Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:17 - ພຣະຄຳພີສັກສິ

17 ຈົ່ງ​ທຳລາຍ​ເມືອງ​ແລະ​ທຸກສິ່ງ​ໃນ​ເມືອງ​ນີ້​ໃຫ້​ຈົນກ້ຽງ ເພື່ອ​ເປັນ​ການ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ, ແຕ່​ໃຫ້​ໄວ້​ຊີວິດ​ນາງ​ຣາຮາບ ຍິງ​ໂສເພນີ​ພ້ອມ​ກັບ​ທຸກຄົນ​ທີ່​ຢູ່​ໃນ​ເຮືອນ​ຂອງ​ນາງ ເພາະ​ນາງ​ໄດ້​ເຊື່ອງ​ນັກສືບ​ສອດແນມ​ສອງ​ຄົນ​ຂອງ​ພວກເຮົາ​ໄວ້.

Uka jalj uñjjattʼäta Copia luraña




ໂຢຊວຍ 6:17
26 Jak'a apnaqawi uñst'ayäwi  

ເຮົາ​ຈະ​ອວຍພອນ​ຜູ້​ທີ່​ອວຍພອນ​ເຈົ້າ, ແຕ່​ເຮົາ​ຈະ​ສາບແຊ່ງ​ຜູ້​ທີ່​ສາບແຊ່ງ​ເຈົ້າ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.”


ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.


ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.


ນີ້​ຄື​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ວັນ​ນີ້​ຄື​ວັນ​ທີ່​ພຣະອົງ​ຈະ​ແກ້ແຄ້ນ​ຄືນ​ສາ​ແລ້ວ ວັນ​ນີ້​ພຣະອົງ​ຈະ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພຣະອົງ ດາບ​ຂອງ​ພຣະອົງ​ຈະ​ກິນ​ພວກເຂົາ​ໃຫ້​ຈົນ​ອີ່ມ ແລະ​ດື່ມ​ເລືອດ​ພວກເຂົາ​ໃຫ້​ອີ່ມໜຳ​ສຳລານ ວັນ​ນີ້​ຄື​ການ​ຖວາຍບູຊາ​ແກ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ຄື​ຖວາຍ​ເຫຍື່ອ​ໃຫ້​ເປັນ​ເຄື່ອງ​ບູຊາ​ແກ່​ພຣະອົງ ຖວາຍ​ຢູ່​ທິດເໜືອ​ຕາມ​ຝັ່ງ​ແມ່ນໍ້າ​ເອີຟຣັດ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອີ້ນ​ເອົາ​ຝູງນົກ​ແລະ​ຝູງສັດ​ທັງໝົດ​ຈາກ​ທີ່​ອ້ອມແອ້ມ​ນີ້ ມາ​ກິນ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຈັດຕຽມ​ໄວ້​ສຳລັບ​ພວກ​ມັນ. ນີ້​ແມ່ນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ທີ່​ເທິງ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ຄື​ບ່ອນ​ທີ່​ພວກມັນ​ກິນ​ຊີ້ນ ແລະ​ດື່ມ​ເລືອດ​ໄດ້.


ໃນ​ເວລາ​ຄົບຮອບ​ຫ້າສິບ​ປີ​ຊຸດ​ໜ້າ ໄຮ່ນາ​ນັ້ນ​ກໍ​ຈະ​ກາຍເປັນ​ສົມບັດ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ​ຄື: ທີ່ດິນ​ຈະ​ເປັນ​ຂອງ​ປະໂຣຫິດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄປ​ລົງໂທດ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ສາ ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ແຂງແຮງ​ເໝືອນ​ດັ່ງ​ງົວ​ກະທິງ ທີ່​ມີ​ເຂົາ​ເປັນ​ເຫຼັກ​ແລະ​ມີ​ກີບຕີນ​ເປັນ​ທອງສຳຣິດ. ພວກເຈົ້າ​ຈະ​ຢຽບຢໍ່າ​ທຳລາຍ​ຫລາຍ​ຊົນຊາດ​ໃຫ້​ໝຸ່ນ​ທະລາຍ​ໄປ ເຮົາ​ຈະ​ມອບ​ສິ່ງ​ທີ່​ໄດ້​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ພວກເຂົາ​ໄດ້​ມາ​ຈາກ​ການ​ໃຊ້​ກຳລັງ​ຢຶດເອົາ​ນັ້ນ ເຮົາ​ຈະ​ເອົາ​ມາ​ອຸທິດ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ແຜ່ນດິນ​ໂລກ​ທັງໝົດ.”


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


ຜູ້ໃດ​ກໍຕາມ ທີ່​ບໍ່​ຮັກ​ອົງພຣະ​ຜູ້​ເປັນເຈົ້າ ຂໍ​ໃຫ້​ຖືກ​ສາບແຊ່ງ ມາຣານາທາ ມີ​ຄວາມໝາຍ​ວ່າ, ຂໍ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ສະເດັດ​ມາ​ເທີ້ນ.


ປັນຍາ​ທີ່​ເຮົາ​ປະກາດ​ນັ້ນ ແມ່ນ​ຄວາມ​ເລິກລັບ​ແຫ່ງ​ປັນຍາ​ຂອງ​ພຣະເຈົ້າ ທີ່​ຖືກ​ເຊື່ອງ​ໄວ້​ຈາກ​ມະນຸດ​ກ່ອນ​ສ້າງ​ໂລກ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ແລ້ວ ເພື່ອ​ເປັນ​ສະຫງ່າຣາສີ​ແກ່​ພວກເຮົາ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ແຕ່​ກົດບັນຍັດ​ນັ້ນ​ບໍ່ໄດ້​ອາໄສ​ຄວາມເຊື່ອ ເພາະ “ຜູ້ໃດ​ກໍຕາມ​ທີ່​ເຮັດ​ທຸກສິ່ງ​ຕາມ​ກົດບັນຍັດ ກໍ​ຈະ​ດຳລົງ​ຊີວິດ​ຢູ່​ຕາມ​ກົດ​ນັ້ນ.”


ຈົ່ງ​ທຳລາຍ​ໝົດ​ທຸກຄົນ​ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້​ດັ່ງນີ້: ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.


ເພາະ​ມີ​ຄວາມເຊື່ອ​ແບບ​ນີ້ ຣາຮາບ​ຍິງໂສເພນີ ຈຶ່ງ​ບໍ່​ຈິບຫາຍ​ໄປ​ພ້ອມ​ກັບ​ຄົນ​ເຫຼົ່ານັ້ນ​ທີ່​ບໍ່​ເຊື່ອຟັງ ເພາະ​ນາງ​ໄດ້​ຕ້ອນຮັບ​ພວກ​ນັກສືບ​ສອດແນມ​ເປັນ​ຢ່າງດີ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ໃນທຳນອງ​ດຽວກັນ​ກັບ​ນາງ​ຣາຮາບ ຍິງໂສເພນີ​ໄດ້​ຮັບຕ້ອນ​ຜູ້​ສົ່ງ​ຂ່າວ ແລ້ວ​ໃຫ້​ພວກເພິ່ນ​ກັບ​ເມືອ​ເສຍ​ທາງ​ອື່ນ ກໍໄດ້​ຊົງ​ຖື​ວ່າ​ຊອບທຳ ເນື່ອງ​ດ້ວຍ​ການ​ປະຕິບັດ​ບໍ່ແມ່ນ​ບໍ?


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ນັກສືບ​ສອດແນມ​ທັງສອງ​ຄົນ​ໄດ້​ຂຶ້ນ​ໄປ​ລີ້​ຢູ່​ເທິງ​ເນີນພູ. ສ່ວນ​ຄົນ​ຂອງ​ກະສັດ​ກໍ​ອອກ​ຄົ້ນ​ຫາ​ພວກເຂົາ ທົ່ວ​ຂົງເຂດ​ຊົນນະບົດ​ເປັນ​ເວລາ​ສາມ​ວັນ; ເມື່ອ​ຊອກ​ຫາ​ບໍ່​ພົບ ພວກເຂົາ​ຈຶ່ງ​ກັບ​ເມືອ​ເມືອງ​ເຢຣິໂກ.


ແຕ່​ຊາວ​ອິດສະຣາເອນ​ໄດ້​ລະເມີດ​ໃນ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ຄື: ອາການ​ເປັນ​ລູກ​ຂອງ​ການໝີ ຫລານຊາຍ​ຂອງ​ຊັບດີ ແລະ​ຄົນ​ໃນ​ຕະກຸນ​ເຊຣາ​ເຜົ່າ​ຢູດາ​ໄດ້ເອົາ​ສິ່ງຂອງ​ທີ່​ຕ້ອງ​ຖວາຍ​ນັ້ນ​ໄປ​ເປັນ​ຂອງຕົນ; ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ​ຢ່າງໜັກ.


ຈົ່ງ​ໄປ​ໂຈມຕີ​ຊາວ​ອາມາເຫຼັກ ແລະ​ທຳລາຍ​ທຸກຢ່າງ​ທີ່​ພວກເຂົາ​ມີ​ຢູ່​ນັ້ນ​ໃຫ້​ໝົດ. ຢ່າ​ໃຫ້​ສິ່ງໃດສິ່ງໜຶ່ງ​ເຫຼືອ​ຢູ່​ເລີຍ. ຈົ່ງ​ຂ້າ​ຜູ້ຊາຍ​ຜູ້ຍິງ, ແອນ້ອຍ​ທີ່​ຫາ​ກໍ​ເກີດ​ໃໝ່​ກັບ​ເດັກນ້ອຍ​ທຸກຄົນ​ຖິ້ມ ຕະຫລອດ​ທັງ​ຝູງງົວ, ຝູງແກະ, ຝູງ​ອູດ ແລະ​ຝູງ​ລໍ​ດ້ວຍ.”’


ເພິ່ນ​ໄດ້​ສົ່ງ​ຄຳເຕືອນ​ໄປ​ບອກ​ຊາວ​ເກນິດ ປະຊາຊົນ​ພວກ​ໜຶ່ງ​ຊຶ່ງ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ຊາວ​ອິດສະຣາເອນ ໃນ​ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ, “ໃຫ້​ໜີ​ຈາກ​ຊາວ​ອາມາເຫຼັກ ເພື່ອ​ວ່າ​ເຮົາ​ຈະ​ບໍ່ໄດ້​ຂ້າ​ພວກເຈົ້າ​ພ້ອມ​ກັບ​ພວກເຂົາ.” ສະນັ້ນ ຊາວ​ເກນິດ​ຈຶ່ງ​ພາກັນ​ໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka