Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:16 - ພຣະຄຳພີສັກສິ

16 ພໍ​ຮອດ​ຮອບ​ທີເຈັດ ເມື່ອ​ພວກ​ປະໂຣຫິດ​ໄດ້​ເປົ່າແກ​ແລ້ວ ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ໃຫ້​ຮ້ອງ​ຂຶ້ນ ແລະ​ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ມອບ​ເມືອງ​ນີ້​ໃຫ້​ພວກເຈົ້າ​ແລ້ວ

Uka jalj uñjjattʼäta Copia luraña




ໂຢຊວຍ 6:16
6 Jak'a apnaqawi uñst'ayäwi  

ພວກ​ທະຫານ​ຢູດາ​ໄດ້​ແນມ​ໄປ​ອ້ອມຮອບ ແລະ​ເຫັນ​ວ່າ​ພວກ​ຕົນ​ຖືກ​ປິດລ້ອມ​ແລ້ວ. ພວກເຂົາ​ຈຶ່ງ​ຂໍຮ້ອງ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພວກ​ປະໂຣຫິດ​ກໍ​ເປົ່າແກ​ຂຶ້ນ.


ທະຫານ​ຢູດາ​ໄດ້​ໂຮຮ້ອງ​ຂຶ້ນ ແລະ​ໂດຍ​ການນຳພາ​ຂອງ​ອາບີຢາ ພວກເຂົາ​ໄດ້​ບຸກໂຈມຕີ​ສັດຕູ; ພຣະເຈົ້າ​ໄດ້​ເອົາ​ຊະນະ​ເຢໂຣໂບອາມ ແລະ​ກອງທັບ​ອິດສະຣາເອນ.


ແຕ່​ໃນ​ວັນ​ທີເຈັດ ພວກເຂົາ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ແລະ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ​ຕາມ​ລະບຽບ​ເກົ່າ ມີ​ພຽງ​ວັນ​ດຽວ​ເທົ່ານັ້ນ ທີ່​ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເຈັດຮອບ.


ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka