ໂຢຊວຍ 4:7 - ພຣະຄຳພີສັກສິ7 ກໍໃຫ້ພວກເຈົ້າບອກວ່າ, ເມື່ອຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວຂ້າມແມ່ນໍ້ານັ້ນ ແມ່ນໍ້າຈໍແດນໄດ້ເຊົາໄຫລ. ກ້ອນຫີນເຫຼົ່ານີ້ຈະເປັນສິ່ງເຕືອນປະຊາຊົນອິດສະຣາເອນຢູ່ສະເໝີ ເຖິງເຫດການທີ່ໄດ້ເກີດຂຶ້ນນັ້ນ.” Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.
ຢ່າເຮັດເຂົ້າຈີ່ໃສ່ເຊື້ອແປ້ງເມື່ອກິນອາຫານນີ້, ແຕ່ໃຫ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ ເໝືອນດັ່ງພວກເຈົ້າໄດ້ເຮັດຄາວທີ່ອອກມາຈາກປະເທດເອຢິບຢ່າງຟ້າວຟັ່ງນັ້ນ. ຈົ່ງກິນເຂົ້າຈີ່ນີ້ ຄືເຂົ້າຈີ່ແຫ່ງຄວາມທົນທຸກເພື່ອວ່າຕາບໃດທີ່ຍັງມີຊີວິດຢູ່ ພວກເຈົ້າຈະໄດ້ຈົດຈຳວັນທີ່ພວກເຈົ້າໄດ້ອອກມາຈາກປະເທດເອຢິບ ບ່ອນທີ່ພວກເຈົ້າເຄີຍທົນທຸກນັ້ນ.