Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 5:11 - ພຣະຄຳພີສັກສິ

11 ຕໍ່​ຈາກ​ວັນ​ປັດສະຄາ ແມ່ນ​ວັນ​ທຳອິດ​ຊຶ່ງ​ພວກເຂົາ​ໄດ້​ກິນ​ແຕ່​ສິ່ງ​ທີ່​ຊາວ​ການາອານ​ໄດ້​ປູກ​ຄື: ເຂົ້າ​ຂົ້ວ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.

Uka jalj uñjjattʼäta Copia luraña




ໂຢຊວຍ 5:11
7 Jak'a apnaqawi uñst'ayäwi  

ຢ່າ​ກິນ​ພືດຜົນ​ເປັນເມັດ​ຊຶ່ງ​ເກັບກ່ຽວ​ໃໝ່​ໃດໆ​ທັງ​ສິ້ນ ບໍ່​ວ່າ​ກິນ​ດິບ ຫລື​ປີ້ງ ຫລື​ອົບ​ເປັນ​ເຂົ້າຈີ່; ຈົນກວ່າ​ພວກເຈົ້າ​ໄດ້​ຖວາຍ​ສິ່ງ​ເຫຼົ່ານີ້​ແກ່​ພຣະເຈົ້າ​ຂອງ​ພວກເຈົ້າ​ແລ້ວ. ໃຫ້​ເຊື້ອສາຍ​ຂອງ​ພວກເຈົ້າ​ຢຶດຖື​ລະບຽບ​ການ​ນີ້​ໄວ້​ທຸກຍຸກ​ທຸກສະໄໝ​ສືບໄປ.


ໃນ​ວັນ​ທີ​ສິບຫ້າ​ໃນ​ເດືອນ​ດຽວກັນ​ແມ່ນ​ວັນ​ເລີ່ມ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ແກ່​ພຣະເຈົ້າຢາເວ ແລະ​ໃນ​ທັງໝົດ​ເຈັດ​ວັນ​ນັ້ນ ເຈົ້າ​ບໍ່​ຕ້ອງ​ກິນ​ເຂົ້າຈີ່​ໃດໆ​ທີ່​ມີ​ເຊື້ອແປ້ງ.


ເມື່ອ​ກິນ​ອາຫານ​ຊະນິດ​ໃດ​ທີ່​ໄດ້​ຈາກ​ພືດຜົນ​ຢູ່​ໃນ​ດິນແດນ​ນັ້ນ ເຈົ້າ​ຈົ່ງ​ນຳ​ເຄື່ອງ​ບູຊາ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


ແລ້ວ​ມານາ​ກໍໄດ້​ເຊົາ​ຕົກ​ແລະ​ຊາວ​ອິດສະຣາເອນ​ບໍ່ໄດ້​ກິນ​ມານາ​ອີກ. ແຕ່​ນັ້ນ​ເປັນ​ຕົ້ນ​ມາ ພວກເຂົາ​ໄດ້​ກິນ​ແຕ່​ອາຫານ​ທີ່​ເກີດ​ໃນ​ດິນແດນ​ການາອານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka