15 ແຕ່ໃນວັນທີເຈັດ ພວກເຂົາໄດ້ລຸກຂຶ້ນແຕ່ເດິກໆ ແລະໄດ້ຍ່າງອ້ອມເມືອງເຈັດຮອບຕາມລະບຽບເກົ່າ ມີພຽງວັນດຽວເທົ່ານັ້ນ ທີ່ພວກເຂົາໄດ້ຍ່າງອ້ອມເມືອງເຈັດຮອບ.
ກ່ອນຕາເວັນຂຶ້ນ ຂ້ານ້ອຍກໍຮ້ອງຫາພຣະອົງໃຫ້ຊ່ວຍເຫຼືອ ຂ້ານ້ອຍຂໍຝາກຄວາມຫວັງໄວ້ໃນພຣະສັນຍາຂອງພຣະອົງດ້ວຍ.
ຫລັງຈາກວັນຊະບາໂຕນັ້ນເປັນວັນອາທິດ ຕັ້ງແຕ່ເຊົ້າໃກ້ຕາເວັນຂຶ້ນ ມາຣີໄທມັກດາລາ ແລະມາຣີຄົນໜຶ່ງອີກໄດ້ໄປເບິ່ງອຸບມຸງ.
ເພາະມີຄວາມເຊື່ອແບບນີ້ ເມື່ອພວກອິດສະຣາເອນໄດ້ວຽນລ້ອມເມືອງເຢຣີໂກເຖິງເຈັດວັນ ແລ້ວກຳແພງເມືອງນັ້ນຈຶ່ງເພພັງລົງ.
ມື້ໃໝ່ມາ ໂຢຊວຍແລະປະຊາຊົນອິດສະຣາເອນທັງໝົດໄດ້ລຸກແຕ່ເຊົ້າໆ, ອອກຈາກຄ້າຍພັກທີ່ຊິດຕິມ ແລະມຸ້ງໜ້າໄປສູ່ແມ່ນໍ້າຈໍແດນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ບ່ອນນີ້ ໃນຂະນະທີ່ລໍຖ້າຈະຂ້າມແມ່ນໍ້າ.
ໃນວັນທີສອງ ພວກເຂົາໄດ້ຍ່າງອ້ອມເມືອງອີກຮອບໜຶ່ງ ແລ້ວກໍໄດ້ກັບເມືອສູ່ຄ້າຍພັກ. ພວກເຂົາເຮັດຢູ່ຢ່າງນີ້ເປັນເວລາຫົກວັນ.
ພໍຮອດຮອບທີເຈັດ ເມື່ອພວກປະໂຣຫິດໄດ້ເປົ່າແກແລ້ວ ໂຢຊວຍໄດ້ສັ່ງຄົນຂອງຕົນໃຫ້ຮ້ອງຂຶ້ນ ແລະເພິ່ນກ່າວວ່າ, “ພຣະເຈົ້າຢາເວໄດ້ມອບເມືອງນີ້ໃຫ້ພວກເຈົ້າແລ້ວ
ສະນັ້ນ ພວກເຮົາຢຶດຖືຄຳທຳນວາຍຢ່າງແນ່ນອນກວ່າເກົ່າ ຈະເປັນການດີ ຖ້າເຈົ້າທັງຫລາຍຈະຖືຕາມຄຳທຳນວາຍນັ້ນ ເພາະຄຳນັ້ນເປັນເໝືອນແສງໂຄມ ທີ່ສ່ອງສະຫວ່າງໃນບ່ອນມືດ ຈົນເຖິງວັນຮຸ່ງເຊົ້າ ແລະດາວເພັກຈະສ່ອງຂຶ້ນໃນໃຈຂອງພວກເຈົ້າ.