Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:13 - ພຣະຄຳພີສັກສິ

13 ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ເປັນ​ເທື່ອ​ທີ​ສອງ ຕາມ​ລະບຽບ​ທີ່​ໄດ້​ວາງ​ໄວ້​ໃນ​ມື້​ກ່ອນ​ນັ້ນ ຄື​ທະຫານ​ກອງໜ້າ​ຍ່າງ​ອອກ​ກ່ອນ; ຕໍ່ມາ​ແມ່ນ​ພວກ​ປະໂຣຫິດ​ເຈັດ​ຄົນ​ທີ່​ຖື​ແກ​ເຈັດ​ອັນ ແລ້ວ​ແມ່ນ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ ແລະ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງ​ນຳຫລັງ​ຫີບ​ຂອງ​ພຣະເຈົ້າຢາເວ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.

Uka jalj uñjjattʼäta Copia luraña




ໂຢຊວຍ 6:13
8 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຖວາຍ​ງົວເຖິກ​ເຈັດ​ໂຕ​ກັບ​ແກະເຖິກ​ເຈັດ​ໂຕ ເພື່ອ​ເປັນ​ການ​ແນ່ໃຈ​ວ່າ​ພຣະເຈົ້າ​ຈະ​ຊ່ວຍ​ພວກ​ເລວີ ໃຫ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄປ​ໄດ້.


ສຸດທ້າຍ​ໃຫ້​ພວກ​ທີ່​ຢູ່​ໃຕ້​ທຸງໄຊ​ປະຈຳ​ກອງພົນ​ຂອງ​ເຜົ່າ​ດານ ທີ່​ເປັນ​ໜ່ວຍ​ປ້ອງກັນ​ດ້ານຫລັງ​ຂອງ​ທຸກໆ​ກອງພົນ​ເລີ່ມ​ອອກ​ເດີນທາງ ເທື່ອລະ​ກອງຮ້ອຍ ໂດຍ​ມີ​ອາຮີເອເຊ​ລູກຊາຍ​ຂອງ​ອຳມີຊັດດາຍ ເປັນ​ຜູ້​ບັນຊາການ.


ແຕ່​ຜູ້ໃດ​ທີ່​ອົດທົນ​ໄດ້​ຈົນເຖິງ​ທີ່ສຸດ ຜູ້ນັ້ນ​ຈະ​ໄດ້​ລອດພົ້ນ.


ຢ່າ​ໃຫ້​ພວກເຮົາ​ອິດເມື່ອຍ​ໃນ​ການ​ເຮັດ​ດີ ເພາະ​ຖ້າ​ໃຈ​ພວກເຮົາ​ບໍ່​ທໍ້ຖອຍ ພວກເຮົາ​ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ດີ​ຕາມ​ເວລາ​ອັນ​ສົມຄວນ.


ເຊົ້າ​ວັນ​ໃໝ່​ມາ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແຕ່​ເດິກໆ ພ້ອມ​ທັງ​ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ.


ໃນ​ວັນ​ທີ​ສອງ ພວກເຂົາ​ໄດ້​ຍ່າງ​ອ້ອມ​ເມືອງ​ອີກ​ຮອບ​ໜຶ່ງ ແລ້ວ​ກໍໄດ້​ກັບ​ເມືອ​ສູ່​ຄ້າຍພັກ. ພວກເຂົາ​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວລາ​ຫົກ​ວັນ.


ຈົ່ງ​ໃຫ້​ປະໂຣຫິດ​ເຈັດ​ຄົນ​ຖື​ແກ​ຜູ້ລະ​ອັນ ຍ່າງ​ອອກ​ໜ້າ​ຫີບ​ພັນທະສັນຍາ. ໃນ​ວັນ​ທີ​ເຈັດ ເຈົ້າ​ແລະ​ພວກ​ທະຫານ​ຂອງ​ເຈົ້າ ຕ້ອງ​ຍ່າງ​ອ້ອມ​ເມືອງ​ເຈັດ​ຮອບ ໂດຍ​ໃຫ້​ມີ​ພວກ​ປະໂຣຫິດ​ເປົ່າແກ​ນຳໜ້າ.


ແລ້ວ​ສຸດທ້າຍ​ແມ່ນ​ພວກ​ທະຫານ​ກອງຫລັງ. ສ່ວນ​ສຽງ​ແກ​ນັ້ນ​ກໍ​ດັງ​ຢູ່​ຕະຫລອດ​ເວລາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka