ໂຢຊວຍ 5:1 - ພຣະຄຳພີສັກສິ1 ເມື່ອກະສັດທັງໝົດຂອງຊາວອາໂມ ທີ່ທາງທິດຕາເວັນຕົກຂອງແມ່ນໍ້າຈໍແດນ ແລະກະສັດທັງໝົດຂອງຊາວການາອານ ທີ່ຢູ່ໃກ້ທະເລເມດີແຕຣາເນໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເຮັດໃຫ້ແມ່ນໍ້າຈໍແດນແຫ້ງ ຈົນປະຊາຊົນອິດສະຣາເອນຂ້າມໄປໄດ້; ກະສັດເຫຼົ່ານີ້ຕ່າງກໍຢ້ານກົວແລະເສຍຂວັນຍ້ອນຊາວອິດສະຣາເອນ. Uka jalj uñjjattʼäta |
ຫລັງຈາກທຸກສິ່ງໄດ້ສຳເລັດແລ້ວ ກໍມີພວກຜູ້ນຳຂອງຊາວອິດສະຣາເອນບາງຄົນໄດ້ມາຫາຂ້າພະເຈົ້າ ແລະບອກວ່າ, “ປະຊາຊົນ ບັນດາປະໂຣຫິດ ແລະຊາວເລວີບໍ່ໄດ້ຮັກສາຕົວຄື: ບໍ່ແຍກອອກຈາກປະຊາຊົນທີ່ຢູ່ໃນປະເທດໃກ້ຄຽງນີ້ ເຊັ່ນ: ອຳໂມນ, ໂມອາບ ແລະເອຢິບຫລືຈາກຊາວການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະອາໂມ. ພວກເຂົາໄດ້ເຮັດໃນສິ່ງທີ່ໜ້າກຽດຊັງເໝືອນກັນກັບພວກນີ້ໄດ້ເຮັດ.
ເມື່ອພວກເຂົາຖາມເຈົ້າວ່າ, ‘ເປັນຫຍັງເຈົ້າຈຶ່ງຄໍ່າຄວນ?’ ຈົ່ງບອກພວກເຂົາວ່າ, ‘ເນື່ອງຈາກຂ່າວຮ້າຍທີ່ກຳລັງມາ. ເມື່ອມັນມາຮອດ ຈິດໃຈຂອງພວກເຂົາຈະເຕັມໄປດ້ວຍຄວາມຢ້ານກົວ, ມືຂອງພວກເຂົາຈະອ່ອນເພຍລົງ, ຄວາມກ້າຫານຂອງພວກເຂົາຈະໝົດໄປ ແລະຫົວເຂົ່າຂອງພວກເຂົາກໍຈະສັ່ນເຊັນ.’ ເວລາມາຮອດແລ້ວ; ມັນຈະຢູ່ທີ່ນີ້.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ດັ່ງນັ້ນ ທາງເຂດເນີນພູຈຶ່ງຈະເປັນຂອງພວກເຈົ້າ. ເຖິງແມ່ນວ່າມັນເປັນປ່າກໍຕາມ ແຕ່ພວກເຈົ້າກໍສາມາດຖາງໃຫ້ແປນ ແລະຢຶດຄອງຈາກສົ້ນເບື້ອງນີ້ຈົນເຖິງສົ້ນເບື້ອງນັ້ນ ເປັນກຳມະສິດຂອງພວກເຈົ້າໄດ້. ສຳລັບພວກການາອານນັ້ນ ເຖິງແມ່ນວ່າພວກເຂົາມີລົດຮົບເຫຼັກ ແລະມີກຳລັງຫລາຍກໍຕາມ ພວກເຈົ້າກໍຈະຂັບໄລ່ພວກເຂົາອອກໄປໄດ້.”
ຖ້າພວກເຈົ້າບໍ່ເຕັມໃຈບົວລະບັດຮັບໃຊ້ພຣະເຈົ້າຢາເວ ຈົ່ງຕັດສິນໃຈໃນມື້ນີ້ວ່າ ພວກເຈົ້າຈະບົວລະບັດຮັບໃຊ້ຜູ້ໃດ ບັນດາພະທີ່ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ຂາບໄຫວ້ໃນເມໂຊໂປຕາເມຍ ຫລືບັນດາພະຂອງຊາວອາໂມໃນດິນແດນທີ່ພວກເຈົ້າອາໄສຢູ່ນີ້. ສ່ວນຂ້າພະເຈົ້າກັບຄອບຄົວຂອງຂ້າພະເຈົ້າແລ້ວ ພວກເຮົາຈະບົວລະບັດຮັບໃຊ້ພຣະເຈົ້າຢາເວ.”