3 ແລະສັ່ງພວກເຂົາໃຫ້ຍົກເອົາຫີນສິບສອງກ້ອນຈາກແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຢືນຢູ່ນັ້ນ ແລະຂົນໄປວາງໄວ້ໃນບ່ອນທີ່ເຈົ້າຈະຕັ້ງຄ້າຍພັກຄືນນີ້.”
ກ້ອນຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາອະນຸສອນນີ້ ຈະເປັນເສົາວິຫານຂອງພຣະເຈົ້າ ແລະຂ້ານ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍພອນຂ້ານ້ອຍ.”
ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ຢ່າລືມໄລພຣະຄຸນຄວາມດີຂອງພຣະອົງ.
ພຣະເຈົ້າຢາເວຢູ່ໃນພຣະວິຫານອັນສັກສິດຂອງພຣະອົງ ພຣະເຈົ້າຢາເວປະທັບເທິງພຣະບັນລັງ ຢູ່ໃນສະຫວັນ ພຣະອົງເຝົ້າເບິ່ງມະນຸດທຸກແຫ່ງທຸກຫົນ ແລະທັງຮູ້ວ່າຄົນກຳລັງເຮັດຫຍັງຢູ່ດ້ວຍ.
ພຣະອົງໄດ້ຕອບພວກເຂົາວ່າ, “ເຮົາບອກເຈົ້າທັງຫລາຍວ່າ ຖ້າຄົນເຫຼົ່ານີ້ມິດງຽບ ກ້ອນຫີນທັງຫລາຍກໍຈະຮ້ອງຂຶ້ນ.”
ເພິ່ນໄດ້ກ່າວແກ່ທຸກໆຄົນວ່າ, “ຫີນກ້ອນນີ້ຈະເປັນພະຍານໃຫ້ພວກເຮົາ. ມັນໄດ້ຍິນທຸກຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວແກ່ພວກເຮົາ. ສະນັ້ນ ມັນຈຶ່ງຈະເປັນພະຍານຕໍ່ສູ້ພວກເຈົ້າ ເພື່ອບໍ່ໃຫ້ພວກເຈົ້າຄິດກະບົດຕໍ່ພຣະເຈົ້າຂອງພວກເຈົ້າ.”
ເມື່ອພວກປະໂຣຫິດ ຜູ້ທີ່ຫາມຫີບພັນທະສັນຍາຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າ ແຫ່ງແຜ່ນດິນໂລກ ຈຸ່ມຕີນລົງໃນແມ່ນໍ້າຈໍແດນ ແລະແມ່ນໍ້າຈໍແດນທີ່ໄຫລລົງມາແຕ່ທາງເໜືອກໍຈະຢຸດໄຫລໂຮມກັນຢູ່ບ່ອນດຽວ.”
ດັ່ງນັ້ນ ໂຢຊວຍຈຶ່ງເອີ້ນເອົາສິບສອງຄົນທີ່ເພິ່ນໄດ້ເລືອກນັ້ນມາ ແລະບອກພວກເຂົາວ່າ, “ຈົ່ງໄປທີ່ແມ່ນໍ້າຈໍແດນ ທາງດ້ານໜ້າຫີບພັນທະສັນຍາຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ໃຫ້ແຕ່ລະຄົນໃນພວກເຈົ້າແບກເອົາຫີນໜຶ່ງກ້ອນ ຄືກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ.
ຄົນເຫຼົ່ານັ້ນກໍເຮັດຕາມຄຳສັ່ງຂອງໂຢຊວຍ. ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໂຢຊວຍນັ້ນ ພວກເຂົາໄດ້ແບກເອົາຫີນສິບສອງກ້ອນຈາກກາງແມ່ນໍ້າຈໍແດນ ຄືກ້ອນໜຶ່ງສຳລັບເຜົ່າໜຶ່ງຂອງຊາດອິດສະຣາເອນ ນຳໄປວາງໄວ້ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກ.
ແລ້ວຊາມູເອນກໍໄດ້ເອົາຫີນກ້ອນໜຶ່ງມາຕັ້ງໄວ້ ຢູ່ລະຫວ່າງເມືອງມີຊະປາແລະເມືອງເຊນ ແລະເວົ້າວ່າ, “ພຣະເຈົ້າຢາເວຊ່ວຍເຫລືອພວກຂ້ານ້ອຍຕະຫລອດມາ” ແລະເພິ່ນໄດ້ໃສ່ຊື່ກ້ອນຫີນນັ້ນວ່າ, “ກ້ອນຫີນແຫ່ງຄວາມຊ່ວຍເຫລືອ.”