9 ແລ້ວໂຢຊວຍກໍຍັງໄດ້ຕັ້ງຫີນອື່ນອີກສິບສອງກ້ອນ ໄວ້ທີ່ກາງແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບພັນທະສັນຍາຢືນຢູ່ນັ້ນ. (ຫີນນັ້ນຍັງມີຢູ່ຈົນເຖິງທຸກວັນນີ້.)
ດັ່ງນັ້ນ ເພິ່ນຈຶ່ງໃສ່ຊື່ນໍ້າສ້າງນີ້ວ່າ, “ສາບານ” ຊຶ່ງຕໍ່ມາໄດ້ກາຍເປັນຊື່ຂອງເມືອງເບເອນເຊບາ.
ຢາໂຄບລຸກຂຶ້ນແຕ່ເຊົ້າໆ ແລະເອົາກ້ອນຫີນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະນຸສອນ. ແລ້ວລາວກໍເອົານໍ້າມັນຫອມຖອກເທໃສ່ເພື່ອອຸທິດຖວາຍໃຫ້ແກ່ພຣະເຈົ້າ.
ຄົນພື້ນເມືອງໃນເມືອງນີ້ໄດ້ປົບໜີໄປສູ່ກິດຕາອິມ ບ່ອນທີ່ພວກເຂົາອາໄສຢູ່ຈົນເຖິງເທົ່າທຸກວັນນີ້.)
ເພິ່ນໄດ້ເອົາຫີນສິບສອງກ້ອນ ຄືກ້ອນໜຶ່ງສຳລັບແຕ່ລະເຜົ່າໃນສິບສອງເຜົ່າ ຕາມຊື່ລູກຊາຍຂອງຢາໂຄບຜູ້ທີ່ພຣະເຈົ້າຢາເວໃສ່ຊື່ໃຫ້ວ່າ ອິດສະຣາເອນ.
ຜູ້ທີ່ຢືນຢູ່ຊື່ໜ້າຂອງບ່ອນສັກສິດທີ່ສຸດ ຈຶ່ງຈະແນມເຫັນສົ້ນສຸດຂອງໄມ້ຫາມຫີບໄດ້ ແຕ່ຖ້າຈະເບິ່ງຈາກທີ່ອື່ນກໍຈະເບິ່ງບໍ່ເຫັນ. (ໄມ້ຄານຫາມຍັງຢູ່ທີ່ນັ້ນຈົນເທົ່າທຸກວັນນີ້.)
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງຂຶ້ນມາຫາເຮົາທີ່ເທິງພູເຂົາ; ເມື່ອເຈົ້າມາຮອດທີ່ນີ້ແລ້ວ ເຮົາຈະໃຫ້ແຜ່ນຫີນສອງແຜ່ນ ຊຶ່ງບັນຈຸກົດບັນຍັດທັງໝົດທີ່ເຮົາໄດ້ຂຽນໄວ້ສຳລັບແນະນຳປະຊາຊົນ.”
ແກ້ວແຕ່ລະຢ່າງໃນຈຳນວນສິບສອງຊະນິດນັ້ນ ຈົ່ງໃຫ້ຈາລຶກຊື່ລູກຊາຍຂອງຢາໂຄບໃສ່ ຊຶ່ງໝາຍເຖິງສິບສອງເຜົ່າຂອງຊາດອິດສະຣາເອນ.
ດັ່ງນັ້ນແຫລະ ນາທົ່ງນີ້ຈຶ່ງມີຊື່ວ່າ, “ນາເລືອດ” ຈົນເຖິງທຸກວັນນີ້.
ເມື່ອພວກທະຫານຍາມຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳນັ້ນ ເລື່ອງນີ້ຈຶ່ງເປັນທີ່ເລົ່າລືກັນ ໃນທ່າມກາງຊາວຢິວຈົນເຖິງທຸກວັນນີ້.
ພຣະອົງໄດ້ຝັງເພິ່ນໄວ້ໃນຮ່ອມພູແຫ່ງໜຶ່ງ ທີ່ດິນແດນໂມອາບ ຊຶ່ງກົງກັນຂ້າມກັບເມືອງເບັດເປອໍ, ແຕ່ຈົນເຖິງປັດຈຸບັນນີ້ຍັງບໍ່ມີໃຜຮູ້ຄັກແນ່ວ່າ ຊາກສົບຂອງໂມເຊນັ້ນໄດ້ຖືກຝັງຢູ່ບ່ອນໃດ.
ໂຢຊວຍໄດ້ບັນທຶກຂໍ້ຄຳສັ່ງເຫຼົ່ານັ້ນໄວ້ໃນປື້ມກົດບັນຍັດຂອງພຣະເຈົ້າ. ແລ້ວເພິ່ນກໍໄດ້ເອົາຫີນໃຫຍ່ກ້ອນໜຶ່ງຕັ້ງຂຶ້ນທີ່ຮົ່ມຂອງຕົ້ນໂອກ ໃນສະຖານທີ່ສັກສິດຂອງພຣະເຈົ້າຢາເວ.
ພວກປະໂຣຫິດຢືນຢູ່ໃນກາງແມ່ນໍ້າຈໍແດນ ຈົນກວ່າປະຊາຊົນກະທຳທຸກສິ່ງສຳເລັດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງພວກເຂົາຜ່ານທາງໂຢຊວຍ. ເລື່ອງນີ້ແມ່ນສິ່ງທີ່ໂມເຊໄດ້ສັ່ງໄວ້. ປະຊາຊົນຈຶ່ງຟ້າວຂ້າມແມ່ນໍ້າໄປ.
ຕໍ່ມາຊາຍຄົນນີ້ ໄດ້ໄປທີ່ດິນແດນຂອງຊາວຮິດຕີ ແລະສ້າງເມືອງໜຶ່ງຂຶ້ນຢູ່ທີ່ນັ້ນ. ລາວໄດ້ໃສ່ຊື່ເມືອງນີ້ວ່າລູເຊ ຊຶ່ງຍັງມີຢູ່ເທົ່າເຖິງທຸກວັນນີ້.
ດາວິດໄດ້ຕັ້ງກົດລະບຽບນີ້ຂຶ້ນ ແລະໃຫ້ໃຊ້ປະຕິບັດກັນສືບມາໃນຊາດອິດສະຣາເອນ ຈົນເຖິງເທົ່າທຸກວັນນີ້.
ແລ້ວຊາມູເອນກໍໄດ້ເອົາຫີນກ້ອນໜຶ່ງມາຕັ້ງໄວ້ ຢູ່ລະຫວ່າງເມືອງມີຊະປາແລະເມືອງເຊນ ແລະເວົ້າວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກຂ້ານ້ອຍຕະຫລອດມາ” ແລະເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າ, “ກ້ອນຫີນແຫ່ງຄວາມຊ່ວຍເຫລືອ.”