Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 5:10 - ພຣະຄຳພີສັກສິ

10 ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 5:10
14 Jak'a apnaqawi uñst'ayäwi  

ໃນ​ເວລາ​ດຽວກັນ​ນັ້ນ ເຮົາ​ຈະ​ຄອຍ​ຖ້າ​ຢູ່​ໃກ້​ກັບ​ບ່ອນ​ຂ້າມ​ແມ່ນໍ້າ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ຂ່າວ​ຈາກ​ທ່ານ.”


ໃຫ້​ພວກເຈົ້າ​ກິນ​ໄວໆ​ເພາະ​ພວກເຈົ້າ​ຕ້ອງ​ນຸ່ງ​ເຄື່ອງ​ຕຽມ​ອອກ​ເດີນທາງ ພ້ອມ​ທັງ​ຕ້ອງ​ສຸບ​ເກີບ ແລະ​ຖື​ໄມ້ຄ້ອນເທົ້າ. ການ​ກີນລ້ຽງ​ນີ້ ແມ່ນ​ການ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ.


ໃນ​ຕອນ​ຄໍ່າ​ຂອງ​ມື້​ທີ​ສິບສີ່ ເດືອນ​ທີ​ໜຶ່ງ ຈົນເຖິງ​ຕອນ​ຄໍ່າ​ຂອງ​ມື້​ທີ​ຊາວເອັດ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ.


ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.


ແຕ່​ກອງທັບ​ພວກ​ບາບີໂລນ​ໄດ້​ໄລ່ຕາມ​ພວກເຂົາ​ໄປ ແລະ​ຈັບ​ກະສັດ​ເຊເດກີຢາ​ໄດ້​ໃນ​ທົ່ງພຽງ​ໃກ້​ກັບ​ເມືອງ​ເຢຣິໂກ. ແລ້ວ​ພວກເຂົາ​ກໍ​ນຳ​ເພິ່ນ​ໄປ​ມອບ​ໃຫ້​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ ທີ່​ເມືອງ​ຣິບລາ​ໃນ​ເຂດແດນ​ຮາມັດ; ຢູ່​ທີ່​ນັ້ນ ກະສັດ​ເນບູ​ກາດເນັດຊາ​ໄດ້​ພິພາກສາ​ລົງໂທດ​ເພິ່ນ.


“ມະນຸດ​ເອີຍ ບັດນີ້ ຈົ່ງ​ຈັດແຈ່ງ​ຫໍ່​ເອົາ​ເຂົ້າຂອງ​ເໝືອນ​ອົບພະຍົບ​ຄົນ​ໜຶ່ງ ແລະ​ເລີ່ມ​ອອກ​ເດີນທາງ​ກ່ອນ​ຕາເວັນ​ຕົກ​ດິນ. ຈົ່ງ​ໃຫ້​ທຸກຄົນ​ເຫັນ​ເຈົ້າ​ໜີໄປ​ບ່ອນ​ອື່ນ. ບາງທີ​ຄົນ​ກະບົດ​ເຫຼົ່ານັ້ນ​ຈະ​ສັງເກດ​ເຫັນ​ເຈົ້າ​ກໍໄດ້.


ປັດສະຄາ ຄື​ວັນ​ສະເຫລີມ​ສະຫລອງ​ຍ້ອງຍໍ​ສັນລະເສີນ​ໃຫ້ກຽດ​ພຣະເຈົ້າຢາເວ ວັນ​ນີ້​ເລີ່ມ​ແຕ່​ຕາເວັນ​ຕົກ​ດິນ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ທີ​ໜຶ່ງ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ລະນຶກເຖິງ​ສິ່ງ​ທີ່​ກະສັດ​ບາຫລາກ ແຫ່ງ​ໂມອາບ ໄດ້​ວາງແຜນ​ຕໍ່ສູ້​ພວກເຈົ້າ ແລະ​ບາລາອາມ ລູກຊາຍ​ຂອງ​ເບອໍ​ໄດ້​ຕອບ​ເພິ່ນ​ວ່າ​ຢ່າງໃດ. ຈົ່ງ​ລະນຶກເຖິງ​ເຫດການ​ຕ່າງໆ​ທີ່​ໄດ້​ເກີດຂຶ້ນ​ຕາມ​ທາງ ແຕ່​ຄ້າຍພັກ​ທີ່​ຊິດຕິມ ຫາ​ກິນການ. ຈົ່ງ​ລະນຶກເຖິງ​ສິ່ງ​ເຫຼົ່ານີ້ ແລະ​ພວກເຈົ້າ​ກໍ​ຈະ​ສຳນຶກ​ເຖິງ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ຊ່ວຍ​ຊີວິດ​ຂອງ​ພວກເຈົ້າ.”


ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.


ຕໍ່​ຈາກ​ວັນ​ປັດສະຄາ ແມ່ນ​ວັນ​ທຳອິດ​ຊຶ່ງ​ພວກເຂົາ​ໄດ້​ກິນ​ແຕ່​ສິ່ງ​ທີ່​ຊາວ​ການາອານ​ໄດ້​ປູກ​ຄື: ເຂົ້າ​ຂົ້ວ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”


ທຸກໆ​ປີ​ໃດ ເພິ່ນ​ຕ້ອງ​ໄປ​ຕັດສິນ​ຕາມ​ເມືອງ​ຕ່າງໆ​ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka