13 ເມື່ອໂຢຊວຍຢູ່ໃກ້ກັບເມືອງເຢຣິໂກ ໃນທັນໃດ ເພິ່ນກໍໄດ້ເຫັນຊາຍຄົນໜຶ່ງພວມຖືດາບຢືນຢູ່ຕໍ່ໜ້າເພິ່ນ. ໂຢຊວຍຈຶ່ງຫຍັບເຂົ້າໄປໃກ້ ແລະຖາມຊາຍຄົນນັ້ນວ່າ, “ທ່ານເປັນຝ່າຍເຮົາຫລືຝ່າຍສັດຕູ?”
ພຣະເຈົ້າຢາເວໄດ້ປາກົດແກ່ອັບຣາຮາມທີ່ຕົ້ນໄມ້ສັກສິດຂອງມຳເຣ ໃນຂະນະທີ່ເພິ່ນກຳລັງນັ່ງຢູ່ທີ່ປະຕູເຕັນເວລາແດດກ້າ
ເມື່ອອັບຣາຮາມເງີຍໜ້າຂຶ້ນ ກໍເຫັນຊາຍສາມຄົນຢືນຢູ່ຕໍ່ໜ້າເພິ່ນ. ໃນທັນໃດ ທີ່ເຫັນພວກເພິ່ນ ເພິ່ນຈຶ່ງຟ້າວລຸກຂຶ້ນແລ່ນອອກໄປຕ້ອນຮັບ.
ເມື່ອຢາໂຄບຕື່ນຂຶ້ນຈຶ່ງເວົ້າວ່າ, “ພຣະເຈົ້າຢາເວສະຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.”
ຢາໂຄບເຫັນເອຊາວພ້ອມລູກນ້ອງ 400 ຄົນກຳລັງເດີນທາງມາ. ດັ່ງນັ້ນ ເພິ່ນຈຶ່ງແບ່ງເດັກນ້ອຍໃຫ້ເລອາ, ຣາເຊັນ ແລະໃຫ້ສາວໃຊ້ທັງສອງ.
ເມື່ອເອຊາວມືນຕາຂຶ້ນເຫັນພວກແມ່ຍິງ ແລະເດັກນ້ອຍ ລາວຈຶ່ງຖາມວ່າ, “ຄົນທີ່ມານຳເຈົ້ານີ້ແມ່ນໃຜ?” ຢາໂຄບຕອບວ່າ, “ທ່ານເອີຍ ພວກເຫຼົ່ານີ້ແມ່ນລູກຂອງນ້ອງເອງ ທີ່ພຣະເຈົ້າໂຜດປະທານໃຫ້.”
ແຕ່ລະມື້ ໄດ້ມີທະຫານໃໝ່ມາເຂົ້າຮ່ວມເປັນກຳລັງກັບກອງທະຫານຂອງດາວິດສະເໝີ ຈົນວ່າກາຍເປັນກອງທັບທີ່ໃຫຍ່ໂຕ ເໝືອນເປັນກອງທັບກອງໜຶ່ງຂອງພຣະເຈົ້າ.
ພຣະເຈົ້າຢາເວໄດ້ສັ່ງເທວະດາໃຫ້ເອົາດາບມ້ຽນໄວ້ ແລະເທວະດາຕົນນັ້ນກໍໄດ້ເຊື່ອຟັງພຣະອົງ.
ແຕ່ກະສັດດາວິດບໍ່ສາມາດໄປທູນຖາມພຣະເຈົ້າທີ່ນັ້ນໄດ້ ເພາະເພິ່ນຢ້ານດາບຂອງເທວະດາຂອງພຣະເຈົ້າຢາເວ.
ເທວະດາຂອງເຮົາຈະນຳໜ້າພວກເຈົ້າໄປ ແລະຈະພາພວກເຈົ້າເຂົ້າໄປໃນດິນແດນຂອງຊາວອາໂມ, ຊາວຮິດຕີ, ຊາວເປຣີຊີ, ຊາວການາອານ, ຊາວຮີວີ ແລະຊາວເຢບູດ ແລະເຮົາຈະທຳລາຍພວກເຂົາທັງໝົດ.
ຂ້າພະເຈົ້າເງີຍໜ້າຂຶ້ນເຫັນຊາຍຜູ້ໜຶ່ງທີ່ນຸ່ງເຄື່ອງອັນສະຫງ່າງາມ ແລະຂັດສາຍແອວຄຳຈາກອູຟາດ.
ແລະຂ້າພະເຈົ້າໄດ້ເງີຍໜ້າຂຶ້ນ ແລະໄດ້ເຫັນແກະເຖິກໂຕໜຶ່ງທີ່ມີເຂົາສອງເຂົາ ເຂົາທັງສອງສູງ; ແຕ່ເຂົາໜຶ່ງສູງກວ່າອີກເຂົາໜຶ່ງ ແລະເຂົາທີ່ສູງນັ້ນປົ່ງມາຕາມຫຼັງ.
ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງຂີ່ມ້າສີແດງໂຕໜຶ່ງ. ຜູ້ນັ້ນໄດ້ຢຸດຢູ່ທ່າມກາງຕົ້ນໄມ້ຫອມ ໃນຮ່ອມພູແຫ່ງໜຶ່ງ ແລະທາງເບື້ອງຫລັງຂອງຜູ້ນັ້ນມີມ້າໂຕອື່ນອີກ ເປັນມ້າສີແດງ, ສີດ່າງ ແລະສີຂາວ.
ເມື່ອໂຕລໍໄດ້ເຫັນເທວະດາຂອງພຣະເຈົ້າຢາເວຢືນຖືດາບຢູ່ທີ່ນັ້ນ ກໍແລ່ນອອກຈາກທາງໄປສູ່ທົ່ງນາ. ບາລາອາມຈຶ່ງຕີລໍແລະຂະໜາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.
ແລ້ວພຣະເຈົ້າຢາເວກໍບັນດານໃຫ້ບາລາອາມເຫັນເທວະດາຖືດາບຢືນຢູ່ທີ່ນັ້ນ; ບາລາອາມຈຶ່ງໝູບໜ້າລົງດິນ.
ເມື່ອພວກເພິ່ນຍັງແນມເບິ່ງທ້ອງຟ້າ ໃນຂະນະທີ່ພຣະອົງຂຶ້ນໄປນັ້ນ ໃນທັນໃດ ກໍມີສອງຄົນນຸ່ງເຄື່ອງຂາວເປັນປະກາຍຢືນຢູ່ໃກ້ໆພວກເພິ່ນ
ພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ເຮົາໄດ້ມອບເມືອງເຢຣິໂກແລະກະສັດໃນເມືອງນີ້ ຕະຫລອດທັງທະຫານທີ່ເກັ່ງກ້າໄວ້ໃນກຳມືຂອງເຈົ້າ.
ແລະໃນທ່າມກາງຄັນຕະກຽງຄຳເຫຼົ່ານັ້ນ, ມີຜູ້ໜຶ່ງເໝືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ.
ດັ່ງນັ້ນ ມາໂນອາຈຶ່ງຟ້າວລຸກຂຶ້ນຕາມເມຍຂອງຕົນໄປ. ລາວໄປຫາຊາຍຄົນນັ້ນແລະຖາມວ່າ, “ແມ່ນທ່ານນີ້ບໍ ທີ່ເປັນຜູ້ກ່າວກັບເມຍຂອງຂ້ານ້ອຍ?” ເພິ່ນຕອບວ່າ, “ແມ່ນແລ້ວ.”
ແລ້ວມາໂນອາກໍໄດ້ເວົ້າກັບເມຍຂອງຕົນວ່າ, “ພວກເຮົາຕ້ອງຕາຍເປັນແນ່ ເພາະພວກເຮົາໄດ້ເຫັນພຣະເຈົ້າ.”