ໂຢຊວຍ 6:18 - ພຣະຄຳພີສັກສິ18 ແຕ່ພວກເຈົ້າຢ່າໄດ້ຈັບເອົາສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ທຳລາຍ ຖ້າພວກເຈົ້າເອົາສິ່ງເຫຼົ່ານັ້ນໄປ ພວກເຈົ້າກໍຈະນຳເອົາຄວາມເດືອດຮ້ອນກັບຄວາມຈິບຫາຍ ມາສູ່ຄ້າຍພັກຂອງຊາວອິດສະຣາເອນ. Uka jalj uñjjattʼäta |
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’