Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 5:4 - ພຣະຄຳພີສັກສິ

4-6 ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກ​ຜູ້ຊາຍ​ທຸກຄົນ​ກໍໄດ້​ຮັບ​ພິທີຕັດ, ແຕ່​ໃນ​ເວລາ 40 ປີ ທີ່​ຊາວ​ອິດສະຣາເອນ​ໄດ້​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບໍ່ມີ​ເດັກນ້ອຍ​ຜູ້ຊາຍ​ຈັກ​ຄົນ​ໄດ້​ຮັບ​ພິທີຕັດ. ໃນ​ເວລາ​ນັ້ນ ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ພໍ​ເຮັດ​ເສິກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍໄດ້​ຕາຍໄປ​ໝົດ​ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້. ພຣະອົງ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ເຫັນ​ດິນແດນ​ອັນ​ສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 5:4
8 Jak'a apnaqawi uñst'ayäwi  

ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ແຕ່​ເຖິງ​ປານ​ນັ້ນ​ກໍດີ ພຣະເຈົ້າ​ກໍ​ບໍ່​ຊົງ​ພໍພຣະໄທ​ກັບ​ຄົນ​ສ່ວນ​ຫລາຍ​ໃນ​ພວກເພິ່ນ ເຮົາ​ຮູ້​ໄດ້ ກໍ​ເພາະ​ພວກເພິ່ນ​ລົ້ມ​ຕາຍ​ກະຈັດ​ກະຈາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ເຫດການ​ນີ້​ໄດ້​ເກີດຂຶ້ນ 38 ປີ​ຜ່ານ​ມາ​ແລ້ວ ຫລັງຈາກ​ທີ່​ພວກເຮົາ​ໄດ້​ໜີ​ມາ​ຈາກ​ກາເດັດ​ບາກເນອາ. ນັກຮົບ​ທັງໝົດ​ໃນ​ລຸ້ນ​ນັ້ນ ໄດ້​ຕາຍໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້.


ຫລັງຈາກ​ພວກເຂົາ​ໄດ້​ຕາຍໄປ​ໝົດ​ແລ້ວ


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ມີດ​ຫີນ ແລະ​ໄດ້​ເຮັດ​ພິທີຕັດ​ໃຫ້​ຊາວ​ອິດສະຣາເອນ​ຢູ່​ໃນ​ບ່ອນ​ໜຶ່ງ​ເອີ້ນ​ວ່າ ເນີນພູ​ອາຣາໂລດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka