Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 5:3 - ພຣະຄຳພີສັກສິ

3 ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ມີດ​ຫີນ ແລະ​ໄດ້​ເຮັດ​ພິທີຕັດ​ໃຫ້​ຊາວ​ອິດສະຣາເອນ​ຢູ່​ໃນ​ບ່ອນ​ໜຶ່ງ​ເອີ້ນ​ວ່າ ເນີນພູ​ອາຣາໂລດ.

Uka jalj uñjjattʼäta Copia luraña




ໂຢຊວຍ 5:3
5 Jak'a apnaqawi uñst'ayäwi  

ໃນ​ທັນໃດນັ້ນ ຊິບໂປຣາ​ເມຍ​ຂອງ​ໂມເຊ​ກໍ​ຈັບ​ເອົາ​ຫີນ​ຄົມ ປາດ​ໜັງ​ອະໄວຍະວະ​ເພດ​ຂອງ​ລູກຊາຍ ແລ້ວ​ເອົາ​ໄປ​ແປະ​ໃສ່​ທີ່​ຂາ​ຂອງ​ໂມເຊ. ຍ້ອນ​ພິທີຕັດ​ນີ້ ນາງ​ຈຶ່ງ​ເວົ້າ​ກັບ​ໂມເຊ​ວ່າ, “ເຈົ້າ​ແມ່ນ​ຜົວ​ທີ່​ຂ້ອຍ​ໄດ້​ມາ​ດ້ວຍ​ເລືອດ.”


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂຢຊວຍ​ວ່າ, “ຈົ່ງ​ໃຊ້​ຫີນ​ເຮັດ​ມີດ ແລະ​ເຮັດ​ພິທີຕັດ​ໃຫ້​ຊາວ​ອິດສະຣາເອນ​ອີກ.”


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ພວກ​ຜູ້ຊາຍ​ທຸກຄົນ​ກໍໄດ້​ຮັບ​ພິທີຕັດ, ແຕ່​ໃນ​ເວລາ 40 ປີ ທີ່​ຊາວ​ອິດສະຣາເອນ​ໄດ້​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບໍ່ມີ​ເດັກນ້ອຍ​ຜູ້ຊາຍ​ຈັກ​ຄົນ​ໄດ້​ຮັບ​ພິທີຕັດ. ໃນ​ເວລາ​ນັ້ນ ຊາຍ​ທຸກຄົນ​ທີ່​ມີ​ອາຍຸ​ພໍ​ເຮັດ​ເສິກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ກໍໄດ້​ຕາຍໄປ​ໝົດ​ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະເຈົ້າຢາເວ ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສາບານ​ໄວ້. ພຣະອົງ​ຈະ​ບໍ່​ອະນຸຍາດ​ໃຫ້​ພວກເຂົາ​ເຫັນ​ດິນແດນ​ອັນ​ສົມບູນ​ແລະ​ຮັ່ງມີ ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka