ໂຢຊວຍ 5:9 - ພຣະຄຳພີສັກສິ9 ຕໍ່ມາ ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ວັນນີ້ ເຮົາໄດ້ໃຫ້ພວກເຈົ້າພົ້ນຈາກຄວາມອັບອາຍ ຈາກການເປັນຄົນຮັບໃຊ້ທີ່ປະເທດເອຢິບ.” ດ້ວຍເຫດນີ້ ບ່ອນນັ້ນຈຶ່ງເອີ້ນວ່າ ກິນການ ຈົນເຖິງທຸກວັນນີ້. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຖິງເວລາແລ້ວທີ່ເຮົາຈະລົງໂທດປະຊາຊົນເອຢິບ, ຢູດາ, ເອໂດມ, ອໍາໂມນ, ໂມອາບ ແລະປະຊາຊົນທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ພວກນີ້ຕັດຜົມຂອງພວກເຂົາສັ້ນໆ. ປະຊາຊົນເຫຼົ່ານີ້ລ້ວນແຕ່ໄດ້ຮັບພິທີຕັດ; ແຕ່ບໍ່ມີຜູ້ໃດໄດ້ຮັກສາພັນທະສັນຍາ ທີ່ພວກເຂົາໄດ້ເຮັດໄວ້. ບໍ່ມີຜູ້ໃດໃນປະຊາຊົນເຫຼົ່ານີ້ ແລະປະຊາຊົນອິດສະຣາເອນ ໄດ້ຮັກສາພັນທະສັນຍາຂອງເຮົາເລີຍ.”
ປະຊາຊົນຂອງເຮົາເອີຍ ຈົ່ງລະນຶກເຖິງສິ່ງທີ່ກະສັດບາຫລາກ ແຫ່ງໂມອາບ ໄດ້ວາງແຜນຕໍ່ສູ້ພວກເຈົ້າ ແລະບາລາອາມ ລູກຊາຍຂອງເບອໍໄດ້ຕອບເພິ່ນວ່າຢ່າງໃດ. ຈົ່ງລະນຶກເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນຕາມທາງ ແຕ່ຄ້າຍພັກທີ່ຊິດຕິມ ຫາກິນການ. ຈົ່ງລະນຶກເຖິງສິ່ງເຫຼົ່ານີ້ ແລະພວກເຈົ້າກໍຈະສຳນຶກເຖິງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດເພື່ອຊ່ວຍຊີວິດຂອງພວກເຈົ້າ.”
ໂຢນາທານເວົ້າກັບຊາຍໜຸ່ມທີ່ມານຳຕົນນັ້ນວ່າ, “ໃຫ້ພວກເຮົາຂ້າມໄປທີ່ຄ້າຍຂອງຊາວຟີລິດສະຕິນຜູ້ບໍ່ນັບຖືພຣະເຈົ້າ. ບາງທີພຣະເຈົ້າຢາເວຈະຊ່ວຍເຫລືອພວກເຮົາກໍໄດ້. ຖ້າພຣະອົງຊ່ວຍເຫລືອພວກເຮົາ ຈະບໍ່ມີສິ່ງໃດກີດກັ້ນບໍ່ໃຫ້ພຣະເຈົ້າຢາເວມອບໄຊຊະນະແກ່ພວກເຮົາໄດ້ດອກ ເຖິງແມ່ນວ່າພວກເຮົາມີໜ້ອຍຄົນກໍຕາມ.”