Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 6:1 - ພຣະຄຳພີສັກສິ

1 ປະຕູ​ເມືອງ​ເຢຣິໂກ​ຖືກ​ອັດ​ໄວ້​ຢ່າງ​ແໜ້ນໜາ ແລະ​ມີ​ຄົນ​ຍາມ​ເພື່ອ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ເຂົ້າ​ໄປ​ໄດ້. ບໍ່ມີ​ໃຜ​ເຂົ້າ​ໄປ​ໃນເມືອງ ຫລື​ອອກ​ໄປ​ນອກເມືອງ​ໄດ້.

Uka jalj uñjjattʼäta Copia luraña




ໂຢຊວຍ 6:1
12 Jak'a apnaqawi uñst'ayäwi  

ພວກເຂົາ​ອັບອາຍ​ຫລາຍ​ຈົນ​ບໍ່​ກ້າ​ກັບຄືນ​ເມືອ. ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ ເພິ່ນ​ຈຶ່ງ​ສັ່ງ​ໃຫ້​ພວກເຂົາ​ລໍ​ຖ້າ​ຢູ່​ໃນ​ເມືອງ​ເຢຣິໂກ ຈົນກວ່າ​ໜວດ​ຂອງ​ພວກເຂົາ​ປົ່ງ​ໃໝ່​ກ່ອນ ແລ້ວ​ຈຶ່ງ​ກັບຄືນ​ມາ.


ແຕ່​ຢູ່​ມາ​ໃນ​ປີ​ໜຶ່ງ ກະສັດ​ໂຮເຊຢາ​ໄດ້​ສົ່ງ​ທູດ​ໄປ​ຫາ​ກະສັດ​ໂສ​ແຫ່ງ​ເອຢິບ ເພື່ອ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເພິ່ນ ແລະ​ຢຸດ​ເສຍສ່ວຍ​ປະຈຳ​ປີ​ໃຫ້​ແກ່​ອັດຊີເຣຍ. ເມື່ອ​ກະສັດ​ຊານມາເນເຊ​ຮູ້​ຂ່າວ​ນີ້​ເພິ່ນ​ກໍ​ຈັບ​ກະສັດ​ໂຮເຊຢາ​ໄປ​ຂັງ​ຄຸກ​ໄວ້.


ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເຢຣິໂກ.


ຖ້າ​ພຣະເຈົ້າຢາເວ​ບໍ່​ກໍ່​ບ້ານ ສ້າງ​ເຮືອນ​ຊານ, ວຽກການ​ຄົນ​ກໍ່ສ້າງ​ທັງໝົດ​ກໍ​ໄຮ້ປະໂຫຍດ. ຖ້າ​ພຣະເຈົ້າຢາເວ​ບໍ່​ປ້ອງກັນ​ບ້ານເມືອງ, ທະຫານ​ຢືນ​ຍາມ​ກໍ​ໃຊ້​ການ​ຫຍັງ​ບໍ່ໄດ້.


ແລ້ວ​ຈາກ​ຢາໂນອາ​ລົງ​ມາ​ເຖິງ​ອາຕາໂຣດ​ແລະ​ນາອາຣາ ຈົນ​ໄປ​ເຖິງ​ເມືອງ​ເຢຣິໂກ​ແລະ​ສຸດ​ທີ່​ແມ່ນໍ້າ​ຈໍແດນ.


ເມືອງ​ທັງຫລາຍ​ທີ່​ເປັນ​ສ່ວນ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ເບັນຢາມິນ​ນັ້ນ ມີ​ດັ່ງນີ້: ເຢຣິໂກ, ເບັດ​ໂຮກະລາ, ເອເມັກເກຊິດ,


ແລ້ວ​ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍໄດ້​ສົ່ງ​ສອດແນມ​ສອງ​ຄົນ​ຈາກ​ຄ້າຍພັກ​ທີ່​ຊິດຕິມ ພ້ອມ​ທັງ​ສັ່ງ​ໃຫ້​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ​ການາອານ​ຢ່າງ​ລັບໆ ໂດຍ​ສະເພາະ​ແລ້ວ​ແມ່ນ​ຕົວເມືອງ​ເຢຣິໂກ. ເມື່ອ​ມາ​ຮອດ​ເມືອງ​ເຢຣິໂກ​ແລ້ວ ສອດແນມ​ທັງສອງ​ຄົນ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ໃນ​ເຮືອນ​ຂອງ​ຍິງ​ໂສເພນີ​ຄົນ​ໜຶ່ງ​ຊື່​ວ່າ ຣາຮາບ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ແນ່ໃຈ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ທັງໝົດ​ໃຫ້​ແກ່​ພວກເຮົາ. ປະຊາຊົນ​ທຸກຄົນ​ໃນ​ເມືອງ​ນັ້ນ ຕ່າງ​ກໍ​ສະທ້ານ​ຢ້ານກົວ​ພວກເຮົາ.”


ຄົນ​ຂອງ​ກະສັດ​ໄດ້​ອອກ​ຈາກ​ເມືອງ​ໄປ ແລ້ວ​ປະຕູ​ເມືອງ​ກໍ​ຖືກ​ອັດ. ພວກເຂົາ​ໄດ້​ໄປ​ຊອກ​ຫາ​ພວກ​ນັກສືບ​ສອດແນມ​ຊາວ​ອິດສະຣາເອນ ຈົນ​ຮອດ​ທ່າ​ຂ້າມ​ແມ່ນໍ້າ​ຈໍແດນ.


ຜູ້​ບັນຊາການ​ກອງທັບ​ຂອງ​ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ຈົ່ງ​ຖອດ​ເກີບ​ຂອງ​ເຈົ້າ​ອອກ ເຈົ້າ​ກຳລັງ​ຢືນ​ຢູ່​ບ່ອນ​ສັກສິດ.” ແລ້ວ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ເພິ່ນ​ໄດ້​ບອກ​ນັ້ນ.


ພຣະເຈົ້າຢາເວ​ໄດ້​ບອກ​ໂຢຊວຍ​ວ່າ, “ເຮົາ​ໄດ້​ມອບ​ເມືອງ​ເຢຣິໂກ​ແລະ​ກະສັດ​ໃນ​ເມືອງ​ນີ້ ຕະຫລອດ​ທັງ​ທະຫານ​ທີ່​ເກັ່ງກ້າ​ໄວ້​ໃນ​ກຳມື​ຂອງເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka