄດ້​ເຮັດ​ບາບ ພວກເຂົາ​ໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ສັ່ງ​ພວກເຂົາ​ໃຫ້​ຖື​ຮັກສາ. ພວກເຂົາ​ໄດ້​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ຕ້ອງ​ຖືກ​ທຳລາຍ​ນັ້ນ. ພວກເຂົາ​ໄດ້​ລັກ​ເອົາ​ມາ​ແລະ​ອຳ​ໄວ້ ແລ້ວ​ເອົາ​ສິ່ງ​ເຫຼົ່ານີ້​ລວມ​ເຂົ້າ​ກັບ​ສິ່ງຂອງ​ຂອງ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka